News
ຜູ້ປະສົບໄພນ້ຳຖ້ວມທີ່ອັດຕະປືຍັງຢ້ານກົວຕໍ່ໄພຈາກລະເບີດທີ່ຍັງບໍ່ທັນແຕກ
ຊ່ຽວຊານພາກສະໜາມໄດ້ເຕືອນກ່ຽວກັບອັນຕະລາຍຂອງລະເບີດທີ່ຍັງບໍ່ທັນແຕກເພີ່ມເຕີມ ທີ່ເມືອງສະໜາມໄຊ ແຂວງອັດຕະປື ນອກຈາກໄພນ້ຳຖ້ວມຄັ້ງຮ້າຍແຮງໃນອາທິດທີ່ຜ່ານມາ. ຊ່ຽວຊານກັງວົນວ່າລູກລະເບີດທີ່ຖືກຝັງຢູ່ພື້ນດິນ ຫຼື ຕົມ ອາດໄດ້ຮັບການກະທົບຈາກໄພນ້ຳຖ້ວມ ເຊິ່ງອາດລະເບີດຂຶ້ນໄດ້ ຫຼັງການແຕກຂອງສັນເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍໃນອາທິດແລ້ວນີ້.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ຜູ້ປະສົບໄພຈະມີທີ່ຢູ່ອາໄສຊົ່ວຄາວພາຍໃນສອງເດືອນ
ອຳນາດການປົກຄອງທີ່ກ່ຽວຂ້ອງກ່າວວ່າ ຈະມີການສ້າງທີ່ຢູ່ອາໄສຊົ່ວຄາວ ເຊິ່ງຈະສຳເລັດພາຍໃນກຳນົດເວລາສອງເດືອນ ສຳລັບປະຊາຊົນທີ່ບ້ານເຮືອນຖືກທຳລາຍ ຫຼັງຈາກເຫດນ້ຳຖ້ວມໃຫຍ່ທີ່ເມືອງສະໜາມໄຊ ແຂວງອັດຕະປື.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ລັດຈະອະນຸມັດນະໂຍບາຍການຈ່າຍຄ່າທົດແທນສຳລັບຜູ້ປະສົບໄພນ້ຳຖ້ວມຈາກເຂື່ອນແຕກ
ປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມຄັ້ງໃຫຍ່ທີ່ເມືອງສະໜາມໄຊ ແຂວງອັດຕະປືຈະໄດ້ຮັບຄ່າທົດແທນຢ່າງເຕັມສ່ວນ ເນື່ອງຈາກລັດຖະບານກຳນົດວ່າເຫດນ້ຳຖ້ວມດັ່ງກ່າວບໍ່ແມ່ນໄພພິບັດທາງທຳມະຊາດ.ອ່ານຕໍ່ ...
ເອກະພອນ ພູທອນສີ
ຊຸກຍູ້ພາລະກິດການສັກຢາປ້ອງກັນພະຍາດທີ່ສູນບັນເທົາທຸກນ້ຳຖ້ວມທີ່ອັດຕະປື
ເຈົ້າໜ້າທີ່ສາທາໄດ້ເລີ່ມພາລະກິດສັກຢາປ້ອງກັນພະຍາດໄຂ້ທໍລະພິດ, ອະຫິວາ, ບາດທະຍັກ ແລະອື່ນໆ ໃຫ້ແກ່ຜູ້ປະສົບໄະ ເພື່ອຕ້ານການລະບາດຂອງພະຍາດຕິດຕໍ່ໃນພື້ນປະສົບໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື. ຜ່ານມາໄດ້ພົບບັນຫາການເຈັບປ່ວຍຈຳນວນ 2,979 ກໍລະນີຈາກພະຍາດ ທ້ອງບິດ, ປອດອັກເສບ, ນ້ຳຄັນກັດຕີນ ແລະ ການຕິດເຊື້ອໃນລະບົບຫາຍໃຈ. ປະຈຸບັນທິມແພດກວ່າ 100 ຄົນຈາກລາວ, ຫວຽດນາມ, ຈີນ, ໄທ ແລະ ເກົາຫຼີໃຕ້ກຳລັງທຳການລົນນະລົງເພື່ອສົ່ງເສີມສຸຂະພາບ ແລະ ສັກຢາປ້ອງກັນພະຍາດ ໃນ 13 ຈຸດພັກພິງຜູ້ປະສົບໄພ.ອ່ານຕໍ່ ...
ໄຊຊະນະ ລືໄກ
ລາຍຮັບການຊ່ວຍເຫຼືອດ້ານນິຕິເວດ ແລະ ການກວດຈັບຄວາມຮ້ອນ ໃນການຮັບມືກັບໄພນ້ຳຖ້ວມທີ່ສະໜາມໄຊ
ເຈົ້າໜ້າທີ່ຮັບຜິດຊອບຮັບເອົາຂໍ້ສະເໜີການຊ່ວນເຫຼືອຂອງສິງກະໂປ ເພື່ອສົ່ງທີມງານກູ້ໄພພ້ອມດ້ວຍເຕັກໂນໂລຊີເຄື່ອງບິນບັງຄັບເພື່ອກວດຈັບຄວາມຮ້ອນ ໃນພາລະກິດຄົ້ນຫາຜູ້ລອດຊີວົດ ໃນຈຳນວນ 120 ຄົນທີ່ສູນຫາຍ ຫຼັງຈາກເຫດນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ອັນເປັນຜົນມາຈາກເຂື່ອນແຕກ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ທີມກູ້ໄພເດີນທາງກັບທີ່ພັກດ້ວຍຄວາມອິດເມື່ອຍທີ່ເຕັມໄປດ້ວຍຄວາມພາກພູມໃຈໃນພາລະກິດຂອງຊາດ
ເມືອງສະໜາມໄຊ ແຂວງອັດຕະປື: ຈຳນວນຜູ້ປະສົບເຄາະຍັງຄົງຢືນຢັນຕົວເລກຢູ່ທີ່ 11 ສົບ ຕາມການສະຫຼຸບຂອງມື້ວານນີ້ ໃນພາລະການການຄົ້ນຫາ ແລະ ກູ້ໄພພາກພື້ນດິນໃນມື້ທີ 8 ຫຼັງການເກີດໄພິບັດນ້ຳຖ້ວມຈາກສັນເຂື່ອນ D ແຕກໃນເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍທີ່ກຳລັງດຳເນີນການກໍ່ສ້າງ.ອ່ານຕໍ່ ...
ບຸນແຟງ ໄພມະນິວົງ
ພົບອີກໜຶ່ງຜູ້ເສຍຊີວິດໃນແດນກຳປູເຈຍ
ບຸນແຟງ ໄພມະນີວົງ ນັກຂ່າວຈາກວຽງຈັນທາມສ໌ ລາຍງານໃນເຊົ້າມື້ນີ້ວ່າ ທີມກູ້ໄພໄດ້ຄົ້ນພົບອີກໜຶ່ງຜູ້ເສຍຊີວິດຢູ່ໃນເຂດແດນກຳປູເຈຍ ປະຈຸບັນຍັງຢູ່ໃນໄລຍະການຢືນຢັນວ່າແມ່ນໜຶ່ງໃນຜູ້ປະສົບໄພພິບັດນ້ຳຖ້ວມຫຼືບໍ່.ອ່ານຕໍ່ ...
ສຸກນິລັນດອນ ສຸດທິວົງນໍລາດ
ຜູ້ປະສົບເຄາະທີ່ອັດຕະປື ຍັງຕ້ອງການເຄື່ອງໃຊ້ທີ່ຈຳເປັນເພີ່ມເຕີມ
ຜູ້ປະສົບເຄາະນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ຍັງຄົງຕ້ອງການເຄື່ອງອຸປະໂພກບໍລິໂພກທີ່ຈຳເປັນ ເຊັ່ນ ອາຫານ, ເຂົ້າ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ຜ້າຫົ່ມ, ຢາ ແລະ ເຄື່ອງໃຊ້ສອຍປະຈຳວັນອື່ນໆ. ມີປະຊາຊົນກວ່າ 10,000 ຄົນທີ່ພັກພິງຢູ່ທີ່ສູນພັກພິງຊົ່ວຄາວ ທີ່ແຂວງອັດຕະປື ແລະ ແຂວງຈຳປາສັກ ຫຼັງຈາກເຫດໄພນ້ຳຖ້ວມໃນ 13 ບ້ານ ຕາມການລາຍງານຂອງທ່ານ ບຸນໂຮມ ພົມມະເສນ ເຈົ້າເມືອງສະໜາມໄຊ.ອ່ານຕໍ່ ...
ວຽງຈັນທາມສ໌
ບູລິມະສິດການເຂົ້າປະເທດສຳລັບທີມກູ້ໄພຕ່າງປະເທດ ທີ່ມາຊ່ວຍເຫຼືອຜູ້ປະສົບເຄາະນ້ຳຖ້ວມ
ທີມງານກູ້ໄພຈາກຕ່າງປະເທດໄດ້ຮັບບູລິມະສິດໃນການເຂົ້າມາໃນລາວຜ່ານດ່ານກວດຄົນເຂົ້າເມືອງ ເພື່ອຊ່ວຍໃນພາລະກິດກູ້ໄພທີ່ແຂວງອັດຕະປື.ອ່ານຕໍ່ ...
ສົມສັກ ພົງຂາວ
ພາລະກິດການຄົ້ນຫາ ແລະ ກູ້ໄພທີ່ເມືອງສະໜາມໄຊຫາກໍ່ໄດ້ 30 ເປີເຊັນ
ອັດຕະປື: ມາຮອດຕອນແລງວານນີ້ ພາລະກິດການຄົ້ນຫາ ແລະ ກູ້ໄພຫາກໍ່ປະຕິບັດໄດ້ 30 ເປີເຊັນຂອງພື້ນທີ່ທັງໝົດ ໃນ 13 ບ້ານທີ່ຖືກຜົນກະທົບຈາກໄພນ້ຳຖ້ວມທີ່ແຂວງອັດຕະປື ເນື່ອງຈາກຄວາມສະຫຼັບສັບຊ້ອນຂອງພູມມີປະເທດ ແລະ ສະພາບທີ່ບໍ່ເອື້ອອຳນວຍເຮັດໃຫ້ການຄົ້ນຫາຊັກຊ້າ ຕາມການລາຍງານຂອງການນຳ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ ແລະ ພູນຊັບ ເທວົງສາ