ຫົວໜ້າກະສິກຳ ຢູເອັນ ລົງຕິດຕາມຄວາມຄືບໜ້າຂອງໂຄງການໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລະດັບສູງຂອງອົງການສະຫະປະຊາຊາດ ໄດ້ຢ້ຽມຢາມປະເທດລາວເພື່ອຈຸດປະສົງໃນການເພີ່ມທະວີການຮ່ວມມືລະຫວ່າງ ຢູເອັນ-ລາວ ເພື່ອຮັກສາລະດັບຄວາມໝັ້ນຄົງດ້ານສະບຽງອາຫານ, ເພີ່ມທະວີການມີວຽກເຮັດງານທຳໃນຊົນນະບົດ ແລະ ຫຼຸດຜ່ອນຜົນກະທົບຈາກການປ່ຽນແປງຂອງສະພາບອາກາດໃນເຂດຊົນນະບົດ.

ເພື່ອປະກອບສ່ວນໃນພາລະກິດດັ່ງກ່າວ, ທ່ານ ກິວເບີດ ຟ. ຮຸງໂບ ປະທານອົງການກອງທຶກສາກົນເພື່ອການພັດທະນາກະສິກຳ (IFAD) ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມແຂວງຊຽງຂວາງໃນອາທິດນີ້ ເພື່ອກວດກາໂຄງການແຊກແຊງຂອງ ຢູເອັນ ແລະ ກຳນົດແນວທາງເພື່ອປັບປຸງຄວາມໝັ້ນຄົງດ້ານສະບຽງອາຫານໃນແຂວງດັ່ງກ່າວ.

ອ່ານຕໍ່…

ໂຕະຂ່າວວຽງຈັນທາມສ໌
http://annx.asianews.network/content/un-agriculture-chief-monitors-project-progress-laos-100732