ລຸກຊຳບວກ ໃຫ້ການຊ່ວຍເຫຼືອຄະນະກຳມາທິການແມ່ນ້ຳຂອງກຳນົດຮ່າງທິດທາງແຜນຍຸດທະສາດໃໝ່

ລຸກຊຳບວກ ໄດ້ສະໜອງທຶນ 1 ລ້ານເອີໂຣ (ປະມານ 1,13 ລ້ານ USD) ໃຫ້ແກ່ຄະນະກຳມາທິການແມ່ນ້ຳຂອງ (MRC) ເພື່ອຊ່ວຍເຫຼືອປະເທດກຳປູເຈຍ, ລາວ, ໄທ ແລະ ຫວຽດນາມ ເພື່ອຮັກສາລະບົບນິເວດຂອງແມ່ນ້ຳຂອງ ແລະ ເພີ່ມທະວີຄວາມຕ້ານທານກັບດິນຟ້າອາກາດ, ຄວາມສ່ຽງ, ໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ.

ທຶນຊ່ວຍເຫຼືອລ້າດັ່ງກ່າວຈະສະໜັບສະໜູນຫຼາຍກິດຈະກຳ ລວມທັງການຄຸ້ມຄອງອ່າງແມ່ນ້ຳຂອງຫຼັກ, ການເກັບກຳຂໍ້ມູນ ແລະ ປັບປຸງໜ້າທີ່ຕິດຕາມ, ສ້າງແບບຈຳລອງ ແລະ ການປະເມີນ. ນອກ​ນີ້, ​ຍັງສະໜັບສະໜູນ​ການ​ວາງ​ແຜນ ​ແລະ ການ​ຄາດ​ຄະ​ເນ ທັງປະກອບສ່ວນ​ເຂົ້າ​ໃນ​ລະບົບ​ເຕືອນ​ໄພ​ລ່ວງ​ໜ້າ ​ແລະ ການ​ຕອບ​ໂຕ້​ສຸກ​ເສີນ​ຂອງ MRC.

ອ່ານເພິ່ມເຕີມ… 

ຂປລ