ສິ່ງແວດລ້ອມ ແລະ ຊັບພະຍາກອນທຳມະຊາດ

ແຂວງອັດຕະປືແຈ້ງປະມູນໄມ້ທ່ອນທີ່ຍຶດໄດ້

ອັດຕະປື, ລາວ (ວຽງຈັນທາມສ໌/ANN) – ແຂວງອັດຕະປືໄດ້ແຈ້ງການປະມູນໄມ້ທ່ອນທີ່ຍຶດໄດ້ໂດຍຄະນະກຳມະການຄຸ້ມຄອງໄມ້ ພາຍໃຕ້ພະແນກອຸດສາຫະກຳ ແລະ ການຄ້າ.ການປະມູນດັ່ງກ່າວໄດ້ມີການເຊື້ອເຊີນສະມາຄົມເຟີນີເຈີ, ໂຮງງານປຸງແຕ່ງໄມ້,​ ໂຮງງານເຟີນີເຈີ ແລະ ທຸລະກິດໄມ້ທົ່ວປະເທດເພື່ອເຂົ້າຮ່ວມ.ອ່ານຕໍ່ ...

ໂຕະຂ່າວ

ວຽງຈັນແກ້ໄຂບັນຫາມົນລະພິດຈາກພລາສ໌ຕິກ

ວຽງຈັນ (ວຽງຈັນທາມສ໌/ANN) – ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວໄດ້ຮວມມືກັບກຸ່ມອະນຸລັກສິ່ງແວດລ້ອມ Green Vientiane ເພື່ອຫຼຸດຜ່ອນກການນຳໃຊ້ ພລາສ໌ຕິກ ແລະ ຄົ້ນຄວ້າຫາວິທີການຫຼຸດຜ່ອນຂີ້ເຫຍື້ອພລາສ໌ຕິກ.ສະມາຊິກຈາກສູງການຊາວໜຸ່ມ ແລະ ກຸ່ມ Green Vientiane ໄດ້ຈັດກອງປະຊຸມໂຕມົນປຶກສາຫາລືວານນີ້ກ່ຽວກັບວິກິດການພລາສ໌ຕິກ, ພາຍໃຕ້ການເປັນປະທານຂອງທ່ານ ແສງດາວ ແກ້ວຂາວມະນີ ຫົວໜ້າໜ່ວຍປະຕິບັດການຂອງສູນ.ອ່ານຕໍ່  ...

ວຽງດາວັນ ບັນພະຮັກສາ

ນັກອຸຕຸນິຍົມຮຽນຮູ້ກ່ຽວກັບການຈຳລອງແບບສະພາບອາກາດ

ເຈົ້າໜ້າທີ່ອຸຕຸນິຍົມຈາກລາວ, ຫວຽດນາມ, ມຽນມາ ແລະ ກຳປູເຈຍ ປະຊຸມທີ່ນະຄອນຫຼວງວຽງຈັນໃນວັນອັງຄານຜ່ານມາ ເພື່ອຫາລື ແລະ ຮຽນຮູ້ກ່ຽວກັບການຈຳລອງແບບສະພາບອາກາດຂັ້ນສູງ.ເຂົ້າຮ່ວມໃນກອງປະຊຸມຝຶກອົບຮົມກ່ຽວກັບການຈຳລອງແບບສະພາບອາກາດຂັ້ນສູງສາກົນ ເຊິ່ງຈັດໂດຍກົມອຸຕຸນິຍົມວິທະຍາ ແລະ ອຸທົກກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີທ່ານ ຄຳມະນີ ຄູນພົນ ຫົວໜ້າກົມ, ທ່ານ ປາໂບລ ອິມບາກ ຜູ້ຕາງໜ້າ CIAT ແລະ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າ FAO ປະຈຳລາວ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ລາວສະໜັບສະໜູນການຟື້ນຟູປ່າໄມ້ ຫ້ວຍຍາງ-ດົງໝາກຄາຍ

ວຽງຈັນ (ວຽງຈັນທາມສ໌/ANN) – ພິທີລົງນາມໃນຂໍ້ຕົກການລົງທຶນໄດ້ມີຂຶ້ນໃນອາທິດແລ້ວນີ້ທີ່ວຽງຈັນ ລະຫວ່າງກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ກົມປ່າໄມ້ ຂອງກະຊວງກະສິກຳ ແລະ ປ່າໄມ້, ແລະ ກົມແຜນການ ແລະ ການຮ່ວມມື ຂອງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.ລັດຖະບານໄດ້ອະນຸມັດທຶນກວ່າ 2.4 ຕື້ກີບສຳລັບການຟື້ນຟູປ່າໄມ້ໃນສວນພຶກສາຫ້ວຍຍາງ-ດົງໝາກຄາຍ ເພື່ອສົ່ງເສີມການຄົ້ນຄວ້າກ່ຽວກັບປ່າໄມ້ ແລະ ລະບົບນິເວດ ກໍຄືການທ່ອງທ່ຽວຢ້ຽມຢາມພື້ນທີ່.ອ່ານຕໍ່ ...

ໂຕະຂ່າວ

ກອງປະຊຸມສຳມະນາຫາລືບັນຫາຜົນກະທົບຂອງຄົນຕໍ່ສິ່ງແວດລ້ອມ

ວຽງຈັນ (ວຽງຈັນທາມສ໌/ANN) – ອິດທິພົນຂອງຄົນຕໍ່ສິ່ງແວດລ້ອມ ແລະ ຄວາມສາມາດໃນການປ່ຽນແປງສິ່ງແວດລ້ອມ ແມ່ນຫົວຂໍ້ການປຶກສາຫາລືລະຫວ່າງເຈົ້າໜ້າທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ອົງການຈັດຕັ້ງລັດຖະບານອື່ນໆ ໃນອາທິດນີ້.ນຳພາໃນກອງປະຊຸມປຶກສາຫາລືດັ່ງກ່າວແມ່ນທ່ານ (ປອ) ບໍ່ວຽງຄຳ ວົງດາຣາ ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ເຊິ່ງຈັດໂດຍສະຖານບັນນິເວດວິທະຍາ ແລະ ເຕັກໂນໂລຊີສິ່ງມີຊີວິດ ເຊິ່ງຈັດຂຶ້ນໃນວັນອັງຄານທີ່ຜ່ານມາ.ອ່ານຕໍ່ ...

ໂຕະຂ່າວ

ເມືອງວັງວຽງມີແຜນສ້າງໂຮງບຳບັດນ້ຳເສຍ

ວຽງຈັນ (ວຽງຈັນທາມສ໌/ANN) – ນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນຕ້ອງການການເອົາໃຈໃສ່ເປັນພິເສດ ເນື່ອງຈາກມີການປ່ອຍນ້ຳເສຍ ແລະ ນ້ຳຮ່ອງຈາກໂຮງແຮມ, ບ້ານພັກ, ແລະ ຮ້ານອາຫານຕ່າງໆລົງສູ່ແມ່ນ້ຳ.ເມືອງວັງວຽງເປັນຈຸດສູນກາງການທ່ອງທ່ຽວ ແລະ ມີທິວທັດແມ່ນ້ຳທີ່ສວຍງາມທ່າມກາງທຳມະຊາດ. ຖ້າວ່າແມ່ນ້ຳເກີດເປົນມົນລະພິດ ຈະສົ່ງຜົນໂດຍກົງຕໍ່ນັກທ່ອງທ່ຽວທີ່ຕ້ອງການລົງຫຼີ້ນນ້ຳ, ຂີ່ກົງເບັງ ຫຼື ພາຍເຮືອ ໂດຍສະເພາະໃນບໍລິເວນແຄມແມ່ນ້ຳ. ເຊິ່ງອາດສົ່ງຜົນເຖິງທຸລະກິດທີ່ອາດຕ້ອງປິດກິດຈະການ ເມື່ອບໍ່ມີນັກທ່ອງທ່ຽວມາທ່ຽວ.ອ່ານຕໍ່ ...

ຄອນສະຫວັນ ລາດຊະເພົາ

ນ້ຳຊອງຍີນດີຕ້ອນຮັບນັກທ່ອງທ່ຽວ, ບໍ່ແມ່ນຂີ້ເຫຍື້ອຈາກນັກທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ເມື່ອຍ່າງລົງໄປທາງໃຕ້ຂອງສາຍນ້ຳຊອງ ເມືອງວັງວຽງ ແຂວງວຽງຈັນ ທ່ານຈະຕົກໃຈກັບມວນຂີ້ເຫຍື້ອອັນມະຫາສານ ເຊິ່ງເກີດມາຈາກການທ່ອງທ່ຽວມ່ວນຊື່ນກັບກິດຈະກຳທີ່ຫຼາກຫຼາຍຕ່າງໆຕາມລ້ອງແມ່ນ້ຳ.ໂຊກບໍ່ດີທີ່ນັກທ່ອງທ່ຽວຈຳນວນຫຼາຍ ມົວເມົານຳແຕ່ການມ່ວນຊື່ນກັບກິດຈະກຳການຂີ່ກົງເບັງ, ພາຍເຮືອ ແລະ ຂີ່ເຮືອ ຈົນລືມຖິ້ມຂີ້ເຫຍື້ອຂອງຕົນລົງຖັງທີ່ຈັດສັນໄວ້, ເຮັດໃຫ້ສິ່ງເສດເຫຼືອຕ່າງໆເຫຼົ່ານັ້ນຕ້ອງລ່ອງລອຍຢູ່ຕາມແມ່ນ້ຳ.ອ່ານຕໍ່ ...

ໂຕະຂ່າວ

ຊາວກະສິກອນລາວຜະເຊີນຄວາມທ້າທາຍດ້ານພູມອາກາດທີ່ຮຸນແຮງ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນລາວກຳລັງຜະເຊີນກັບສິ່ງທ້າທາຍຕໍ່ເນື່ອງໃນການຜະລິດ ພາຍໃຕ້ສະພາບອຸນນະພູມທີ່ສືບຕໍ່ເພີ່ມຂຶ້ນໃນລະດັບສູງສຸງ.ຫຼ້າສຸດ ກົມອຸຕຸນິຍົມວິທະຍາ ແລະ ອຸທຸກະສາດ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ລາຍງານວ່າ ອຸນນະພູມໃນລາວແມ່ນຮ້ອນເຖິງລະດັບ 40ºC  ແລະ ສະພາບອາກາດຮ້ອນດັ່ງກ່າວຈະສືບຕໍ່ໄປເຖິງທ້າຍເດືອນນີ້.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ອາກາດໃນລາວຍັງຄົງສືບຕໍ່ຮ້ອນໄປເຖິງທ້າຍເດືອນເມສາ

ສະພາບອາກາດທີ່ຮ້ອນໃນປະຈຸບັນຍັງຈະສືບຕໍ່ໄປເຖິງທ້າຍເດືອນນີ້ໃນບາງພາກຂອງລາວ, ເຊິ່ງອຸນນະພູມອາດຂຶ້ນສູງເຖິງລະດັບ 40 ອົງສາເຊ, ຕາມກົມອຸຕຸນິຍົມວິທະຍາ.ເຖິງຢ່າງໃດກໍຕາມ ອາດມີສະພາບຝົນຕົກ ແລະ ລົມພັດແຮງໃນບາງພື້ນທີ່ ໃນຊ່ວງວັນທີ 26-28 ເມສານີ້ ເຊິ່ງອາດຊ່ວຍຫຼຸດຜ່ອນຄວາມຮ້ອນລົງໄດ້ລະດັບໜຶ່ງ.ອ່ານຕໍ່ ...

ທີມຂ່າວວຽງຈັນທາມສ໌

ເຈົ້າໜ້າທີ່ສິ່ງແວດລ້ອມລາວຮັດແໜ້ນການຮ່ວມມືຕ້ານອາດສະຍາກຳກ່ຽວກັບປ່າໄມ້ ແລະ ສັດປ່າ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ຕຳຫຼວດ ແລະ ເຈົ້າໜ້າທີ່ສິ່ງແວດລ້ອມຈາກພາກໃຕ້ ໄດ້ຮ່ວມກອງປະຊຸມທີ່ແຂວງຈຳປາສັກ ເພື່ອຝຶກອົບຮົມກ່ຽວກັບການບັງຄັບໃຊ້ກົດໝາຍໃໝ່ ເຊິ່ງມີຈຸດປະສົງແນໃສ່ສະກັດກັ້ນການຊື້ຂາຍສັດປ່າຜິດກົດໝາຍ ແລະ ກິດຈະກຳກ່ຽວກັບໄມ້ຜິດກົດໝາຍຕ່າງໆ.ກອງປະຊຸມໄລຍະສອງວັນ ໄດ້ຈັດຂຶ້ນໃນລະຫວ່າງວັນທີ 8-9 ເມສາ ທີ່ໂຮງແຮມຈຳປາພາເລສ໌, ພາຍໃຕ້ການເຂົ້າຮ່ວມຂອງເຈົ້າໜ້າທີ່ກະຊວງຍຸດຕິທຳ ແລະ ກະຊວງກະສິກຳ ແລະ ປ່າໄມ້ ທີ່ແຂວງຈຳປາສັກ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

6ckaK
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!