Gender

ສາທາລະນະສຸກ

ການຮ່ວມມືລາວ-ໄທ ເພື່ອປັບປຸງການປິ່ນປົວຄົນເຈັບກ່ຽວກັບທາງເດີນນ້ຳບີ

ໂຮງໝໍມະໂຫສົດ ດຳເນີນການຮ່ວມມືກັບຜູ້ຊ່ຽວຊານຈາກບັນດາປະເທດໃນກຸ່ມອາຊຽນ ກໍຄືປະເທດໄທ ເພື່ອແນໃສ່ຍົກລະດັບການປິ່ນປົວຄົນເຈັບທີ່ມີບັນຫາເລື່ອງທໍ່ສົ່ງນ້ຳບີ.ການຮ່ວມມືດັ່ງກ່າວແມ່ນແນໃສ່ຍົກລະດັບການປິ່ນປົວພະຍາດ ໂດຍການພັດທະນາທັກສະຂອງແພດລາວ ໃນການນຳໃຊ້ອຸປະກອນການສ່ອງກ້ອງແບບໃໝ່ ເພື່ອຮອງຮັບຈຳນວນຄົນເຈັບທີ່ມີບັນຫາກ່ຽວກັບທໍ່ສົ່ນ້ຳບີທີ່ເພີ່ມສູງຂຶ້ນໃນທົ່ວປະເທດ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ລາວສົ່ງເສີມຄວາມຮູ້ກ່ຽວກັບອັນຕະລາຍຂອງພະຍາດວໍ້

ລາວລວມກຳລັງກັບນາໆຊາດ ໃນການສົ່ງເສີມຄວາມຮູ້ຂອງມະຫາຊົນກ່ຽວກັບອັນຕະລາຍຂອງພະຍາດວໍ້ ເຊິ່ງໂດຍສະເລ່ຍໃນແຕ່ລະປີມີຜູ້ເສຍຊີວິດຍ້ອນເຊື້ອພະຍາດດັ່ງກ່າວ 59,000 ຄົນໃນທົ່ວໂລກ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ແມ່ ແລະ ເດັກຈະໄດ້ຮັບປະໂຫຍດຈາກການບໍລິການດ້ານສຸຂະພາບໃນແຂວງອັດຕະປືທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ

ເຈົ້າໜ້າທີ່ການແພດລາຍງານວ່າແມ່ ແລະ ເດັກກວ່າ 1,000 ຄົນທີ່ເມືອງສະໜາມໄຊ ແຂວງອັດຕະປື ຈະໄດ້ຮັບການບໍລິການດ້ານສາທາລະນະສຸກໂດຍບໍ່ເສຍຄ່າ ຫຼັງຈາກໄພນ້ຳຖ້ວມຄັ້ງຮຸນແຮງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຜູ້ປະສົບໄພນ້ຳຖ້ວມທີ່ແຂວງອັດຕະປືຮັບວັກແຊງປ້ອງກັນພະຍາດອະຫິວາ

ເມືອງສະໜາມໄຊ ແຂວງອັດຕະປື: ກະຊວງສາທາລະນະສຸກໄດ້ທຳການແຈກຢາຍວັກແຊງປ້ອງກັນພະຍາດອະຫິວາໃຫ້ແກ່ປະຊາຊົນຫຼາຍພັນຄົນ ທີ່ອາໄສຢູ່ໃນທີ່ພັກຊົ່ວຄາວທີ່ແອອັດ ເພື່ອເປັນການປ້ອງກັນການແຜ່ລະບາດຂອງພະຍາດຮ້າຍແຮງທີ່ອາດເກີດຂຶ້ນ.ອ່ານຕໍ່ ...

ວິສິດ ເທບພະລັດ

ແພດເຝົ້າລະວັງການລະບາດຂອງພະຍາດທີ່ເມືອງສະໜາມໄຊ

ເມືອງສະໜາມໄຊ ແຂວງອັດຕະປື: ທີມແພດສົມທົບກັບເຈົ້າໜ້າທີ່ຂະແໜງການຕ່າງໆ ເຝົ້າຕິດຕາມການລະບາດຂອງພະຍາດທີ່ອາດເກີດຂຶ້ນໃນເຂດເມືອງທີ່ຖືກກະທົບຈາກອຸທຸກກະໄພ.ອ່ານຕໍ່ ...

ວິສິດ ເທບພະລັດ

ຂະແໜງສາທາທົບທວນຄວາມຄືບໜ້າຂອງການປະຕິຮູບ

ເຈົ້າໜ້າທີ່ກະຊວງສາທາລະນະສຸກ ແລະ ບຸກຄະລາກອນສາທາທົ່ວປະເທດໄດ້ປະຊຸມກັນວານນີ້ທີ່ວຽງຈັນ ເພື່ອທົບທວນຄວາມຄືບໜ້າໃນການປະຕິຮູບຂະແໜງການສາທາລະນະສຸກສຳລັບປີ 2016-2020 ແລະ ເພື່ອຫາລືແຜນໃນຕໍ່ໜ້າ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ໂຮງໝໍໃນອັດຕະປືປິ່ນປົວ 221 ຜູ້ປະສົບເຄາະນ້ຳຖ້ວມທີ່ໄດ້ຮັບບາດເຈັບ

ເມືອງສະໜາມໄຊ, ແຂວງອັດຕະປື: ຜູ້ປະສົບໄພຈຳນວນ 149 ຄົນທີ່ໄດ້ຮັບບາດເຈັບຈາກເຫດນ້ຳພັດເຂົ້າຖ້ວມພື້ນທີ່ ໄດ້ຮັບການປິ່ນປົວທີ່ໂຮງໝໍເມືອງ, ສ່ວນອີກ 72 ຄົນທີ່ໄດ້ຮັບບາດເຈັບຮ້າຍແຮງໄດ້ຮັບການປິ່ນປົວທີ່ໂຮງໝໍແຂວງອັດຕະປື.ອ່ານຕໍ່ ...

ພົມພົງ ເຫຼົາອິນ

ລາວ, ໄທ ສົ່ງເສີມແຜນຄວບຄຸມຄຸນນະພາບອາຫານ ແລະ ຢາ

ກະຊວງສາທາລະນະສຸກແຫ່ງປະເທດລາວ ແລະ ໄທໄດ້ປະຊຸມກັນວານນີ້ ໃນກອງປະຊຸມຄັ້ງທີ 3 ວ່າດ້ວຍການຮ່ວມມືລາວ-ໄທກ່ຽວກັບການຄວມຄຸມອາຫານ ແລະ ຢາ.ອ່ານຕໍ່ ...

ວຽງດາວັນ ບັນພະຮັກສາ

ຊຸກຍູ້ພາລະກິດການສັກຢາປ້ອງກັນພະຍາດທີ່ສູນບັນເທົາທຸກນ້ຳຖ້ວມທີ່ອັດຕະປື

ເຈົ້າໜ້າທີ່ສາທາໄດ້ເລີ່ມພາລະກິດສັກຢາປ້ອງກັນພະຍາດໄຂ້ທໍລະພິດ,​ ອະຫິວາ,  ບາດທະຍັກ ແລະອື່ນໆ ໃຫ້ແກ່ຜູ້ປະສົບໄະ ເພື່ອຕ້ານການລະບາດຂອງພະຍາດຕິດຕໍ່ໃນພື້ນປະສົບໄພນ້ຳຖ້ວມ ທີ່ເມືອງສະໜາມໄຊ ແຂວງອັດຕະປື. ຜ່ານມາໄດ້ພົບບັນຫາການເຈັບປ່ວຍຈຳນວນ 2,979 ກໍລະນີຈາກພະຍາດ ທ້ອງບິດ, ປອດອັກເສບ, ນ້ຳຄັນກັດຕີນ ແລະ ການຕິດເຊື້ອໃນລະບົບຫາຍໃຈ. ປະຈຸບັນທິມແພດກວ່າ 100 ຄົນຈາກລາວ, ຫວຽດນາມ, ຈີນ, ໄທ ແລະ ເກົາຫຼີໃຕ້ກຳລັງທຳການລົນນະລົງເພື່ອສົ່ງເສີມສຸຂະພາບ ແລະ ສັກຢາປ້ອງກັນພະຍາດ ໃນ 13 ຈຸດພັກພິງຜູ້ປະສົບໄພ.ອ່ານຕໍ່ ...

ໄຊຊະນະ ລືໄກ

ການຮ່ວມມືລາວ-ໄທ ເພື່ອພັດທະນາການປິ່ນປົວຫູໜວກຂອງໂຮງໝໍມະໂຫສົດ

ໂຮງໝໍມະໂຫສົດຈະຮ່ວມມກັບຊ່ຽວຊານຈາກບັນດາປະເທດສະມາຊິກອາຊຽນ ລວມທັງປະເທດໄທ ເພື່ອປັບປຸງການຮັກສາຄົນເຈັບທີ່ສູນເສຍການໄດ້ຍິນ. ໃນນີ້ລວມມີການຝຶກອົບຮົມການຜ່າຕັດປ່ຽນປະສາດຫູທຽມ ສຳລັບພະນັກງານການແພດຂອງລາວໃນວັນສຸກຜ່ານມາ ເຊິ່ງດຳເນີນໂດຍ ດຣ ທຸລະຂັນ ມຸກກຸນ ໄສຍະແພດຫູ, ດັງ, ຄໍ (ENT) ຈາກໂຮງໝໍຕຼັງປະເທດໄທ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

rXzde
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!