News
ຄວາມກັງວົນຂອງລາວ ແລະ ໄທ ກ່ຽວກັບການໄຫລຂອງນ້ຳຈາກເຂື່ອນຕອນເທິງຢູ່ແມ່ນ້ຳຂອງ
ລະດັບນ້ຳຕ່ຳ ແລະ ການຂາດແຄນຕະກອນ ໄດ້ສົ່ງຜົນກະທົບຕໍ່ລະບົບນິເວດ ແລະ ການດຳລົງຊີວິດຂອງປະຊາຊົນ. ຜູ້ຊ່ຽວຊານກ່າວວ່າ ເຂື່ອນດັ່ງກ່າວເຮັດໃຫ້ຜົນກະທົບຂອງໄພແຫ້ງແລ້ງໃນແຕ່ລະໄລຍະໃນອ່າງແມ່ນໍ້າຂອງຮ້າຍແຮງຂຶ້ນຕໍ່ແມ່ນໍ້າຂອງ ຊຶ່ງຜົນກະທົບດັ່ງກ່າວໄດ້ເປັນການຄຸກຄາມຕໍ່ລະບົບນ້ຳ ແລະ ສານອາຫານທີ່ເປັນປະໂຫຍດແກ່ການປະມົງ ແລະ ການກະສິກໍາ.ອ່ານເພິ່ມເຕີມ ...
ວິທະຍຸເອເຊຍເສລີ
ສາເຫດເຂື່ອນແຕກຢູ່ລາວແມ່ນຍ້ອນການນຳໃຊ້ດິນ: ຕາມຊ່ຽວຊານດ້ານນ້ຳ
ວິທີການກໍ່ສ້າງທີ່ມີຄຸນນະພາບຕ່ຳ ໂດຍການນຳໃຊ້ດິນແທນຊີມັງ ແມ່ນສາເຫດຂອງເຂື່ອນແຕກຢູ່ລາວປີກາຍນີ້, ທີມຊ່ຽວຊານດ້ານນ້ຳສະຫຼຸບ, ເຊິ່ງຂັດກັບຂໍ້ສະຫຼຸບຂອງບໍລິສັດເກົາຫຼີໃຕ້ ທີ່ເປັນຜູ້ດຳເນີນໂຄງການ.ໄພພິບັດດັ່ງກ່າວໄດ້ເກີດຂຶ້ນໃນວັນທີ 23 ກໍລະກົດ 2018 ເມືຶ່ອໜຶ່ງໃນສັນເຂື່ອນຂອງໂຄງການພະລັງງານໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍໄດ້ພັງລົງ ພາຍຫຼັງມີຝົນຕົນໜັກ ເຮັດໃຫ້ກະແສນ້ຳໄຫຼຖ້ວມ 12 ບ້ານ ແລະ ມີຜູ້ເສຍຊີວິດຢ່າງໜ້ອຍ 40 ຄົນຢູ່ແຂວງຈຳປາສັກ ແລະ ອັດຕະປື, ທັງມີຜູ້ສູນຫາຍອີກຈຳນວນໜຶ່ງ.ອ່ານຕໍ່ ...
Max Avary