ກະຊວງອຸດສາຫະກຳສັ່ງໂຈະການດຳເນີນໂຮງບຳບັດຂີ້ເຫຍື້ອປຼາສ໌ຕິກ

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງອຸດສາຫະກຳ ແລະ ການຄ້າຈະໂຈະການອອກໃບອະນຸຍາດດຳເນີນທຸລະກິດສຳລັບໂຮງງານອຸດສາຫະກຳ ເຊິ່ງນຳໃຊ້ຂີ້ເຫຍື້ອປຼາສ໌ຕິກເປັນວັດຖຸດິບ,​ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການປັບປຸງມາດຕະຖານໃນຂະແໜງອຸດສາຫະກຳປຸງແຕ່ງ.

ທ່ານນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ເຊັັນລົງນາມຮັບຮອງຄຳສັ່ງລັດຖະມົນຕີສະບັບວັນທີ 30 ກໍລະກົດ ເຊິ່ງສັ່ງໃຫ້ເຈົ້າໜ້າທີ່ອຸດສາຫະກຳທົ່ວປະເທດຢຸດການອອກໃບອະນຸຍາດດຳເນີນທຸລະກິດ ສຳລັບໂຮງການອຸດສາຫະກຳດັ່ງກ່າວເປັນການຊົ່ວຄາວ.

ຂໍ້ຕົກລົງຂອງລັດຖະມົນຕີສະບັບດັ່ງກ່າວຈະບໍ່ມີຜົນຕໍ່ການດຳເນີນການຂອງໂຮງງານທີ່ໄດ້ຮັບໃບອະນຸຍາດດຳເນີນທຸລະກິດປະເພດດັ່ງກ່າວແລ້ວ ແລະ ໂຮງງານເອງກໍ່ຍັງສາມາດດຳເນີນທຸລະກິດໄດ້ຕາມປົກກະຕິ.

ແຕ່ວ່າສຳລັບໂຮງງານທີ່ສ້າງຄວາມເສຍຫາຍຕໍ່ໍ່ສິ່ງແວດລ້ອມ ຕ້ອງກຽມພ້ອມສຳລັບການກວດກາຈາກເຈົ້າໜ້າທີ່ອຸດສາຫະກຳ. ໂຮງງານທີ່ເປັນອັນຕະລາຍຕໍ່ສິ່ງແວດລ້ອມຈະໄດ້ຮັບການຕັກເຕືອນ ແລະ ຄຳແນະນຳໃຫ້ປັບປຸງຂະບວນການຜະລິດ.

ອ່ານຕໍ່…

ເອກະພອນ ພູທອນສີ
http://annx.asianews.network/content/industry-ministry-orders-suspension-plastic-waste-recycling-plants-102439