ພະລັງງານ

ລັດຖະບານຕົກລົງຫຼຸດຄ່າໄຟຟ້າເພື່ອສົ່ງເສີມປະສິດທິພາບການຜະລິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຕົກລົງຫຼຸດຄ່າໄຟຟ້າເພື່ອເພີ່ມທະວີນະໂຍບາຍໃນການສົ່ງເສີມການລົງທຶນ ແລະ ປະສິດທິພາບຂອງການຜະລິດ ທັງເປັນການຍົກລະດັບຊີວິດການເປັນຢູ່ສຳລັບຜູ້ມີລາຍຮັບຕ່ຳ.ຂໍ້ຕົກລົງດັ່ງກ່າວໄດ້ຜ່ານການຮັບຮອງໃນກອງປະຊຸມລະຫວ່າງສະມາຊິກລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງ ເຊິ່ງຈັດຂຶ້ນໃນອາທິດນີ້ທີ່ວຽງຈັນ.ອ່ານຕໍ່ ...

ສົມສັກ ພົງຂາວ
http://annx.asianews.network/content/laos-agrees-lower-electricity-rates-promote-productivity-99226

ນາຍົກຢືນຢັນສຸມໃສ່ຂະແໜງການໄຟຟ້າໂດຍການພັດທະນາເຂື່ອນໄຟຟ້າແບບຍືນຍົງ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຈະສືບຕໍ່ສົ່ງເສີມໂຄງການເຂື່ອນໄຟຟ້າແບບຍືນຍົງ ແລະ ເປັນມິດຕໍ່ສິ່ງແວດລ້ອມ ຄຽງຄູ່ກັບການພິຈາລະນາພະລັງງານລົມ ແລະ ແສງອາທິດ ເປັນພະລັງງານທາງເລືອກໃນການຜະລິດກະແສໄຟຟ້າ.ນີ້ແມ່ນຄຳຢືນຢັນຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໃນກອງປະຊຸມຫຼ້າສຸດຂອງຂະແໜງພະລັງງານ ແລະ ບໍ່ແຮ່ ທີ່ນະຄອນວຽງຈັນ.ອ່ານຕໍ່  ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-pm-confirms-electricity-focus-sustainable-hydro-development-99036

ລັດຂະຫຍາຍການລົງທຶນດ້ານຕາຂ່າຍສຳລັບແຈກຢາຍໄຟຟ້າໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ ໂຄງການກໍ່ສ້າງ ແລະ ຕິດຕັ້ງຕາຂ່າຍໄຟຟ້າແຫ່ງຊາດເຈັດໂຄງການຈະສຳເລັດພາຍໃນສາມໃຕມາດຫຼັງຂອງປີນີ້.ບົດລາຍງານຫຼ້າສຸດຈາກກະຊວງເນັ້ນວ່າ ໃນເຈັດໂຄງການດັ່ງກ່າວຈະລວມເອົາ ໂຄງການສາຍສົ່ງໄຟຟ້າຂະໜາດ 230kV ສອງສາຍ ໄລຍະ 86.4 ກມ ແລະ 82 ກມ ຢູ່ແຂວງອຸດົມໄຊ ແລະ ບໍ່ແກ້ວ, ແລະ ອີກໜຶ່ງໂຄງການ ໄລຍະ 82 ກມ ຢູ່ແຂວງຫົວພັນ.ອ່ານຕໍ່ ...

ພອນສະຫວັນ ວົງໄຊ
http://annx.asianews.network/content/govt-speeds-power-grid-investments-electricity-distribution-laos-98796

ລາວ: ພະລັງງານແສງອາທິດຊ່ວຍໃຫ້ຊາວກະສິກອນແຂວງອັດຕະປືປະຢັດເງິນຄ່າໄຟຟ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ແຂວງອັດຕະປືພວມເດີນໜ້າການນຳໃຊ້ພະລັງງານແສງອາທິດເຂົ້າໃນລະບົບຊົນລະປະທານ.ທ່ານ ແສງສະໝຸດ ນໍຣະແສງ ເຈົ້າຂອງບໍລິສັດອິນເຕີເນັດການຄ້າຂາອອກ-ຂາເຂົ້າ ແລະ ເຈົ້າຂອງໂຄງການພະລັງງານແສງອາທິດ ກ່າວວ່າໄດ້ມີການລິເລີ່ມໂຄງການຢູ່ເຂດນາເຊືອກ ບ້ານຄຳວົງສາໃນປີ 2018 ແລະ ຈະສຳເລັດໃນປີ 2020.ອ່ານຕໍ່ ...

ປັນຍາສິດ ທຳມະວົງສາ
http://annx.asianews.network/content/laos-solar-power-helps-farmers-attapeu-save-electricity-payments-98797

ການສົ່ງອອກໄຟຟ້າຂອງລາວເພີ່ມຂຶ້ນ ໃນຂະນະທີ່ການນຳເຂົ້າຫຼຸດລົງ

ວຽງຈັນ (ວຽງຈັນທາມສ໌/ANN) – ການຜະລິດພະລັງງານໄຟຟ້າຂອງລາວ ເພື່ອນຳໃຊ້ພາຍໃນ ແລະ ສົ່ງອອກ ເພີ່ມຂຶ້ນໃນໄຕມາດທຳອິດຂອງປີນີ້ ໃນຂະນະທີ່ການນຳເຂົ້າຫຼຸດລົງ.ລາວສ້າງລາຍຮັບຈາກການສົ່ງອອກໄຟຟ້າໄດ້ US$422 ລ້ານໂດລາໃນໄຕມາດທຳອິດຂອງປີນີ້, ເພີ່ມຂຶ້ນ 10.2 ເປີເຊັນທຽບກັບໄລຍະດຽວກັນຂອງປີກາຍ ເຊິ່ງກວມ 24.3 ເປີເຊັນຂອງແຜນການປະຈຳປີ, ຕາມກະຊວງພະລັງງານ ແລະ ບໍ່ແຮ່.ອ່ານຕໍ່  ...

ໂຕະຂ່າວ
http://annx.asianews.network/content/lao-electricity-exports-increase-while-imports-fall-98723

ລັດຖະບານ, ບໍລິສັດເຂື່ອນໄຟຟ້າ ປູທາງສຳລັບການຄຸ້ມຄອງຄວາມປອດໄພຂອງເຂື່ອນໄຟຟ້າໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານ ແລະ ເຈົ້າຂອງໂຄງການເຂື່ອນໄຟຟ້າໄດ້ລິເລີ່ມຄົ້ນຄວ້າການພັດທະນາເຂື່ອນຕົວແບບ ທີ່ເປັນປະໂຫຍດສຳລັບຜູ້ມີສ່ວນຮ່ວມທຸກພາກສ່ວນ ແລະ ຮັບປະກັນຄວາມປອດໄພໃນການປະຕິບັດການຂອງເຂື່ອນ.ກອງປະຊຸມຄັ້ງທຳອິດເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບບັນຫາລະຫວ່າງລັດຖະບານ ແລະ ບໍລິສັດເຂື່ອນໄຟຟ້າ ໄດ້ຈັດຂຶ້ນໃນວັນສຸກແລ້ວນີ້ ທີ່ນະຄອນວຽງຈັນ ເຊິ່ງກະຊວງພະລັງງານ ແລະ ບໍ່ແຮ່ ແລະ ບໍລິສັດໄຟຟ້ານ້ຳເທີນ 2 ຮ່ວມກັນຈັດຕັ້ງຂຶ້ນ.ອ່ານຕໍ່ ...

ສົມໄຊ ແສງດາລາ
http://annx.asianews.network/content/govt-hydro-developers-pave-way-safe-dam-management-laos-98718

ລັດຖະບານລາວ, ບໍລິສັດລົງນາມຂໍ້ຕົກລົງການສ້າງເຂື່ອນໄຟຟ້ານ້ຳຕົກ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວ ແລະ ສອງບໍລິສັດເອກະຊົນໄດ້ລົງນາມໃນການພັດທະນາໂຄງການເຂື່ອນໄຟຟ້າ ເຊບັ້ງໄຟ 1 (ແກ້ງແກວ).ຂໍ້ຕົກລົງການສ້າງເຂື່ອນດັ່ງກ່າວໄດ້ມີລານລົງນາມທີ່ວຽງຈັນໃນວັນສຸກຜ່ານມາ ໂດຍຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ, ກະຊວງພະລັງງານ ແລະ ບໍ່ແຮ່, ແລະ ບໍລິສັດທັນສະໄໝກໍ່ສ້າງຂົວທາງ ຈຳກັດ ແລະ ບໍລິສັດພະລັງງານສະອາດ ນາຣາ ຈຳກັດ.ອ່ານຕໍ່ ...

ເພັດສະໝອນ ຈັນດາລາ
http://annx.asianews.network/content/lao-govt-companies-sign-agreement-developing-hydro-power-plant-98645

ຊຸມຊົນທຸລະກິດລາວ, ເກົາຫຼີໃຕ້ ມີເປົ້າໝາຍການລົງທຶນດ້ານພະລັງງານທົດແທນ

ວຽງຈັນ (ວຽງຈັນທາມສ໌/ANN) – ຊຸມຊົນທຸລະກິດຂອງລາວ ແລະ ເກົາຫຼີໃຕ້ມີຄວາມສົນໃຈໃນການຮ່ວມສົ່ງເສີມການພັດທະນາພະລັງງານທົດແທນໃນລາວ.ງານກິດຈະກຳການຈັບຄູ່ທຸລະກິດໄດ້ມີຂຶ້ນທີ່ນະຄອນວຽງຈັນ ເພື່ອສົ່ງເສີມການຮ່ວມມືລະຫວ່າງຫົວໜ່ວຍທຸລະກິດລາວ ແລະ ຕາງໜ້າທຸລະກິດເກົາຫຼີຈາກແຂວງຊຸງຊອງບຸກໂດ ສາທາລະນະລັດເກົາຫຼີ.ອ່ານຕໍ່ ...

ບຸນແຝງ ໄພມະນີວົງ
http://annx.asianews.network/content/lao-south-korean-business-communities-target-investment-renewables-98646

ລາວອະນຸມັດໂຄງການເຂື່ອນໄຟຟ້າຕາດສະໂກຍ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ເປີດໄຟຂຽວໃຫ້ແກ່ບໍລິສັດໄຟຟ້າຕາດສະໂກຍຈຳກັດ ໃນການດຳເນີນໂຄງການພະລັງງານໄຟຟ້ານ້ຳຕົກຕາດສະໂກຍ ເມືອງເຊໂປນ ແຂວງສະຫວັນນະເຂດ.ຂໍ້ຕົກລົງການສຳປະທານໂຄງການແມ່ນໄດ້ຮັບການລົງນາມຫວ່າງໆໝໍ່ໆມານີ້ ທີ່ວຽງຈັນ ລະຫວ່າງທ່ານ ປອ ສຸພັນ ແກ້ວມີໄຊ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານ ປອ ສິນນະວາ ສຸພານຸວົງ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ ສຸຣະສັກ ພັນເຣືອງວົງ ປະທານບໍລິສັດ B.Grimm Power (ລາວ) ຈຳກັດ, ແລະ ທ່ານ ພິມພາ ເອກະພົນ ອຳນວຍການບໍລິຫານກຸ່ມບໍລິສັດການລົງທຶນ ແລະ ກໍ່ສ້າງ ດາວສະຫວັນ ຈຳກັດ.ອ່ານຕໍ່ ...

ເພັດສະໝອນ ຈັນດາລາ
http://annx.asianews.network/content/laos-approves-tadsakoi-hydropower-plant-97988

ລາວເດີນໜ້າການຊື້ຂາຍໄຟຟ້າກັບປະເທດເພື່ອນບ້ານ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວໄດ້ຕົກລົງດຳເນີນການສຶກສາຄວາມເປັນໄປໄດ້ກ່ຽວກັບການຊື້ຂາຍກະແສໄຟຟ້າ ແລະ ແລກປ່ຽນພະລັງງານໄຟຟ້າ ກັບບັນດາປະເທດເພື່ອນບ້ານເພື່ອສົ່ງເສີມການຮ່ວມມືໃນຂະແໜງພະລັງງານ.ລາວໄດ້ຕົກລົງຈຳໜ່າຍກະແສໄຟຟ້າ 5,000 ເມກາວັດໃຫ້ແກ່ຫວຽດນາມ ແລະ ໃນປະຈຸບັນກຳລັງມີການສົ່ງອອກພະລັງງານກວ່າ 300 ເມກາວັດ ແລະ ຄາດວ່າສະສະໜອງພະລັງງານໃຫ້ໄດ້ 1,000 ເມກາວັດພາຍໃນປີ 2020, ທ່ານ ປອ ຄຳມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ລາຍງານໃນພິທີກອງປະຊຸມຂອງຂະແໜງພະລັງງານ ແລະ ບໍ່ແຮ່ ສຳລັບໄຕມາດທຳອິດ ໃນວັນຈັນມາ.ອ່ານຕໍ່ ...

ໂຕະຂ່າວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

teMbc
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!