News
ລາວ, ສະວິດເຊີແລນລົງນາມຂໍ້ຕົກລົງເພື່ອເສີມຂະຍາຍສາຍພົວພັນຮ່ວມມືເຂັ້ມແຂງ
ລາວ ແລະ ສະວິດເຊີແລນ ໄດ້ລົງນາມໃນຂໍ້ຕົກລົງເພື່ອເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືອັນຍາວນານ ລະຫວ່າງສອງຝ່າຍ, ໃນລະຫວ່າງການຢ້ຽມຢາມລາວເປັນທາງການເປັນເວລາສອງມື້ຂອງທ່ານ Ignazio Cassis ຮອງປະທານປະເທດ. ສັນຍາດັ່ງກ່າວມີຈຸດປະສົງເພື່ອລົງເລິກການຮ່ວມມືໃນຂົງເຂດວຽກເຮັດງານທໍາ ແລະ ການຝຶກອົບຮົມວິຊາຊີບ, ກະສິກໍາ ແລະ ຄວາມໝັ້ນຄົງດ້ານສະບຽງອາຫານ, ການປ່ຽນແປງດິນຟ້າອາກາດ, ການປົກຄອງ ແລະ ການມີສ່ວນຮ່ວມຂອງພົນລະເມືອງ, ແລະການຊ່ວຍເຫຼືອດ້ານມະນຸດສະທໍາ. ພາຍໃຕ້ຂໍ້ຕົກລົງ, ທັງສອງຝ່າຍໃຫ້ຄຳໝັ້ນສັນຍາເຄົາລົບຫຼັກການປະຊາທິປະໄຕ ແລະ ສິດພື້ນຖານ, ເປົ້າພັດທະນາແບບຍືນຍົງໃນປີ 2030ອ່ານຕໍ່ທີ່ນີ້ ...
ຜູ້ລາຍງານຂ່າວທາມສ໌
ການຮ່ວມມືລາວ, ສະວິດສືບຕໍ່ການລິເລີ່ມເພື່ອການກະສິກຳ-ຊີວະນາໆພັນ
ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ສະວິດເຊີແລນຈະສືບຕໍ່ການຮ່ວມມືໃນໂຄງການລິເລີ່ມເພື່ອການກະສິກຳ-ຊີວະນາໆພັນ (TABI) ເພື່ອຫຼຸດຜ່ອນຄວາມທຸກຍາກ ແລະ ຍົກລະດັບຊີວິດການເປັນຢູ່ຂອງຊຸມຊົນເຂດພູດອຍຜ່ານການຄຸ້ມຄອງທີ່ດິນແບບຍືນຍົງ.TABI ແມ່ນໂຄງກາຮ່ວມມືລະຫວ່າງກະຊວງກະສິກຳ ແລະ ປ່າໄມ້ ແລະ ອົງການເພື່ອການພັດທະນາ ແລະ ຮ່ວມມືສະວິດ (SDC), ເຊິ່ງເລີ່ມດຳເນີນມາຕັ້ງແຕ່ປີ 2009 ແລະ ປະຈຸບັນແມ່ນຢູ່ໃນໄລຍະທີ່ສາມ ແລະ ສຸດທ້າຍ (ແຕ່ເດືອນເມສາ 2017-ກັນຍາ 2020).ອ່ານຕໍ່ ...