News
ຂ່າວດີຂອງຊຸມຊົນຊາວແມ່ນ້ຳຂອງ
4 ເດືອນຕົ້ນປີ 2022 ມີບາງເຂດທີ່ຊຸ່ມທີ່ສຸດໃນຮອບຫຼາຍປີ, ເປັນຜົນມາຈາກປະລິມານນ້ຳຝົນທີ່ເພີ່ມຂຶ້ນ ແລະ ຈີນ ປ່ອຍນໍ້າອອກຈາກເຂື່ອນໃນຕົ້ນທາງຫຼາຍຂຶ້ນ, ອີງຕາມຂໍ້ມູນການຕິດຕາມຂອງຄະນະກໍາມາທິການແມ່ນໍ້າຂອງ (MRC). ສອງປັດໃຈດັ່ງກ່າວ ມາຈາກການໄຫຼວຽນຂອງຕະກອນ ແລະ ທາດອາຫານເພີ່ມຂຶ້ນ ເພື່ອເປັນການຊຸກຍູ້ການສະໜອງປາ, ຊຸກຍູ້ການກະສິກຳ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນປະມານ 70 ລ້ານຄົນທີ່ອາໃສຢູ່ໃນຊຸມຊົນແມ່ນ້ຳເຫຼົ່ານີ້.ເຖິງຢ່າງໃດກໍຕາມ, ການພັດທະນາໃນແງ່ບວກນີ້ ຍັງອາດຈະໃຊ້ເວລາບໍ່ດົນຄື: ເດືອນກໍລະກົດອາດຈະພາໃຫ້ເກີດໄພແຫ້ງແລ້ງຫຼາຍຂຶ້ນມາສູ່ເຂດລຸ່ມແມ່ນໍ້າຂອງ, ອີງຕາມການພະຍາກອນໄພແຫ້ງແລ້ງຂອງ MRC, ໂດຍສະເພາະ ໃນລະຫວ່າງທີ່ຄວາມຊຸ່ມຊື່ນຂອງດິນໃນປັດຈຸບັນໃນປີ 2020 ແລະ 2021, ມາຮອດເດືອນກໍລະກົດ ອາດຈະເກີດມີໄພແຫ້ງແລ້ງຢູ່ທາງພາກເໜືອ ແລະ ພາກໃຕ້ຂອງລາວ, ຕາເວັນຕົກຂອງກຳປູເຈຍ ແລະ ເຂດເນີນສູງພາກກາງຂອງຫວຽດນາມ.ອ່ານເພິ່ມເຕີມ ...
ລາວຊຽນທາມສ໌
ກຳປູເຈຍ, ລາວ, ໄທ, ຫວຽດນາມ ອາດຕ້ອງຜະເຊີນໄພແລ້ງຄັ້ງຮ້າຍແຮງ
ພະນົມເປັນ: ຜູ້ຊ່ຽວຊານໄດ້ອອກມາເຕືອນ ໃນວັນອັງຄານນີ້ວ່າ ສີ່ປະເທດໃນພາກພຶ້ນລຸ່ມແມ່ນ້ຳຂອງ ອາດຕ້ອງຜະເຊິນກັບໄພແລ້ງຄັ້ງຮ້າຍແຮງເຖິງຮ້າຍແຮງທີ່ສຸດ ທີ່ສົ່ງຜົນກະທົບຕໍ່ການຜະລິດກະສິກຳ ນັບແຕ່ນີ້ໄປເຖິງເດືອນມັງກອນປີໜ້າ.ຕາມຄຳເຫັນຂອງຄະນະກຳມາທິການແມ່ນ້ຳຂອງ, ໄພແລ້ງປີນີ້ ໄດ້ເຮັດໃຫ້ລະດັບນ້ຳໃນແມ່ນ້ຳຂອງ ຫຼຸດລົງຕ່ຳທີ່ສຸດໃນຮອບ 60 ປີເປັນຢ່າງໜ້ອຍ, ໃນຂະນະທີ່ຫຼາຍເຂດຂອງແມ່ນ້ຳຂອງຕອນລຸ່ມ ກໍຜະເຊີນສະພາບນ້ຳໄຫຼໜ້ອຍໃນທົ່ວພາກພື້ນ ນັບແຕ່ເດືອນມິຖຸນາເປັນຕົ້ນມາ.ອ່ານຕໍ່ ...
KYODO NEWS