ການຄົ້ນຄວ້າກ່ຽວກັບສຸຂະພາບໄວຈະເລີນພັນຊ່ວຍຫຼຸດຜ່ອນການຖືພາຂອງໄວລຸ້ນໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ການໃຫ້ການສຶກສາເລື່ອງເພດ ແລະ ສຸຂະພາບໄວຈະເລີນພັນສຳລັບຊາວໜຸ່ມແມ່ນແນວຄິດໃໝ່ສຳລັບນັກຄົ້ນຄວ້າດ້ານວິທະຍາສາດສຸຂະພາບ. ການວິໄຈກ່ຽວກັບໄວໜຸ່ມໄດ້ສະແດງໃຫ້ເຫັນວ່າ ຄວາມຮູ້ກ່ຽວກັບສຸຂະພາບໄວຈະເລີນພັນທີ່ເຂົາເຈົ້າໄດ້ຮຽນຈາກໂຮງຮຽນແມ່ນບໍ່ພຽງພໍ.

ແລະ ຄວາມຮູ້ພຽງຢ່າງດຽວອາດຍັງບໍ່ພຽງພໍສຳລັບເຂົາເຈົ້າ ເນື່ອງຈາກວ່າ ໄວໜຸ່ມຍັງມີຂໍ້ຈຳກັດຫຼາຍຢ່າງທາງດ້ານການເຂົ້າເຖິງ, ຄວາມເຂົ້າໃຈ, ການພິຈາລະນາ ແລະ ການນຳໃຊ້ຂໍ້ມູນຂ່າວສານກ່ຽວກັບສຸຂະພາບໄວຈະເລີນ ເພື່ອໃຫ້ເຂົາເຈົ້າມີສຸຂະພາບທີ່ແຂງແຮງ ແລະ ຫຼີກລ່ຽງຄວາມສ່ຽງຕໍ່ການຖືພາໃນຊ່ວງໄວລຸ້ນ ແລະ/ຫຼື ໃນຊ່ວງທີ່ບໍ່ພ້ອມ.

ອ່ານຕໍ່…

ໂຕະຂ່າວ