ສາທາລະນະສຸກ

ໂຮງໝໍ ແລະ ຄລີນິກ

ການກໍ່ສ້າງໂຮງໝໍໃໝ່ແຂວງຊຽງຂວາງສຳເລັດເກືອບເຄິ່ງໜຶ່ງ

ການກໍ່ສ້າງອາຄານໂຮງໝໍຫົກຊັ້ນ ທີ່ເມືອງແປກ ແຂວງຊຽງຂວາງ ເຊິ່ງມີມູນຄ່າລວມ 82 ຕື້ກີບສຳເລັດແລ້ວເກືອບເຄິ່ງໜຶ່ງ. ປະຈຸບັນໜ້າວຽກກໍ່ສ້າງທີ່ເລີ່ມລົງມືມາແຕ່ປີ 2017 ແມ່ນສຳເລັດແລ້ວ 42% ແລະຄາດວ່າຈະໃຫ້ສຳເລັດພາຍໃນປີ 2020. ອາຄານໂຮງໝໍດັ່ງກ່າວຈະລວມມີພະແນກກວດເຂດນອກ, ຕຽງນອນຄົນເຈັບ 200 ຕຽງ, ຫ້ອງປິ່ນປົວພະຍາດ, ຫ້ອງບໍລິການສາທາລະນະສຸກ ແລະ ຫ້ອງການ.ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ເຈົ້າໜ້າທີ່ຈະສັັ່ງປິດຄລີນິກເອກະຊົນໃນລາວ

ເຈົ້າໜ້າທີ່ສາທາກ່າວວ່າ ຄລີນິກເອກະຊົນ ຂະໜາດນ້ອຍຈຳນວນໜຶ່ງທີ່ເປັນເຈົ້າຂອງ ຫຼື ດຳເນີນໂດຍຊາວຕ່າງປະເທດຈະຖືກສັ່ງປິດພາຍໃນທ້າຍປີນີ້ ຫຼັງຈາກທີ່ພົບວ່າເຂົາເຈົ້າລະເມີດຕໍ່ລະບຽບການ.ຄຳສັ່ງປິດດັ່ງກ່າວຈະເປັນການຫຼຸດຜ່ອນຄຳຮ້ອງຮຽນຂອງປະຊາຊົນຜ່ານກົມກອງ. ນອກຈາກນີ້ ຍັງເປັນການຕັກເຕືອນກ່ຽວກັບການໂຄສະນາເກີນຈິງຂອງບັນດາຄລີນິກເອກະຊົນຂອງຕ່າງປະເທດທີ່ມີມາຢ່າງຕໍ່ເນື່ອງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ US$17.3 ລ້ານໂດລາ ສຳລັບປັບປຸງສອງໂຮງໝໍໃນລາວ 

(ຂປລ) ໃນວັນທີ 23 ມັງກອນນີ້ ໄດ້ມີພິທີວາງສີລາເລີກ ທີ່ໂຮງໝໍເສດຖາທິລາດ ນະຄອນຫຼວງວຽງຈັນ ສຳລັບໂຄງການປັບປຸງໂຮງໝໍເສດຖາທິລາດ ແລະ ໂຮງໝໍແຂວງຈຳປາສັກ ພາຍໃຕ້ທຶນຊ່ວຍເຫຼືອຈາກຍີ່ປຸ່ນ ເຊິ່ງມີມູນຄ່າລວມກວ່າ US$ 17.3 ລ້ານໂດລາ.ໂຄງການດັ່ງກ່າວລວມມີການກໍ່ສ້າງອາຄານທີ່ຈຳເປັນ ແລະ ການສະໜອງອຸປະກອນການແພດສຳລັບສອງໂຮງໝໍ.ອ່ານຕໍ່ ...

ຂປລ

ພິທີມອບອາຄານໂຮງໝໍພາຍໃຕ້ທຶນການຊ່ວຍເຫຼືອຂອງຈີນໃຫ້ລາວ

ວຽງຈັນ,​ 20 ມັງກອນ (ຊິນຫົວ) — ພິທີມອບ ແລະ ພິທີເປີດອາຄານການແພດຄົບວົງຈອນຂອງໂຮງໝໍ 103 ກອງທັບ ພາຍໃຕ້ການຊ່ວຍເຫຼືອຂອງຈີນ ໄດ້ມີຂຶ້ນທີ່ນະຄອນຫຼວງວຽງຈັນ. ອາຄານການແພດດັ່ງກ່າວ ພາຍໃຕ້ເນື້ອທີ່ລວມ 24,000 ຕາແມັດ ປະກອບໄປດ້ວຍຕຽງນອນຄົນເຈັບປະມານ 300 ຕຽງ ແລະ ຫ້ອງຜ່າຕັດ 6 ຫ້ອງ ສາມາດໃຫ້ບໍລິການປິ່ນປົວສຸຂະພາບສຳລັນຄົນເຈັບໂດຍສະເລ່ຍປະມານ 3,000 ຄົນຕໍ່ວັນ.ອ່ານຕໍ່ ...

Shi Yinglun

ສ ເກົາຫຼີ ບໍລິຈາກລົດໂຮງໝໍສຳລັບແຂວງອັດຕະປື

(ຂປລ) ໃນວັນພຸດນີ້ ທ່ານ ຊິນ ຊຸງ ຊຸນ ເອກອັກຄະລັດຖະທູດສາທາລະນະລັດເກົາຫຼີ ໄດ້ມອບລົດໂຮງໝໍຈຳນວນ 3 ຄັນ ມູນຄ່າ US$ 156,000 ໂດລາ ໃຫ້ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ເພື່ອສົ່ງມອບໃຫ້ແກ່ພະແນກສາທາລະນະສຸກແຂວງອັດຕະປື ແລະໂຮງໝໍແຂວງອັດຕະປື.ອ່ານຕໍ່ ...

ຂປລ

ຄວາມຄືບໜ້າການກໍ່ສ້າງໂຮງໝໍແຂວງຫົວພັນ ເພື່ອຮັດແໜ້ນການຮ່ວມມືລາວ-ຫວຽດ

ການກໍ່ສ້າງອາຄານໃໝ່ຂອງໂຮງໝໍແຂວງຫົວພັນ ເພື່ອຮັດແໜ້ນສາຍພົວພັນອ້າຍນ້ອງລະຫວ່າງລາວ ແລະ ຫວຽດນາມ ປະຈຸບັນດຳເນີນສຳເລັດແລ້ວ 25%. “ໂຄງການກໍ່ສ້າງໂຮງໝໍດັ່ງກ່າວຄືບໜ້າໄປດ້ວຍດີ ແລະ ການກໍ່ສ້າງແມ່ນສຳເລັດແລ້ວ 25% ຫຼັງຈາກທີ່ໄດ້ເລີ່ມລົງມືມາຕັ້ງແຕ່ ເດືອນມິຖຸນາ ປີ 2018. ເຊິ່ງຄາດວ່າຈະໃຫ້ສຳເລັດພາຍໃນທ້າຍປີນີ້” ອ່ານຕໍ່ ...

ແກ້ວວຽງຄອນ ບຸນວິເສດ

ໂຮງໝໍເດັກຍົກລະດັບມາດຕະຖານການປິ່ນປົວ

ໂຮງໝໍເດັກນະຄອນຫຼວງວຽງຈັນຈະສືບຕໍ່ຍົກລະດັບຄວາມສາມາດຂອງແພດໝໍເດັກ ແລະ ພະຍາບານ ເພື່ອໃຫ້ເຂົາເຈົ້າສາມາດສືບຕໍ່ປິ່ນປົວເດັກອາຍຸຫ້າປີລົງມາ ໃຫ້ໄດ້ດີກວ່າປີຜ່ານມາ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ກະຊວງສັ່ງປິດຄລີນິກເອກະຊົນ 248 ແຫ່ງ

ຄລີນິກເອກະຊົນລວມ 248 ແຫ່ງທີ່ດຳເນີນໂດຍນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດໃນທົ່ວປະເທດໄດ້ຮັບຄຳສັ່ງໃຫ້ປິດກິດຈະການເປັນການຊົ່ວຄາວ ຫຼັງຈາກທີ່ກະຊວງສາທາລະນະສຸກກວດພົບວ່າທຸລະກິດເຫຼົ່ານີ້ລະເມີດຕໍ່ລະບຽບການສາທາລະນະສຸກ.ໃນນີ້ ມີຄລີນິກເອກະຊົນໃນວຽງຈັນກວ່າ 120 ແຫ່ງ, ຢູ່ແຂວງສະຫວັນນະເຂດກວ່າ 40 ແຫ່ງ ແລະ ອຸດົມໄຊ 16 ແຫ່ງ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ການກໍ່ສ້າງອາຄານໃໝ່ຂອງໂຮງໝໍມະໂຫສົດເລີ່ມດຳເນີນຢ່າງເປັນທາງການ

ການກໍ່ສ້າງອາຄານໃໝ່ຂອງໂຮງໝໍມະໂຫສົດວຽງຈັນ ເລີ່ມດຳເນີນຢ່າງເປັນທາງການໃນວັນສຸກທີ່ຜ່ານມາ ເພື່ອທົດແທນອາຄານເດີມທີ່ເກົ່າແກ່ກວ່າຮ້ອຍປີ ແມ່ນສ່ວນນຶ້່ງຂອງພາລະກິດການຍົກລະດັບການບໍລິການດ້ານສາທາລະນະສຸກໃນລາວ.ອ່ານຕໍ່    ...

ເພັດໂພໄຊ ແສງປະເສີດ

ໂຮງໝໍມະໂຫສົດຕັ້ງເປົ້າສ້າງສູນປິ່ນປົວຕັບ-ລະບົບທາງເດີນອາຫານ ເພື່ອດຶງດູດຄົນເຈັບພາກເອກະຊົນ 

ຄະນະບໍລິຫານໂຮງໝໍມະໂຫສົດຈັດປະຊຸມທີ່ວຽງຈັນ ເພື່ອຫາລືກ່ຽວກັບການຈັດຕັ້ງສູນບໍລິການດ້ານການແພດເພື່ອບົ່ງມະຕິ ແລະ ປິ່ນປົວພະຍາດກ່ຽວກັບຕັບ ແລະ ລະບົບທາງເດີນອາຫານ.ອ່ານຕໍ່ ...

ເພັດໂພໄຊ ແສງປະເສີດ

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

9RjZW
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!