News

ຕະຫຼາດຈະເປັນຕົວຊີ້ວັດການໃຫ້ບໍລິການ 5G ໃນລາວ: ຕາມເຈົ້າໜ້າທີ່ໂທລະຄົມ

ກະຊວງໄປສະນີ ແລະ ໂທລະຄົມມະນາຄົມຈະອາໄສກົນໄກການຕະຫຼາດ ເພື່ອເປັນຕົວຊີ້ວັດວ່າປະເທດລາວຈະມີການບໍລິການ 5G, ຕາມເຈົ້າໜ້າທີ່ກະຊວວງ. ທ່ານ ປອ ທະລີສັກ ມະໂນທຳ, ອຳນວຍການສູນ E-Government ຂອງກະຊວງ ກ່າວຕໍ່ວຽງຈັນທາມສ໌ໃນອາທິດແລ້ວນີ້ວ່າ ທາງກະຊວງບໍ່ມີນະໂຍບາຍຈຳກັດການໃຫ້ບໍລິການ 5G ແຕ່ຢ່າງໃດ.ອ່ານຕໍ່   ...

ເອກະພອນ ພູທອນສີ

ແຂວງຈຳປາສັກເລັ່ງໃສ່ການດຶງດູດນັກທ່ອງທ່ຽວໃນປີທ່ອງທ່ຽວລາວ-ຈີນ

ແຂວງຈຳປາສັກຈະສຸມໃສ່ການຈັດງານເທດສະການທີ່ເປັນເອກະລັກ ແລະ ການລິເລີ່ມຕ່າງໆ ເພື່ອດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວໃນແຂວງພາກໃຕ້ ເນື່ອງໃນປີທ່ອງທ່ຽວລາວ-ຈີນ.ທ່ານນາງ ມາລາ ຈັນທະລາມ ຮອງຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວແຂວງຈຳປາສັກໄດ້ເປີດເຜີຍຕໍ່ວຽງຈັນທາມສ໌ວ່າ ທາງແຂວງໄດ້ມີການປັບປຸງການບໍລິການ ແລະ ສະຖານທີ່ທ່ອງທ່ຽວຕ່າງໆ ທັງມີແຜນຈັດກິດຈະກຳໃໝ່ໆທີ່ໜ້າຕື່ນເຕັ້ນ ເພື່ອກະກຽມຕ້ອນຮັບນັກທ່ອງທ່ຽວໃນປີທ່ອງທ່ຽວດັ່ງກ່າວ.ອ່ານຕໍ່ ...

Viengdavanh Banphahaksa

ຊາວບ້ານທີ່ຕ້ອງທົນທໍລະມານຮຽກຮ້ອງໃຫ້ເລັ່ງມືສຳເລັດການກໍ່ສ້າງຖະໜົນ

ປະຊາຊົນທີ່ອາໄສລຽບຕາມຖະໜົນໄລຍະ 9.4 ກມ ທີ່ກຳລັງມີການຍົກລະດັບ ໄດ້ອາໄສສື່ສັງຄົມອອນໄລໃນການສະແດງຄວາມບໍ່ພໍໃຈກັບສະພາບຝຸ່ນຄວັນທີ່ປົກຄຸມ ອັນເປັນເຫດມາຈາກສະພາບຖະໜົນທີ່ຍັງຄົງບໍ່ສຳເລັດການປູຢາງປົວແປງ.ຖະໜົນດັ່ງກ່າວແມ່ນນັບແຕ່ທາງແບ່ງຕານມີໄຊເມືອງໄຊທານີ ຫາ ທາງແບ່ງສີເກີດເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ການເຜີຍແຜ່ແຜນປີທ່ອງທ່ຽວລາວ-ຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ແຜນກິດຈະກຳຫຼັກສຳລັບປີທ່ອງທ່ຽວລາວ-ຈີນ 2019 ໄດ້ມີການເຜີຍແຜ່ໃນວັນອັງຄານທີ່ຜ່ານມາ ໃນກອງປະຊຸມຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວລາວ ທີ່ວຽງຈັນ.ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອະທິບາຍແປດກິດຈຳກຳຕົ້ນຕໍ ທີ່ຈະຈັດຂຶ້ນໃນປະເທດລາວ ແລະ ຈີນເພື່ອສົ່ງເສີມການທ່ອງທ່ຽວ.ອ່ານຕໍ່ ...

ສີລັດດາ ສຸລິຍົງ

ສູນຄົ້ນຄວ້າລາວຊ່ວຍເຫຼືອຊາວກະສິກອນໃນການຜະເຊີນກັບການປ່ຽນແປງຂອງສະພາບອາກາດ

ວຽງຈັນ (ວຽງຈັນທາມສ໌/ANN) – ສູນຄົ້ນຄວ້າການປູກຝັງຂອງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ກຳລັງນຳໃຊ້ເຕັກນິກໃໝ່ໃນການຜະລິດແນວພັນພືດຜັກຄຸນນະພາບ ເພື່ອຊ່ວຍໃຫ້ຊາວກະສິກອນສາມາດຜະເຊີນກັບການປ່ຽນແປງຂອງສະພາບອາກາດ.ທ່ານ ບຸນເນືອງ ດວງບຸບຜາ ອຳນວຍການສູນ ກ່າວວ່າທາງສູນໄດ້ທຳການຄົ້ນຄວ້າວິທີການໃໝ່ໆ ເພື່ອໃຫ້ຊາວກະສິກອນສວນຜັກສາມາດເພີ່ມພູນຜົນຜະລິດ ທັງໃນລະດູຝົນ ແລະ ລະດູແລ້ງ.ອ່ານຕໍ່ ...

ອຸ່ນ

ທະນາຄານລາວ ແລະ ສະພາທຸລະກິດ ສ້າງຕັ້ງໜ່ວຍບໍລິການໃຫ້ຄຳປຶກສາສຳລັບ SME 

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານພັດທະນາລາວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາວລາວ (LNCCI) ຕົກລົງກັນວານນີ້ໃນການສ້າງຕັ້ງໜ່ວຍບໍລິການທີ່ປຶກສາສຳລັບ SMEs ທີ່ຫ້ອງການຂອງສະພາ.ໜ່ວຍປຶກສາດັ່ງກ່າວຈະຄອຍໃຫ້ຄຳປຶກສາສຳລັບທຸລະກິດ SMEs ກ່ຽວກັບບັນຫາດ້ານທຸລະກິດຕ່າງໆ ເຊັ່ນ ຂັ້ນຕອນການກູ້ຢືມເງິນ, ການຕະຫຼາດ, ການຄ້າ, ບັນຊີ ແລະ ບັນຫາອື່ນໆ.ອ່ານຕໍ່ ...

ໂຕະຂ່າວ

ລາວໂທລະຄົມຈະລົງທຶນ US$17 ລ້ານໂດລາເພື່ອຍົກລະດັບລະບົບເຄື່ອຂ່າຍ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດລາວໂທລະຄົມຈຳກັດ (LTC) ຜູ້ປະກອບການດ້ານໂທລະຄົມມະນາຄົມຊັ້ນນຳຂອງລາວ ມີແຜນທຸ້ມທຶນກວ່າ US$17 ລ້ານໂດລາ ເພື່ອຍົກລະດັບລະບົບເຄືອຂ່າຍ ແລະ ປັບປຸງການໃຫ້ບໍລິການ.ອ່ານຕໍ່ ...

ໂຕະຂ່າວ

ທະນາຄານລາວແກ້ໄຂຂໍ້ຜິດພາດກ່ຽວກັບການຈ່າຍອາກອນທີ່ດິນ

ວຽງຈັນ (ວຽງຈັນທາມສ໌/ANN) – ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL) ກຳລັງປັບປຸງລະບົບຖານຂໍ້ມູນ ຫຼັງຈາກທີ່ຜູ້ນຳໃຊ້ລະບົບການຈ່າຍອາກອນອອນໄລບາງຄົນພົບວ່າລາຍລະອຽດກ່ຽວກັບໃບຕາດິນຂອງຕົນບໍ່ຖືກຕ້ອງ.ອ່ານຕໍ່ ...

ສຸກສະໄໝ ບູລົມ

ລາວຕັ້ງເປົ້າເປັນສູນເຊື່ອມຕໍ່ກະແສໄຟຟ້າຂອງພາກພື້ນພາຍໃນປີ 2025

ວຽງຈັນ (ວຽງຈັນທາມສ໌/ANN) – ລາວກຳລັງພັດທະນາແຜນຍຸດທະສາດໃນການສ້າງສູນເຄືອຂ່າຍລະບົບການເຊື່ອມຕໍ່ກະແສໄຟຟ້າຂອງພາກພື້ນພາຍໃນປີ 2025.ທ່ານ ສີຊາດ ບຸດຊະກິດຕິລາດ ຫົວໜ້າກົມຄຸ້ມຄອງພະລັງງານ ພາຍໃຕ້ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ຜ່ານລາຍລະອຽດແຜນການດັ່ງກ່າວໃນກອງປະຊຸມວິຊາການກ່ຽວກັບບົດຮຽນທາງທຸລະກິດເພື່ອການປັບປຸງຂະແໜງອຸດສາຫະກຳພະລັງງານ.ອ່ານຕໍ່ ...

ໂຕະຂ່າວ

ລາວຄວນຈັດບູລິມະສິດວຽກງານທ່ອງທ່ຽວເພື່ອຊຸກຍູ້ການຂະຫຍາຍຕົວ, ລັດຖະມົນຕີຊີ້

ລັດຖະບານຄວນສືບຕໍ່ຈັດບູລິມະສິດການທ່ອງທ່ຽວ ແລະ ໃຫ້ທຸກໆກະຊວງ ແລະ ອຳນາດການປົກຄອງທ້ອງຖິ່ນມີສ່ວນຮ່ວມໃນການສົ່ງເສີມການທ່ອງທ່ຽວ ເພື່ອຊຸກຍູ້ການຂະຫຍາຍຕົວດ້ານເສດຖະກິດ, ທ່ານລັດຖະມົນຕີຊີ້.ທ່ານ ປອ ບໍ່ແສງຄຳ ວົງດາຣາ ນາຍົກລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ໃຫ້ຄຳເຫັນດັ່ງກ່າວໃນພິທີປິດປີທ່ອງທ່ຽວລາວ 2018 ຢ່າງເປັນທາງການທີ່ຫໍວັດທະນະທຳແຫ່ງຊາດໃນວັນຈັນທີ່ຜ່ານມາ.ອ່ານຕໍ່ ...

ສຸກສາຄອນ ແຫວນແກ້ວ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

rDZXZ
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!