ຄ່າສາຍເຊື່ອມຕໍ່: ລາວມີຄ່າບໍລິການເຊື່ອມຕໍ່ອິນເຕີເນັດທີ່ສູງ ຖືກຈັດຢູ່ໃນປະເທດທີ່ມີອັນດັບການນຳໃຊ້ຕ່ຳ

ອິນເຕີເນັດ ເປັນສິ່ງທີ່ຈຳເປັນໃນສັງຄົມປະຈຸບັນ; ຍິ່ງອິນເຕີເນັດມີຄວາມໄວສູງ ແລະ ລາຄາຖືກຍິ່ງເປັນການດີ.

ເຖິງວ່າການເຊື່ອມຕໍ່ທາງໂທລະສັບມືຖືຈະກ້າວໄປໄກ,​ ແຕ່ວ່າການເຊື່ອມຕໍ່ຜ່ານລະບົບສາຍໃຍແກ້ວຍັງຄົງຄອງອັນດັບຄວາມໄວສູງສຸດ.

ຜົນສຳຫຼວດຄ່າບໍລິການອິນເຕີເນັດ broadband  ໃນປະຈຸບັນຈາກເວັບໄຊ cable.co.uk  ຂອງອັງກິດ ສະແດງໃຫ້ເຫັນວ່າ ມູນຄ່າການເຊື່ອນຕໍ່ອິນເຕີເນັດໃນປະເທດລາວແມ່ນສູງທີ່ສຸດໃນໂລກ. 

ຫ້າອັນດັບຊຸດບໍລິການອິນເຕີເນັດທີ່ແພງທີ່ສຸດໃນໂລກ

“ຫ້າອັນດັບການໃຫ້ບໍລິການອິນເຕີເນັດ broadband  ທີ່ແພງທີ່ສຸດໃນໂລກໄດ້ແກ່ ປະເທດເບີກີນາ ຟາໂຊ ($651.72), ລາວ ($818.13), ນາມິເບຍ ($1117.87), ມໍຣິຕາເນຍ  ($1368.72) ແລະ ປາປົວນິວກິເນຍ ($1849.09)”, ຕາມຜົນການສຳຫຼວດດັ່ງກ່າວ.

ອ່ານຕໍ່…

ບັນນາທິການລາວທຽນທາມສ໌