Gender

ຄົນທຸກຍາກ

ລັດຖະບານນຳໃຊ້ງົບປະມານກວ່າ 2.5 ພັນຕື້ກີບໃນການພັດທະນາຊົນນະບົດ

ລັດຖະບານໄດ້ລົງທຶນກວ່າ 2 ພັນຕື້ກີບໃນ 1,600 ​ໂຄງການກ່ຽວກັບການພັດທະນາຊົນນະບົດ ແລະ ການລົບລ້າງຄວາມທຸກຍາກໃນປີ 2016 ແລະ 2017 ຕາມການລາຍງານຂອງເຈົ້າໜ້າທີ່ທີ່ກ່ຽວຂ້ອງໃນທີ່ປະຊຸມສະພາແຫ່ງຊາດ.​ ເຂົ້າຮ່ວມໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດ ເຊິ່ງຈັດຂຶ້ນໃນວັນທີ 5-28 ມີຖຸນາ ມີບັນດາສະມາຊິກສະພາແຫ່ງຊາດ ແລະ ຄະນະລັດຖະບານ. ທ່ານ ປອ ຫຼຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ກ່າວວ່າລັດຖະບານໄດ້ໃຊ້ງົບປະມານ 2.67 ພັນຕື້ກີບໃນບັນດາໂຄງການເຫຼົ່ານີ້ ເຊິ່ງໃນນັ້ນ 2.38 ພັນຕື້ກີບ ມາຈາກແຫຼ່ງທຶນພາຍໃນປະເທດ ແລະ ອີກ 296 ຕື້ກີບ ແມ່ນມາຈາກການຊ່ວຍເຫຼືອຂອງຕ່າງປະເທດ.  ອ່ານຕໍ່ ...

ວຽງຈັນທາມສ໌

ໂຄງການນຳພາເຄືອຂ່າຍທຸລະກິດສູ່ການສະກັດກັ້ນການຂາດສານອາຫານ

ລາວໄດ້ເປີດຕົວເຄືອຂ່າຍໂພຊະນາການໃໝ່ ໃນວັນພະຫັດທີ່ຜ່ານມາ ເພື່ອແນໃສ່ຮັບປະກັນດ້ານສະບຽງອາຫານ ແລະ ຫຼຸດຜ່ອນການຂາດສານອາຫານ. ແນວຄິດລິເລີ່ມດັ່ງກ່າວມີຊື່ວ່າ ເຄືອຂ່າຍທຸລະກິດເພື່ອສົ່ງເສີມໂພຊະນາການ (SUN-ຊັນ). ເຄືອຂ່າຍທຸລະກິດຊັນ (SBN) ແມ່ນສ່ວນໜຶ່ງຂອງເຄືອຂ່າຍເພື່ອສົ່ງເສີມໂພຊະນາການໂລກ.ອ່ານຕໍ່ ...

ວຽງຈັນທາມສ໌

ອົສະຕຣາລີຊ່ວຍເຫຼືອໂຄງການເພື່ອຫຼຸດຜ່ອນການຂາດສານອາຫານຂອງເດັກ

ສະຖາບັນແມັກຟາເລນເບີນເນັດເພື່ອການຄົ້ນຄວ້າດ້ານການແພດ ແລະ ສາທາລະນະສຸກແຫ່ງອົສະຕຣາລີ ຈະມອບທຶນຊ່ວຍເຫຼືອກວ່າ 700,000 ໂດລາສະຫະລັດສຳລັບປີ 2018-2021 ເພື່ອຊ່ວຍຫຼຸດຜ່ອນການຂາດສານອາຫານຂອງເດັກໃນເມືອງເປົ້າໝາຍໃນແຂວງວຽງຈັນ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ອາເມລິກາສືບຕໍ່ຊ່ວຍເຫຼືອໂຄງການອາຫານໂຮງຮຽນ

ລັດຖະບານສະຫະລັດໄດ້ປະກາດໃຫ້ການຊ່ວຍເຫຼືອຊຸດໃໝ່ເປັນຈຳນວນ 27.4 ລ້ານໂດລາສະຫະລັດ ເພື່ອເປັນທຶນໃຫ້ແກ່ໂຄງການອາຫານໂຮງຮຽນ ເພື່ອຊ່ວຍສ້າງຄວາມເຂັ້ມແຂງໃນການລິເລີ່ມໂຄງການອາຫານໂຮງຮຽນແຫ່ງຊາດຂອງລັດຖະບານລາວ.ອ່ານຕໍ່  ...

ວຽງຈັນທາມສ໌

ພະນັກງານສາທາຈະເລີ່ມແຜນປະຕິບັດງານດ້ານໂພຊະນາການ

ການຕື່ມທາດອາຫານເສີມໃສ່ໃນອາຫານປຸງແຕ່ງສຳເລັດຮູບ ເປັນໜຶ່ງໃນວິທີການທີ່ມີປະສິດທິຜົນ ແລະ ປະຢັດງົບປະມານໃນການປັບປຸງສະຖານະພາບດ້ານໂພຊະນາການຂອງປະຊາຊົນ ທີ່ຊ່ຽວຊານສາທາລະນະສຸກກຳລັງໃຫ້ຄວາມສົນໃຈ. ໃນກອງປະຊຸມໃນວັນພະຫັດທີ່ຜ່ານມານີ້ ໄດ້ມີການປຶກສາຫາລືບັນຫາດັ່ງກ່າວ ເຊິ່ງຊ້ອງໜ້າໂດຍ ທ່ານນາງ ຊາຣາ ກໍດອນຈິບສັນ ອຳນວຍການໃຫຍ່ ຜູ້ຕາງໜ້າອົງການອາຫານໂລກປະຈຳລາວ ພ້ອມພະນັກງານຈາກກະຊວງສາທາລະນະສຸກ, ກະຊວງແຜນການ ແລະ ການລົງທຶນ, ກະຊວງກະສິກຳ ແລະ ປ່າໄມ້, ກະຊວງອຸດສາຫະກຳ ແລະ ການຄ້າ,​ ກະຊວງສຶກສາທິການ ແລະ ກິລາ, ແລະ ກະຊວງການເງິນ.ອ່ານຕໍ່ ...

ວຽງຈັນທາມສ໌

ລັດຖະບານອົສຕຣາລີຊ່ວຍເຫຼືອໂຄງການອາຫານໂຮງຮຽນເພື່ອຊຸມຊົນ 1ລ້ານໂດລາອົສຕຣາລີ

ລັດຖະບານອົສຕຣາລີປະກາດສືບຕໍ່ໃຫ້ທຶນຊ່ວຍເຫຼືອອົງການອາຫານໂລກ (WFP) ຈຳນວນ 1ລ້ານໂດລາອົສຕຣາລີ ເພື່ອຊ່ວຍເຫຼືອຊຸມຊົນທີ່ຂາດເຂີນໃນ ສປປລາວ ໃນການບໍລິຫານຈັດການໂຄງການອາຫານໂຮງຮຽນ ທັງສ້າງຄວາມເຂັ້ມແຂງໃນການປັບຕົວຕໍ່ຜົນກະທົບຈາກການປ່ຽນແປງຂອງສະພາບອາກາດ.ອ່ານຕໍ່ ...

ຂປລ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

zDS8h
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!