News
ລຸກຊຳບວກ ໃຫ້ການຊ່ວຍເຫຼືອຄະນະກຳມາທິການແມ່ນ້ຳຂອງກຳນົດຮ່າງທິດທາງແຜນຍຸດທະສາດໃໝ່
ລຸກຊຳບວກ ໄດ້ສະໜອງທຶນ 1 ລ້ານເອີໂຣ (ປະມານ 1,13 ລ້ານ USD) ໃຫ້ແກ່ຄະນະກຳມາທິການແມ່ນ້ຳຂອງ (MRC) ເພື່ອຊ່ວຍເຫຼືອປະເທດກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ ເພື່ອຮັກສາລະບົບນິເວດຂອງແມ່ນ້ຳຂອງ ແລະ ເພີ່ມທະວີຄວາມຕ້ານທານກັບດິນຟ້າອາກາດ, ຄວາມສ່ຽງ, ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ.ທຶນຊ່ວຍເຫຼືອລ້າດັ່ງກ່າວຈະສະໜັບສະໜູນຫຼາຍກິດຈະກຳ ລວມທັງການຄຸ້ມຄອງອ່າງແມ່ນ້ຳຂອງຫຼັກ, ການເກັບກຳຂໍ້ມູນ ແລະ ປັບປຸງໜ້າທີ່ຕິດຕາມ, ສ້າງແບບຈຳລອງ ແລະ ການປະເມີນ. ນອກນີ້, ຍັງສະໜັບສະໜູນການວາງແຜນ ແລະ ການຄາດຄະເນ ທັງປະກອບສ່ວນເຂົ້າໃນລະບົບເຕືອນໄພລ່ວງໜ້າ ແລະ ການຕອບໂຕ້ສຸກເສີນຂອງ MRC.ອ່ານເພິ່ມເຕີມ ...
ຂປລ
ລຸກຊຳບວກສະໜັບສະໜູນພາລະກິດການຟື້ນຟູຫຼັງໄພພິບັດໃນລາວ
(ຂປລ) ລັດຖະບານລຸກຊຳບວກ ໃຫ້ການສະໜັບສະໜູນໂຄງການສ້າງຄວາມສາມາດເພື່ອການຟື້ນຟູຫຼັງໄພພິບັດ ມູນຄ່າປະມານ US$ 981,000 ໂດລາ.ລັດຖະບານລາວໄດ້ຮ່ວມສະໜັບສະໜູນທຶນຈຳນວນ US$ 219,928 ໂດລາຂອງມູນຄ່າໂຄງການທັງໝົດ ເຊິ່ງຈະຈັດຕັ້ງປະຕິບັດຢູ່ໃນລະດັບສູນກາງ ແລະ ທ້ອງຖິ່ນ ແລະລວມມີການວາງແຜນເພື່ອຫຼຸດຜ່ອນຄວາມສ່ຽງໄພ ແລະ ການສ້າງຄວາມສາມາດໃຫ້ແກ່ຊຸມຊົນຫຼັງໄພພິບັດ.ໂຄງການດັ່ງກ່າວຈະຈັດຕັ້ງປະຕິບັດຢູ່ເມືອງປາກຊັນ ແຂວງບໍລິຄຳໄຊ, ແລະ ເມືອງຄົງເຊໂດນ ແຂວງສາລະວັນ.ອ່ານຕໍ່ ...
ຂປລ