LNCCI,​ ທະນາຄານລົງນາມໃນຂໍ້ຕົກລົງເພື່ອປັບປຸງການເຂົ້າເຖິງແຫຼ່ງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ໄດ້ລົງນາມໃນຂໍ້ຕົກລົງຮ່ວມກັບທະນາຄານພານິດແປດແຫ່ງ ເພື່ອສະໜັບສະໜູນວຽກງານການສ້າງຄວາມເຂັ້ມແຂງໃຫ້ແກ່ຜູ້ປະກອບການທຸລະກິດໃນລາວຜ່ານການເຂົ້າເຖິງແຫຼ່ງທຶນ.

ຂໍ້ຕົກລົງການຮ່ວມມືດັ່ງກ່າວໄດ້ມີການລົງນາມຢູ່ວຽງຈັນລະຫວ່າງ LNCCI ແລະ ຕາງໜ້າຈາກທະນາຄານການຄ້າຕ່າງປະເທດລາວ (BCEL), ທະນາຄານພັດທະນາລາວ (LDB), ທະນາຄານລາວ-ຫວຽດ ຈຳກັດ, ທະນາຄານລາວຈີນ ຈຳກັດ, ທະນາຄານເອຊິລິດາ ຈຳກັດ, ທະນາຄານໄຊງ່ອນທູງຕິນລາວຈຳກັດ, ທະນາຄານເອັສ໌ທີ ຈຳກັດ ແລະ ທະນາຄານລາວຝຣັ່ງຈຳກັດ.

ອ່ານຕໍ່…

ໂຕະຂ່າວ
http://annx.asianews.network/content/lncci-banks-sign-agreement-improve-access-finance-102114