ການກໍ່ສ້າງໂຮງໝໍໃໝ່ແຂວງຊຽງຂວາງສຳເລັດເກືອບເຄິ່ງໜຶ່ງ

ການກໍ່ສ້າງອາຄານໂຮງໝໍຫົກຊັ້ນ ທີ່ເມືອງແປກ ແຂວງຊຽງຂວາງ ເຊິ່ງມີມູນຄ່າລວມ 82 ຕື້ກີບສຳເລັດແລ້ວເກືອບເຄິ່ງໜຶ່ງ. ປະຈຸບັນໜ້າວຽກກໍ່ສ້າງທີ່ເລີ່ມລົງມືມາແຕ່ປີ 2017 ແມ່ນສຳເລັດແລ້ວ 42% ແລະຄາດວ່າຈະໃຫ້ສຳເລັດພາຍໃນປີ 2020. ອາຄານໂຮງໝໍດັ່ງກ່າວຈະລວມມີພະແນກກວດເຂດນອກ, ຕຽງນອນຄົນເຈັບ 200 ຕຽງ, ຫ້ອງປິ່ນປົວພະຍາດ, ຫ້ອງບໍລິການສາທາລະນະສຸກ ແລະ ຫ້ອງການ.

ອ່ານຕໍ່…

ແກ້ວວຽງຄອນ ບຸນວິເສດ