News
ເຈົ້າໜ້າທີ່ທະຫານຊ່ວຍລຳລຽງເຄື່ອງຊ່ວຍເຫຼືອສຳລັບຜູ້ປະສົບໄພທີ່ອັດຕະປື
ເມືອງສະໜາມໄຊ, ແຂວງອັດຕະປື: ເຈົ້າໜ້າທີ່ທະຫານຍັງຄົງສືບຕໍ່ລຳລຽງອາຫານ, ນ້ຳດື່ມ, ເຄື່ອງນຸ່ງຫົ່ມ, ຢາປິ່ນປົວພະຍາດ ແລະ ເຄື່ອງຊ່ວຍເຫຼືອອື່ນໆ ໂດຍທາງຍົນເຮລິຄອບເຕີ ໄປຍັງສູນພັກເຊົາຊົ່ວຄາວ ເນື່ອງຈາກລົດຂົນສົ່ງບໍ່ສາມາດເຂົ້າເຖິງພື້ນທີ່ດັ່ງກ່າວໄດ້.ອ່ານຕໍ່ ...
ພົມພົງ ເຫຼົ່າອິນ
ຮອງນາຍົກ: ຮຽກຮ້ອງເລັ່ງມືພາລະກິດການຄົ້ນຫາ, ບັນເທົາທຸກ ແລະ ການຟື້ນຟູ ຢູ່ແຂວງອັດຕະປື
ອຳນາດການປົກຄອງທີ່ກ່ຽວຂ້ອງໄດ້ຮັບການຮຽກຮ້ອງໃຫ້ພະຍາຍາມເລັ່ງມືໃນພາລະກິດການຄົ້ນຫາ, ບັນເຫົາທຸກ ແລະ ການຟື້ນຟູ ຫຼັງເຫດໄພນ້ຳຖ້ວມກະທັນຫັນທີ່ແຂວງອັດຕະປື ເຊິ່ງມີ 99 ຄົນທີ່ຍັງສູນຫາຍ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ການກໍ່ສ້າງທີ່ພັກຊົ່ວຄາວທີ່ອັດຕະປື ກຳລັງດຳເນີນການ
ເມືອງສະໜາມໄຊ, ແຂວງອັດຕະປື: ເຈົ້າໜ້າທີ່ຮັບຜິດຊອບກຳລັງເລັ່ງມືໃນການກໍ່ສ້າງເຮືອນພັກຊົ່ວຄາວສຳລັບຜູ້ທີ່ສູນເສຍທີ່ຢູ່ອາໄສ ເນື່ອງຈາກກະແສນ້ຳໄຫຼຖ້ວມໃນວັນທີ 23. ການກໍ່ສ້າງຄາດວ່າຈະໃຊ້ເວລາ 45 ວັນນັບຈາກມື້ເລີ່ມລົງມືປະຕິບັດໃນສອງອາທິດກ່ອນ.ອ່ານຕໍ່ ...
ພົມພົງ ເຫຼົ່າອິນ
ອາດມີການເລື່ອນການໄຂສົກຮຽນໃໝ່ໃນພື້ນທີ່ທີ່ປະສົບໄພນ້ຳຖ້ວມ: ເຈົ້າໜ້າທີ່ຮັບຜິດຊອບ
ໂຮງຮຽນຈຳນວນ 13 ແຫ່ງ ພ້ອມດ້ວຍູອາຈານ 33 ຄົນ ໄດ້ຮັບຜົນກະທົບຈາກເຫດສັນເຂື່ອນແຕກເຮັດໃຫ້ນ້ຳປະລິມາມະຫາສານໄຫຼເຂົ້າຖ້ວມເມືອງສະໜາມໄຊ ແຂວງອັດຕະປື ໃນວັນທີ່ 23 ກໍລະກົດ. ໃນຈຳນວນໂຮງຮຽນ 13 ແຫ່ງນີ້, ມີໂຮງຮຽນໜຶ່ງແຫ່ງໄດ້ຮັບຄວາມເສຍຫາຍຈາກກະແສນ້ຳອ່ານຕໍ່ ...
ສົມສັກ ພົງຂາວ
ຄະນະກຳມະການແຈ້ງການບໍລິຈາກເງິນສົດສຳລັບຜູ້ປະສົບໄພນ້ຳຖ້ວມ
ຄະນະກຳມະການສະເພາະກິດແຫ່ງຊາດແຈ້ງວ່າລັດຖະບານຈະມອບໃຫ້ແກ່ຄອບຄົວຜູ້ປະສົບໄພນ້ຳຖ້ວມທີ່ແຂວງອັດຕະປື ລາຍລະ 500,000 ກີບ ເພື່ອເປັນເງິນຊ່ວຍເຫຼືອສຸກເສີນໃນການໃຊ້ສອຍປະຈຳວັນທີ່ຈຳເປັນ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ການໃຫ້ການບໍລິການເພື່ອບັນເທົາທຸກຕ້ອງເຮັດໃຫ້ໂປ່ງໃສ: ຮອງນາຍົກກ່າວ
ເມືອງສະໜາມໄຊ, ແຂວງອັດຕະປື: ລັດຖະບານເພີ່ມທະວີການໃຫ້ການບໍລິການບັນເທົາທຸກ ແລະ ການຊ່ວຍເຫຼືອເລັ່ງດ່ວນ ສຳລັບຜູ້ທີ່ສູນເສຍທີ່ຢູ່ອາໄສ ຫຼັງຈາກເຫດນ້ຳຖ້ວມອັນເນື່ອງມາຈາກສັນເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍແຕກ. ຂະບວນການແຈກຢາຍສິ່ງຂອງ ແລະ ຊ່ວຍເຫຼືອຕ່າງໆຕ້ອງມີການດຳເນີນຢ່າງໂປ່ງໃສ ເພື່ອຫຼີກເວັ້ນຫາງສຽງຈາກສາທາລະນະ ກໍ່ຄືເພື່ອຮັບປະກັນວ່າການຊ່ວຍເຫຼືອທຸກຢ່າງໄປເຖິງມືຜູ້ປະສົບໄພ.ອ່ານຕໍ່ ...
ບຸນແຝງ ໄພມິນີວົງ
ອັດຕະປືຈະໃຊ້ງົບ 5.2 ຕື້ກີບເພື່ອບູລະນະເສັ້ນທາງສຸກເສີນ
ແຂວງອັດຕະປື ຈະນຳໃຊ້ງົບປະມານຈຳນວນ 5.2 ຕື້ກີບໃນການສ້ອມແປງເສັ້ນທາງເລກທີ 18A ສຸກເສີນ ເຊິ່ງມີໄລຍະແຕ່ເທດສະບານແຂວງໄປຫາເມືອງສະໜາມໄຊ ທີ່ມີການແຕກພັງຂອງເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ ໃນວັນທີ 23 ກໍລະກົດຜ່ານມາ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ຜົນກະທົບຈາກໄພນ້ຳຖ້ວມທີ່ເມືອງສະໜາມໄຊມີມູນຄ່າມະຫາສານ, ເຊິ່ງຍັງບໍ່ມີສະຫຼຸບຕົວເລກຄວາມເສຍຫາຍຈາກທາງການ
ຂອບເຂດຂອງການສູນເສຍ ແລະ ຜົນເສຍຫາຍຈາກໄພນ້ຳຖ້ວມທີ່ເມືອງສະໜາມໄຊ ແຂວງອັດຕະປື ແມ່ນມີມູນຄ່າມະຫາສານ, ເຊິ່ງປະຈຸບັນຍັງບໍ່ມີການສະຫຼຸບການປະເມີນມູນຄ່າຄວາມເສຍຫາຍຢ່າງເປັນທາງການ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ສານສະແດງຄວາມເສົ້າສະຫຼົດໃຈຍັງຄົງມີມາຢ່າງຕໍ່ເນື່ອງຈາກບັນດາປະເທດເພື່ອນມິດ
ຜູ້ນຳຈາກນາໆປະເທດຍັງຄົງສືບຕໍ່ສະແດງຄວາມເຫັນອົກເຫັນໃຈຕໍ່ລາວ ກ່ຽວກັບໂສກອະນາຕະກຳຈາກສັນເຂື່ອນແຕກທີ່ເຂື່ອນໄຟຟ້ານ້ຳຕົກເຊປຽນ-ເຊນ້ຳນ້ອຍ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ນາຍົກກ່າວ: ທີ່ຢູ່ອາໄສ, ອາຫານ ແລະ ວິດຖ່າຍທີ່ຖືກສຸຂະອະນາໄມແມ່ນບູລິມະສິດ
ແຂວງອັດຕະປື: ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີກ່າວຕໍ່ອຳນາດການປົກຄອງທ້ອງຖິ່ນໃຫ້ເອົາໃຈໃສ່ ກ່ຽວກັບການຈັດຫາທີ່ຢູ່ອາໄສຊົ່ວຄາວ, ອາຫານ, ການບໍລິການດ້ານສຸຂະພາບ ແລະ ວິດຖ່າຍ ເປັນໜ້າວຽກບູລິມະສິດ ສຳລັບປະຊາຊົນທີ່ສູນເສຍທີ່ຢູ່ອາໄສ ຫຼັງຈາກໄພນ້ຳຖ້ວມທີ່ເມືອງສະໜາມໄຊ.ອ່ານຕໍ່ ...
ບຸນແຟງ ໄພມະນີວົງ