ລາວສະໜັບສະໜູນການສົ່ງເສີມສິດທິເດັກໃນເວທີອາຊຽນ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ຢືນຢັນເຈດຈຳນົງໃນການສະໜັບສະໜູນພາລະກິດການສົ່ງເສີມສິດທິຂອງເດັກນ້ອຍ ແລະ ແມ່ຍິງໃນພາກພື້ນ, ໂດຍເຫັນວ່າເປັນການປະກອບສ່ວນທີ່ສຳຄັນ ໃນການຜັນຂະຫຍາຍວຽກງານດັ່ງກ່າວໃຫ້ປະກົດຜົນເປັນຈິງໃນຊຸມຊົນອາຊຽນ.

ທ່ານ ສະຫວັນກອນ ຣາຊມຸນຕຼີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວໃນນາມຂອງລັດຖະບານລາວ ໃນກອງປະຊຸມສະພາຊຸມຊົນວັດທະທຳ-ສັງຄົມອາຊຽນ ຄັ້ງທີ 22 ເຊິ່ງຈັດຂຶ້້ນໃນລະຫວ່າງກອງປະຊຸມສຸດຍອດອາຊຽນຄັ້ງທີ 33​ ທີ່ບາງກອກ, ໄທ ໃນວັນທີ 2 ພະຈິກນີ້. ກອງປະຊຸມດັ່ງກ່າວແມ່ນຈັດຂຶ້ນໃນຫົວຂໍ້ “ການເສີມຂະຫຍາຍການຮ່ວມມືເພື່ອກ້າວສູ່ຄວາມຍືນຍົງ” ພາຍໃຕ້ການເຂົ້າຮ່ວມຂອງຄະນະລັດຖະມົນຕີວັດທະນະທຳ ແລະ ສັງຄົມອາຊຽນ.

ອ່ານຕໍ່…

ເອກະພອນ ພູທອນສີ