ຈີນເລີ່ມສົ່ງອອກນຳມັນໃຫ້ລາວ
ບໍ່ເຕັນມ ລາວ, 31 ຕຸລາ (ຊິນຫົວ) — ການສົ່ງອອກນ້ຳມັນກັ່ນຂອງຈີນສູ່ຕະຫຼາດລາວຄັ້ງປະຖົມມະເລີກ ໄດ້ມີການສົ່ງມອບນ້ຳມັນກາຊວນຈຳນວນ 64 ໂຕນ ຈາກບໍລິສັດປີໂຕຣໄຊນາໃຫ້ກັບບໍລິສັດໃນລາວ ທີ່ຊາຍແດນລາວ-ຈີນ ໃນວັນພຸດທີ່ຜ່ານມານີ້.ບໍລິສັດປີໂຕຣໄຊນາສາກົນ (ຢຸນນານ) ຈຳກັດ, ສາຂາບໍລິສັດປີໂຕຣໄຊນາກຣຸບ, ໄດ້ທຳການສຶກສາ ແລະ ກະກຽມເປັນເວລາສອງປີນັບແຕ່ປີ 2016 ໃນການເຂົ້າເຖິງຕະຫຼາດນ້ຳມັນລາວ.ອ່ານຕໍ່ ...
ຢາງ ຢີ້
ລັດຖະບານຍົກເລີກຂັ້ນຕອນການຂໍໃບອະນຸຍາດໃນການນຳເຂົ້າເຫຼັກ ແລະ ຊີມັງ
ນັບແຕ່ປີໜ້າເປັນຕົ້ນໄປ ຜູ້ນຳເຂົ້າເຫຼັກ ແລະ ຊີມັງໃນລາວບໍ່ຈຳເປັນຕ້ອງຂໍໃບອະນຸຍາດໃນການນຳເຂົ້າ ຫຼັງຈາກທີ່ລັດຖະບານອອກຄຳສັ່ງຍົກເລີກຂັ້ນຕອນໃນການຂໍໃບອະນຸຍາດ.ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຊີ້ນຳໃຫ້ບັນດາພະແນກອຸດສະຫະກຳ ແລະ ການຄ້າໃນທົ່ວປະເທດ ໃນການຢຸດຕິການອອກໃບອະນຸຍາດໃນການນຳເຂົ້າເຫຼັກ ແລະ ຊີມັງ.ໃນອະນາຄົດ, ການນຳເຂົ້າຜະລິດຕະພັນເຫຼັກ ແລະ ຊີມັງຈະຢູ່ພາຍໃຕ້ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ພາສີທີ່ປະຈຳຢູ່ດ່ານຊາຍແດນປະເທດ ຕາມລະບຽບການ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ໄທຈະປ່ຽນຈາກການເປັນຜູ້ຊື້ ໄຟຟ້າເທົ່ານັ້ນ ໄປເປັນຜູ້ຮ່ວມສົ່ງໄຟຟ້າຈາກລາວໄປມາເລເຊຍ ແລະ ສິງກະໂປ
ຮອງນາຍົກລັດຖະມົນຕີໄທຢືນຢັນວ່າ ລັດຖະບານໄທບໍ່ມີແຜນການຈະຊື້ກະແສໄຟຟ້າຈາກລາວເພີ້ມຂຶ້ນ ແຕ່ຈະພັດທະນາໂຄງຂ່າຍເພື່ອຮອງຮັບການສົ່ງກະແສໄຟຟ້າຈາກລາວຜ່ານໄທ ໄປມາເລເຊຍ-ສິງກະໂປ.ອ່ານຕໍ່ ...
ບັນນາທິການວີໂອເອ
ການສົ່ງເສີມສິນຄ້າໄທໃນລາວ
(ຂປລ) ຜູ້ຜະລິດສິນຄ້າ ແລະ ຜູ້ປະກອນການກວ່າ 50 ຫົວໜ່ວຍຈາກຈັງຫວັດພາກໃຕ້ຂອງປະເທດໄທເຂົ້າຮ່ວມໃນງານວາງສະແດງສຸດຍອດຜະລິດຕະພັນຈາກພາກໃຕ້ຂອງໄທ@ວຽງຈັນ ເຊິ່ງຈັດຂຶ້ນທີ່ນະຄອນວຽງຈັນ. ງານດັ່ງກ່າວຈະຈັດໄປຈົນເຖິງວັນທີ່ 15 ກັນຍາ ທີ່ສູນການຄ້າວຽງຈັນເຊັນເຕີ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນອ່ານຕໍ່ ...
ຂປລ
ເລີ່ມງານວາງສະແດງສິນຄ້າຈີນ-ອາຊີຕາເວັນອອກສຽງໃຕ້ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນລະດັບພາກພື້ນ
ງານວາງສະແດງສິນຄ້າຈີນ-ອາຊີຕາເວັນອອກສຽງໃຕ້ ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນພະຫັດທີ່ຜ່ານມາ ທີ່ມົນທົນຢຸນນານທາງພາກຕາເວັນຕົກສຽງໃຕ້ຂອງຈີນ ເພື່ອສົ່ງເສີມການຄ້າ ແລະ ການລົງທຶນລະຫວ່າງປະເທດຈີນ ແລະ ປະເທດໃນອາຊີໃຕ້ ແລະ ອາຊີຕາເວັນອອກສຽງໃຕ້. ເຂົ້າຮ່ວມໃນງານດັ່ງກ່າວມີ ຕົວແທນຈາກລາວເຊິ່ງນຳໂດຍທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ແລະ ຫົວໜ່ວຍທຸລະກິດ, ຕາມການເປີດເຜີຍຕໍ່ສື່ມວນຊົນຂອງກະຊວງການຕ່າງປະເທດ.ອ່ານຕໍ່ ...
ວຽງຈັນທາມສ໌
ລາວກຽມສົ່ງອອກກ້ວຍ 12,000 ໂຕນໄປປະເທດລັດເຊຍ
ບໍລິສັດສຸກຮຸ່ງເຮືອງ ວາງແຜນຂາຍກ້ວຍ 12,000 ໂຕນທີ່ເກັບກ່ຽວໄດ້ຈາກການສຳປະທານພື້ນທີ່ກະສິກຳໃນແຂວງສະຫວັນນະເຂດ ໃຫ້ແກ່ລັດເຊຍ. ບໍລິສັດຫວຽດລາຍນີ້ ວາງແຜນການລົງທຶນ 38 ລ້ານໂດລາສະຫະລັດ ໃນການປູກໄມ້ໃຫ້ໝາກ ປະມານ 5,500 ເຮັກຕາ ຢູ່ເມືອງນອງ ແຂວງສະຫວັນນະເຂດ ແລະໄດ້ຖາກຖາງພື້ນທີ່ 1,900 ເຮັກຕາເພື່ອປູກຕົ້ນໄມ້ ພາຍຫຼັງໄດ້ມີການປູກສຳເລັດ 700 ເຮັກຕາ ໃນປີທີ່ຜ່ານມາອ່ານຕໍ່ ...
ວຽງຈັນທາມສ໌
ຄວນເພີ່ມມາດຕະການເພື່ອກວດສອບການນຳເຂົ້າສິນຄ້າກະເສດ
ຫົວໜ່ວຍທຸລະກິດແລະຜູ້ສົ່ງເສີມວຽກງານກະສິກຳຮຽກຮ້ອງໃຫ້ເຈົ້າໜ້າທີ່ເພີ່ມມາດຕະການໃນການກວດສອບການນຳເຂົ້າສິນຄ້າກະເສດຂ້າມຊາຍແດນ. ສິນຄ້ານຳເຂົ້າແບບບໍ່ເປັນລະບົບຜ່ານຊ່ອງທາງດັ່ງກ່າວຖືເປັນອຸປະສັກໃນການດຶງດູດການລົງທຶນແລະການເຕີບຕົວຂອງຂະແໜງການກະສິກຳຂອງປະເທດ. ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃນວັນພຸດນີ້ວ່າ ພາກສ່ວນລັດຖະບານຄວນເອົາໃຈໃສ່ໃນການຈັດການສິນຄ້ານຳເຂົ້າ.ອ່ານຕໍ່ ...
ວຽງຈັນທາມສ໌
ແຂວງບໍລິຄຳໄຊເດີນໜ້າຈັດການລົດນຳເຂົ້າຜິດກົດໝາຍ
ຕາມການລາຍງານຂອງຄະນະຮັບຜິດຊອບ, ເຖິງວ່າຈະມີຂັ້ນຕອນທີ່ຫຍຸ້ງຍາກສົມຄວນ, ລົດ 600 ກວ່າຄັນທີ່ນຳເຂົ້າມາແຂວງບໍລິຄຳໄຊແບບບໍ່ຖືກກົດໝາຍນັ້ນ ປະຈຸບັນ ແມ່ນໄດ້ຮັບການຂຶ້ນທະບຽນຕາມກົດໝາຍແລ້ວ. ທ່ານຄຳແຫວນ ປັນຍะນຸວົງ ຫົວໜ້າຄະນະຮັບຜິດຊອບ ໄດ້ກ່າວແຈ້ງກັບນັກຂ່າວວຽງຈັນທາມສ໌ ໃນວັນສຸກຜ່ານມານີ້ວ່າ ປະຈຸບັນຍັງເຫຼືອລົດຈຳນວນ 100 ຄັນເທົ່ານັ້ນທີ່ຕ້ອງຂຶ້ນທະບຽນເພີ່ມເຕີມ.ອ່ານຕໍ່ ...
ວຽງຈັນທາມສ໌