ລັດຖະບານ

ການພົວພັນຕ່າງປະເທດ

ລາວ, ສະຫະລາດຊະອານາຈັກ ຮັດແໜ້ນສາຍພົວພັນດ້ານການສຶກສາ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ສະຫະລາດຊະອານາຈັກຕົກລົງສືບຕໍ່ສາຍພົວພັນສອງຝ່າຍ ແລະ ເສີມຂະຫຍາຍການຮ່ວມມືໃນດ້ານການສຶກສາ. ການຮ່ວມມືດັ່ງກ່າວຈະສົ່ງເສີມໃຫ້ລັດຖະບານທັງສອງຝ່າຍເຮັດວຽກຮ່ວມກັນຢ່າງໃກ້ຊິດ ເພື່ອຍົກລະດັບມາດຕະຖານລະບົບການສຶກສາຂອງລາວ ໃຫ້ທຽບເທົ່າກັບພາກພື້ນ ແລະ ສາກົນເປັນລຳດັບ.ລັດຖະບານລາດຊະອານາຈັກຖືເອົາການສຶກສາເປັນຂະແໜງການຫຼັກໃນການຮ່ວມມືແບບສ້າງສັນກັບປະເທດລາວ ນັບຕັ້ງແຕ່ການເປີດສະຖານທູດອັງກິດປະຈຳນະຄອນວຽງຈັນຄືນໃໝ່ໃນປີ 2012.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/laos-uk-strengthen-ties-education-98792

ລາວ, ລັດເຊຍ ສົ່ງເສີມການຮ່ວມມືດ້ານທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ສະມາຄົມໄຊເບີເຣຍ ເພື່ອການຮ່ວມມືສາກົນ ຈາກເຂດໂນໂວຊິເບີດຂອງລັດເຊຍ ມີແຜນຈັດຕັ້ງສຳນັກງານຢູ່ປະເທດລາວ ເພື່ອປັບປຸງການປະສານງານ ແລະ ການຮ່ວມມືດ້ານທຸລະກິດ.ທ່ານ ພາເວວ ອອສ໌ໂຕຣເວີຮອຟ໌ ປະທານສະມາຄົມໄດ້ເປີດເຜີຍແຜນດັ່ງກ່າວ ໃນຂະນະນຳພາທີມຜູ້ປະກອບການຈາກເຂດໂນໂວຊິເບີດ ເດີນທາງພົບປະກັບນັກທຸລະກິດລາວທີ່ນະຄອນວຽງຈັນໃນອາທິດແລ້ວນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-russia-boost-business-cooperation-98722

ລາວ, ສະວີເດັນຕົກລົງເສີມຂະຫຍາຍການຮ່ວມມືດ້ານການທູດ

ໃນອາທິດແລ້ວນີ້ ກະຊວງການຕ່າງປະເທດຂອງລາວ ແລະ ກະຊວງການຕ່າງປະເທດຂອງລາດຊະອານາຈັກສະວີເດັນ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ເຊິ່ງແນໃສ່ເພີ່ມທະວີການຮ່ວມມືລະຫວ່າງສອງກະຊວງ ແລະ ສອງຊາດ.ທ່ານ ບຸນເພັງ ສາຍກັນຍາ ເອກອັກຄະລັດຖະທູດລາວປະຈຳສະວິເດັນ ຕາງໜ້າໃຫ້ຝ່າຍລາວ ແລະ ທ່ານນາງ ແອນນິກາ ໂຊເດີ ເລຂາທິການກະຊວງການຕ່າງປະເທດສະວີເດັນ ຕາງໜ້າຝ່າຍສະວີເດັນ ໃນພິທີລົງນາມບົດບັນທຶກຄວາມເຂົ້າໃຈ ທີ່ສຳນັກງານກະຊວງການຕ່າງປະເທດສະວີເດັນ ທີ່ສະຕ໋ອກໂຮມ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ລາວ, ຍີ່ປຸ່ນ ຮ່ວມຫາລືເພື່ອເສີມຂະຫຍາຍການຮ່ວມມື

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ການນຳລາວ ແລະ ຍີ່ປຸ່ນຮ່ວມຫາລື ທີ່ວຽງຈັນ ກ່ຽວກັບການຍົກລະດັບຄວາມຮູ້ດ້ານການວາງແຜນການນຳສຳລັບເຈົ້າໜ້າທີ່ການນຳຂອງລາວ, ການຄຸ້ມຄອງເສດຖະກິດມະຫາພາກ, ຄວາມຍືນຍົງ, ການພັດທະນາພື້ນຖານໂຄງລ່າງໃນລາວ.ການຫາລືໄດ້ມີຂຶ້ນໃນລະຫວ່າງການພົບປະ ລະຫວ່າງທ່ານນາງ ຄຳເພົາ ເອີນທະວັນ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ທ່ານນາງ ໂຕຊິໂກະ ອາເບ ລັດຖະມົນຕີກະຊວງການຕ່າງປະເທດຂອງຍີ່ປຸ່ນ ທີ່ເດີນທາງມາຢ້ຽມຢາມ ສປປ ລາວໃນຕົ້ນອາທິດນີ້.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-japan-discuss-enhanced-cooperation-98385

ຕີມໍ-ເລັສ໌ເຕ ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຂອງລາວໃນການສະເໜີເຂົ້າເປັນສະມາຊິກອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ຕີມໍ-ເລັສ໌ເຕ ສະແດງຄວາມຮູ້ບຸນຄຸນຕໍ່ການຊ່ວຍເຫຼືອຂອງລາວ ໃນການຍື່ນສະເໜີເພື່ອຂໍເຂົ້າເປັນສະມາຊິກອາຊຽນ ແລະ ຫວັງເສີມຂະຫຍາຍການຮ່ວມມືກັບບັນດາປະເທດສະມາຊິກອາຊຽນໃນເຂດລຸ່ມແມ່ນ້ຳຂອງ.ທ່ານ ດິໂອນິຊິໂອ ດາ ຄອສ໌ຕາ ບາໂບ ຊໍເຣສ໌ ລັດຖະມົນຕີກະຊວງການຕ່າງປະເທດຂອງຕີມໍ-ເລັສ໌ເຕ ໄດ້ກ່າວກ່ຽວກັບການປະເມີນ ແລະ ທັດສະນະຂອງປະເທດດ້ານການຮ່ວມມື ໃນການສຳພາດຕໍ່ສື່ມວນຊົນລາວໃນອາທິດແລ້ວນີ້ ເນື່ອງໃນໂອກາດການຢ້ຽມຢາມລາວໃນວັນທີ 5-8 ມິນຸນາທີ່ຜ່ານມາ.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/timor-leste-values-laos%E2%80%99-support-proposed-asean-membership-98315

ລາວ, ຕີມໍເລັດສ໌ເຕ ຮັດແໜ້ນສາຍພົວພັນ ແລະ ການຮ່ວມມື

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ, ຕີມໍເລັດສ໌ເຕ ໄດ້ຕົກລົງສືບຕໍ່ສົ່ງເສີມການຮ່ວມມືສອງຝ່າຍ ທັງມີການຄົ້ນຄວ້າທ່າແຮງໃໝ່ ເພື່ອເສີມຂະຫຍາຍການຮ່ວມມືດ້ານເສດຖະກິດ. ໝາກຜົນຂອງກອງປະຊຸມເຊິ່ງໄຂຂຶ້ນທີ່ວຽງຈັນໃນວັນພະຫັດຜ່ານມານີ້ ກໍຄືຂໍ້ຕົກລົງການຮ່ວມມືລະຫວ່າງຄະນະຜູ້ແທນຈາກກະຊວງຂອງສອງຊາດ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/laos-timor-leste-strengthen-relations-cooperation-98160

ລາວ, ນໍເວ ຕົກລົງກ່ຽວກັບການຍົກເວັ້ນວີຊາທາງການທູດ

ວຽງຈັນ (ວຽງຈັນທາມສ໌/ANN) – ຜູ້ທີ່ຖືໜັງສືເດີນທາງທາງການທູດຂອງລາວ ຫຼື ໜັງສືເດີນທາງແດງ ແມ່ນບໍ່ຈຳເປັນຕ້ອງຂໍວີຊາເພື່ອເດີນທາງເຂົ້າປະເທດນໍເວ, ຕາມກະຊວງການຕ່າງປະເທດລາວ.ກະຊວງໄດ້ແຈ້ງວ່າປະເທດລາວ ແລະ ນໍເວໄດ້ຕົກລົງໃນເດືອນສິງຫາປີ 2018 ກ່ຽວກັບການຍົກເວັ້ນວີຊາສຳລັບຜູ້ຖືໜັງສືເດີນທາງທາງການທູດ ທີ່ຕ້ອງການເດີນທາງປະເທດເຂົ້າອອກສອງປະເທດ. ເຖິງຢ່າງໃດກໍຕາມ ຂໍ້ຕົກລົງຫາກໍ່ມີຜົນນຳໃຊ້ນັບແຕ່ວັນທີ 1 ມິຖຸນານີ້ເປັນຕົ້ນໄປ.ອ່ານຕໍ່ ...

ໂຕະຂ່າວ
http://annx.asianews.network/content/laos-norway-agree-diplomatic-visa-exemption-97986

ລາວ, ກຳປູເຈຍຮັດແໜ້ນສາຍສຳພັນການຮ່ວມມື

ວຽງຈັນ (ວຽງຈັນທາມສ໌/ANN) – ໜ່ວຍງານນິຕິບັນຍັດຂອງລາວ ແລະ ກຳປູເຈຍຈະສືບຕໍ່ຊຸກຍູ້ສົ່ງເສີມລັດຖະບານຂອງຕົນໃນການແກ້ໄຂບັນຫາຊາຍແດນ ເພື່ອສຳເລັດການປັກຫຼັກໝາຍຊາຍແດນລະຫວ່າງປະເທດ.ຂໍ້ສະເໜີດັ່ງກ່າວໄດ້ມີຂຶ້ນໃນກອງປະຊຸມສອງຝ່າຍ ລະຫວ່າງຄະນະຜູ້ແທນລະດັບສູງຈາກສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດກຳປູເຈຍ ເຊິ່ງຈັດຂຶ້ນທີ່ວຽງຈັນ ໃນວັນສຸກແລ້ວນີ້ ເຊິ່ງນຳໂດຍທ່ານນາງ ປານີ ຢາທໍ່ຕຸ້ ແລະ ທ່ານ ເຮັງ ສຳຣິນ ປະທານສະພາຂອງສອງຊາດ.ອ່ານຕໍ່ ...

ສົມໄຊ ແສງດາຣາ
http://annx.asianews.network/content/laos-cambodia-assemblies-cement-cooperation-97748

ນາຍົກລາວເນັ້ນການນຳໃຊ້ຫຼັກການຮ່ວມມືສາກົນໃນກອງປະຊຸມສາກົນ

ໂຕກຽວ (ວຽງຈັນທາມສ໌/ANN) – ການຍືດຖື ແລະ ປະຕິບັດຕາມຫຼັກການສາກົນທີ່ມີຢູ່ແມ່ນວິທີທີ່ດີທີ່ສຸດເພື່ອຂ້າມຜ່ານສິ່ງທ້າທາຍໃນປະຈຸບັນ, ໃນຂະນະທີ່ການຈັດຕັ້ງຫຼັກການສາກົນໃໝ່ອາດເປັນອີກຫນຶ່ງທາງເລືອກໃນການແກ້ໄຂບັນຫາທີ່ເກີດຂຶ້ນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມນຕີກ່າວໃນກອງປະຊຸມສາກົນທີ່ປະເທດຍີ່ປຸ່ນໃນວັນສຸກທີ່ຜ່ານມາ.ກອງປະຊຸມອະນາຄົດຂອງອາຊີ, ພາຍໃຕ້ຫົວຂໍ້ທີ່ວ່າ “ການຄົ້ນຫາລະບຽບຫຼັກການສາກົນໃໝ່ – ການຂ້າມຜ່ານຄວາມສັບສົນວຸ້ນວາຍ” ເຊິ່ງຈັດຂຶ້ນເມື່ອລະບຽບຫຼັກການສາກົນພວມໄດ້ຮັບການຂົ່ມຂູ່ ແລະ ຖືກຄຸກຄາມ. ທົ່ວໂລກກຳລັງຕົກຢູ່ໃນສະພາບຄວາມບໍ່ແນ່ນອນ ເຊັ່ນ ສົງຄາມການຄ້າລະຫວ່າງສະຫະລັດ-ຈີນ ແລະ ການເກີດຂຶ້ນຂອງລັດທິຄຸ້ມຄອງການຄ້າ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌
http://annx.asianews.network/content/lao-pm-emphasises-rule-based-world-order-int%E2%80%99l-conference-97747

ລາວ, ຈີນລົງນາມຂໍ້ຕົກລົງຫຼາຍສະບັບ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຈີນ ໄດ້ລົງນາມເອກະສານການຮ່ວມມືຊຸດໃໝ່ ເຊິ່ງເປັນການເສີມຂະຫຍາຍຫານຮ່ວມມືລະຫວ່າງສອງຊາດ.ກະຊວງການຕ່າງປະເທດໄດ້ຖະແຫຼງໃນອາທິດນີ້ວ່າທ່ານ ບຸນຍັງ ວໍລະຈິດ ປະທານປະເທດລາວ ແລະ ທ່ານ ສີ ຈີນຜິງ ປະທານປະເທດຈີນ ໄດ້ລົງນາມໃນແຜນແມ່ບົດການຮ່ວມມືສອງຝ່າຍ ເຊິ່ງໄດ້ວາງທິດທາງ ແລະ ແຜນການດຳເນີນງານສຳລັບສອງຊາດໃຫ້ກະຈ່າງແຈ້ງຍິ່ງຂຶ້ນ ເພື່ອເດີນຕາມແນວທາງການສ້າງຕັ້ງຊຸມຊົນລາວ-ຈີນ ທີ່ມີອະນາຄົດຮ່ວມກັນ.ປະມຸກລັດຂອງສອງປະເທດຍັງໄດ້ເປັນສັກຂີພະຍານໃນການລົງນາມເອກະສານການຮ່ວມມີ 10 ສະບັບ ລະຫວ່າງສອງປະເທດ ທີ່ກຸງປັກກິ່ງໃນອາທິດນີ້ ຕາມການເປີດເຜີບຕໍ່ສື່ມວນຊົນຂອງກະຊວງການຕ່າງປະເທດລາວ.ອ່ານຕໍ່ ...

ເອກະພອນ ພູທອນສີ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

FjASz
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!