ຜູ້ປະກອບການໜຸ່ມລາວສັນຫາການເພີ່ມທະວີການລົງທຶນຈາກນັກທຸລະກິດພາຄີກຳປູເຈຍ

ວຽງຈັນ (ວຽງຈັນທາມສ໌/ANN) – ນັກທຸລະກິດລາວໄດ້ເຊື້ອເຊີນໃຫ້ນັກທຸລະກິດຄູ່ພາຄີຈາກກຳປູເຈຍ ເພີ່ມທະວີການລົງທຶນ ແລະ ເຮັດທຸລະກິດໃນລາວ ເພື່ອສົ່ງເສີມການລົງທຶນດ້ານການຄ້າ ແລະ ການປະກອບທຸລະກິດລະຫວ່າງສອງຊາດ.

ການຮ່ວມມືດັ່ງກ່າວຈະຊ່ວຍໃຫ້ຜູ້ປະກອບການໜຸ່ມລາວ ແລະ ກຳປູເຈຍສ້າງເຄືອຂ່າຍເພື່ອການຮ່ວມມື ແລະ ການດຳເນີນທຸລະກິດໃນອະນາຄົດ ເພື່ອຂະຫຍາຍທຸລະກິດຂອງຕົນ, ທ່ານ ປອ ຄຳແສນ ສີສະຫວົງ ປະທານສະມາຄົມນັກທຸລະກິດໜຸ່ມລາວ (YEAL), ກ່າວໃນລະຫວ່າງກອງປະຊຸມການຈັບຄູ່ທາງດ້ານທຸລະກິດລະຫວ່າງ YEAL ແລະ ສະມາຄົມນັກທຸລະກິດໜຸ່ມກຳປູເຈຍ ທີ່ນະຄອນວຽງຈັນໃນອາທິດແລ້ວນີ້.

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/young-lao-entrepreneurs-seek-more-investment-cambodian-counterparts-102229