News
ການລົງທຶນຂອງເກົາຫຼີ ໃນເຂດເສດຖະກິດພິເສດບຶງທາດຫຼວງ
ບໍລິສັດລົງທຶນອະສັງຫາລິມະຊັບຂອງ ສ.ເກົາຫຼີ D&C Mineun ໄດ້ຈັດກອງປະຊຸມສຳມະນາສົ່ງເສີມການຂາຍເປັນເວລາ 1 ອາທິດ ທີ່ນະຄອນຫຼວງວຽງຈັນ ໃນລະຫວ່າງວັນທີ 13 ຫາ 16 ພະຈິກ ທີ່ນັກລົງທຶນໄດ້ປຶກສາຫາລືກ່ຽວກັບໂອກາດທາງທຸລະກິດພາຍໃນເຂດເສດຖະກິດພິເສດບຶງທາດຫຼວງ. ການຜ່ອນຜັນພາສີ ແລະ ຖົມຂຸມຕ່າງໆ ແມ່ນຢູ່ພາຍໃຕ້ສັນຍາຂອງລັດຖະບານລາວ ລະຫວ່າງນັກລົງທຶນໃນໂຄງການພັດທະນາ, ແລະ ຜູ້ທີ່ລົງທຶນຫຼາຍກວ່າ 100,000 ໂດລາ ຈະໄດ້ຮັບທີ່ຢູ່ອາໄສຖາວອນໃນລາວ. ບັນດານັກລົງທຶນແມ່ນຈະຖືກຍົກເວັ້ນຈາກພາສີອະສັງລິມະຊັບ, ພາສີຊັບສິນ ແລະ ພາສີການຖືຄອງຊັບສິນ ແລະ ໄດ້ສ່ວນຫຼຸດ 50 ສ່ວນຮ້ອຍຈາກອາກອນມູນຄ່າເພິ່ມ ຫຼື value-added tax (VAT). ພາສີລາຍໄດ້ແມ່ນຈະໄດ້ຮັບການຍົກເວັ້ນໃນ 4 ປີທຳອິດ.ອ່ານເພິ່ມເຕີມ ...
ລັດສະໝີ ພອນວິໄລ
ລາວຕ້ອງສ້າງນະໂຍບາຍເພື່ອດຶງດູດການລົງທຶນໃນເຂດເສດຖະກິດພິເສດ
ລັດຖະບານສັ່ງດຳເນີນການສືບຕໍ່ປັບປຸງສະພາບແວດລ້ອມໃນການລົງທຶນ ແລະ ຈັດນະໂຍບາຍພິເສດເພື່ອສົ່ງເສີມການລົງທຶນໃນເຂດເສດຖະກິດພິເສດ (SEZs) ແລະ ເຂດເສດຖະກິດສະເພາະ ທ່າມກາງການແຂ່ງຂັນທີ່ເພີ່ມສູງຂຶ້ນລະຫວ່າງບັນດາປະເທດເພື່ອນບ້ານ.ຕາມການສຳຫຼວດຫວ່າງມໍ່ໆມານີ້ເຫັນວ່າ ປະເທດກຳປູເຈຍ, ມຽນມາ ແລະ ໄທ ກໍມີການສ້າງຕັ້ງເຂດເສດຖະກິດພິເສດ ທັງມີນະໂຍບາຍການສົ່ງເສີມທີ່ສູງ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ