ພື້ນຖານໂຄງລ່າງ

ການສື່ສານຄົມມະນາຄົມ

ລາວໂທລະຄົມຈະລົງທຶນ US$17 ລ້ານໂດລາເພື່ອຍົກລະດັບລະບົບເຄື່ອຂ່າຍ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດລາວໂທລະຄົມຈຳກັດ (LTC) ຜູ້ປະກອບການດ້ານໂທລະຄົມມະນາຄົມຊັ້ນນຳຂອງລາວ ມີແຜນທຸ້ມທຶນກວ່າ US$17 ລ້ານໂດລາ ເພື່ອຍົກລະດັບລະບົບເຄືອຂ່າຍ ແລະ ປັບປຸງການໃຫ້ບໍລິການ.ອ່ານຕໍ່ ...

ໂຕະຂ່າວ

ການຄ້າ E-Commerce ຈະຂະຫຍາຍຕົວຖ້າລາວມີການເຂົ້າເຖິງ ແລະ ເຊື່ອມຕໍ່ດິຈິຕອລໃນລາຄາທີ່ເໝາະສົມ

ລາວຕ້ອງກ້າວຂ້າມອຸປະສັກຕ່າງໆ ເຊັ່ນ ລາຄາ ແລະ ສັນຍານການເຊື່ອມຕໍ່, ພື້ນຖານໂຄງລ່າງ, ສິ່ງອຳນວນຄວາມສະດວກ ເພື່ອໃຫ້ການພັດທະນາ e-Commerce ໃນລາວສາມາດຊ່ວຍເຫຼືອແມ່ຍິງ, ທຸລະກິດຂະໜາດນ້ອຍ, ຜູ້ພິການ, ແລະ ຊຸມຊົນຫ່າງໄກສອກຫຼີກຕ່າງໆ ໃຫ້ໄດ້ຮັບປະໂຫຍດຈາກການຄ້າ ຕາມບົດລາຍງານຂອງທະນະຄານໂລກ.ເຕັກໂນໂລຊີ, ການຄ້າອອນໄລ ແລະ ການເຊື່ອມຕໍ່ເປັນຕົວສະແດງເຖິງສັກກະຍາພາບໃນການສົ່ງອອກສິນຄ້າ ແລະ ການບໍລິການຈາກລາວ, ລາວຕ້ອງທຳຄວາມເຂົ້າໃຈຕໍ່ອຸປະສັກເຫຼົ່ານີ້ໃຫ້ເລິກເຊິ່ງ ແລະ ສວຍໃຊ້ໂອກາດທີ່ມີໃຫ້ຫຼາຍທີ່ສຸດ, ຕາມບົດວິໄຈຂອງນັກການເງິນຫຼາຍຝ່າຍຂອງທະນາຄານໂລກ.ອ່ານຕໍ່  ...

The Laotian Times

ການເຊື່ອມຕໍ່ອອນໄລຂອງລາວຍັງຄົງຫຼ້າຫຼັງທຽບກັບປະເທດເພື່ອນບ້ານ ຕາມບົດລາຍງານຂອງທະນາຄານໂລກ

“ສປປ ລາວຍັງຫຼ້າຫຼັງຫຼາຍໃນແງ່ຂອງຄວາມສາມາດໃນການເຂົ້າເຖິງ, ຄຸນນະພາບ ແລະ ຄວາມສາມາດໃນການຈ່າຍສຳລັບການບໍລິການອິນເຕີເນັດ ເມື່ອທຽບກັບບັນດາປະເທດໃນພາກພື້ນ,” ຕາມບົດລາຍງານກ່ຽວກັບການເຊື່ອມຕໍ່ທາງດິຈິຕອລ.ການປະເມີນດັ່ງກ່າວແມ່ນມາຈາກ ບົດລາຍງານສະບັບຫຼ້າສຸດຂອງທະນາຄານໂລກກ່ຽວກັບການເຊື່ອມຕໍ່ອອນໄລ ທີ່ມີຊື່ວ່າ Digital Connectivity in Lao PDR: Lagging Behind Peers.“ການເຊື່ອມຕໍ່ທາງດິຈິຕອລ —ນັບແຕ່ການເຂົ້າເຖິງໄປສູ່ຄວາມສາມາດຈ່າຍ ແລະ ຄວາມໜ້າເຊື່ອຖືຂອງການບໍລິການອິນເຕີເນັດ— ແມ່ນປັດໄຈສຳຄັນຂອງການພັດທະນາດ້ານເສດຖະກິດ ແລະ ສັງຄົມ.”ອ່ານຕໍ່  ...

The Laotian Times

ຫ້ອງການໄປສະນີ ແລະ ບໍລິສັດລາວແຊັດ (LAOSAT) ຮ່ວມມືໃນການຂະຫຍາຍເຄືອຂ່າຍໂທລະຄົມມະນາຄົມ

ວຽງຈັນ (ວຽງຈັນທາມສ໌/ANN) – ໃນການພັດທະນາຂະແໜງການໂທລະຄົມ, ລັດວິສາຫະກິດໄປສະນີລາວ (APL) ແລະ ບໍລິສັດ Laos-Pacific Satellite Co., Ltd. (LAOSAT) ໄດ້ຕົກລົງຮ່ວມມືໃນການບໍລິການດ້ານໂທລະຄົມມະນາຄົມໃນທົ່ວປະເທດ.ອ່ານຕໍ່ ...

ໂຕະຂ່າວ

ລາວໝາຍຕາທ່າແຮງໃນການເຊື່ອມໂຍງອິນເຕີເນັດໃນພາກພື້ນ

ລາວສາມາດເປັນຂົວຕໍ່ສາຍສັນຍານອິນເຕີເນັດພາຍໃນພາກພື້ນໃນອະນາຄົດ ຍ້ອນລັກສະນະທີ່ຕັ້ງທາງພູມປະເທດ, ຕາມນັກວາງນະໂຍບາຍອິນເຕີເນັດ.“ລາວມີທ່າແຮງໃນການເຊື່ອມໂຍງອີນເຕີເນັດຂອງພາກພື້ນ”, ທ່ານ ແກ້ວວິສຸກ ສຸລະພົມ ຫົວໜ້າສູນອິນເຕີເນັດລາວກ່າວ.ອ່ານຕໍ່ ...

Ekaphone Phouthonesy

ລາວໂທລະຄົມຊື້ຫຸ້ນບໍລິສັດວິມໂປຄອມ

ວຽງຈັນ (ວຽງຈັນທາມສ໌/ANN) – ບໍລິສັດລາວໂທລະຄົມ ຜູ້ປະກອບການດ້ານໂທລະຄົມຊັ້ນນຳຂອງລາວ ຊ້ອນຊື້ຫຸ້ນຂອງບໍລິສັດວິມໂປຄອມຈຳກັດ (ບີລາຍ) ໃນມູນຄ່າ 42 ລ້ານໂດລາ.ລູກຄ້າຂອງເຄືອຂ່າຍບີລາຍຈະຍັງຄົງສາມາດນຳໃຊ້ເບີຫຼັກ 7 ຄຽງຄູ່ກັບເຄືອຂ່າຍເບີຫຼັກ 5 ຕາມຂໍ້ມູນຫຼ້າສຸດໃນເດືອນມັງກອນ.ອ່ານຕໍ່ ...

ໂຕະຂ່າວ

ສະຖານນີກະຈາຍສັນຍານພາຍໃຕ້ທຶນຂອງຫວຽດນາມເລີ່ມໃຫ້ບໍລິການ

(ຂປລ/VNA) ສະຖານນີສົ່ງສັນຍານວິທະຍຸ ແລະ ໂທລະທັດພາຍໃຕ້ທຶນຂອງຫວຽດນາມເລີ່ມໃຫ້ບໍລິການໃນແຂວງສະຫວັນນະເຂດ ທາງພາກກາງຂອງລາວ ຕັ້ງແຕ່ວັນທີ 25 ທັນວາ ພາຍຫຼັງການກໍ່ສ້າງສາມປີ.ສະຖານນີກະຈາຍສັນຍານໃນເນື້ອທີ 10,000 ຕາແມັດ ໄດ້ຮັບການສ້າງຕັ້ງຂຶ້ນດ້ວຍທຶນການກໍ່ສ້າງລວມເກືອບ 115 ຕື້ດົງຫວຽດນາມ (4.9 ລ້ານໂດລາ) ພາຍໃຕ້ທຶນຊ່ວຍເຫຼືອລ້າຂອງລັດຖະບານຫວຽດນາມ.ອ່ານຕໍ່ ...

ບັນນາທິການ ຂປລ

ຄ່າສາຍເຊື່ອມຕໍ່: ລາວມີຄ່າບໍລິການເຊື່ອມຕໍ່ອິນເຕີເນັດທີ່ສູງ ຖືກຈັດຢູ່ໃນປະເທດທີ່ມີອັນດັບການນຳໃຊ້ຕ່ຳ

ອິນເຕີເນັດ ເປັນສິ່ງທີ່ຈຳເປັນໃນສັງຄົມປະຈຸບັນ; ຍິ່ງອິນເຕີເນັດມີຄວາມໄວສູງ ແລະ ລາຄາຖືກຍິ່ງເປັນການດີ.ເຖິງວ່າການເຊື່ອມຕໍ່ທາງໂທລະສັບມືຖືຈະກ້າວໄປໄກ,​ ແຕ່ວ່າການເຊື່ອມຕໍ່ຜ່ານລະບົບສາຍໃຍແກ້ວຍັງຄົງຄອງອັນດັບຄວາມໄວສູງສຸດ.ຜົນສຳຫຼວດຄ່າບໍລິການອິນເຕີເນັດ broadband  ໃນປະຈຸບັນຈາກເວັບໄຊ cable.co.uk  ຂອງອັງກິດ ສະແດງໃຫ້ເຫັນວ່າ ມູນຄ່າການເຊື່ອນຕໍ່ອິນເຕີເນັດໃນປະເທດລາວແມ່ນສູງທີ່ສຸດໃນໂລກ. ຫ້າອັນດັບຊຸດບໍລິການອິນເຕີເນັດທີ່ແພງທີ່ສຸດໃນໂລກ“ຫ້າອັນດັບການໃຫ້ບໍລິການອິນເຕີເນັດ broadband  ທີ່ແພງທີ່ສຸດໃນໂລກໄດ້ແກ່ ປະເທດເບີກີນາ ຟາໂຊ ($651.72), ລາວ ($818.13), ນາມິເບຍ ($1117.87), ມໍຣິຕາເນຍ  ($1368.72) ແລະ ປາປົວນິວກິເນຍ ($1849.09)”, ຕາມຜົນການສຳຫຼວດດັ່ງກ່າວ.ອ່ານຕໍ່ ...

ບັນນາທິການລາວທຽນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

4sAyb
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!