ການຄ້າ

ສິນຄ້ານຳເຂົ້າ

ລາວງົດການນຳເຂົ້າໝູ ແລະ ຊີ້ນໝູຈາກຈີນ ແລະ ຫວຽດນາມ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານລາວແຈ້ງງົດການນຳເຂົ້າໝູ ແລະ ຜະລິດຕະພັນຊີ້ນໝູຈາກຈີນ ແລະ ຫວຽດນາມຊົ່ວຄາວ ຫຼັງພົບການການລະບາດຂອງພະຍາດອະຫິວາໝູອາຟຣິກາໃນປະເທດດັ່ງກ່າວ.ກະຊວງກະສິກຳ ແລະ ປ່າໄມ້ໄດ້ອອກແຈ້ງການເພື່ອສະກັດກັ້ນການລະບາດຂອງພະຍາດດັ່ງກ່າວໃນລາວ.ອ່ານຕໍ່ ...

ໂຕະຂ່າວ

ບໍ່ມີການປ່ຽນແປງທາງດ້ານນະໂຍບາຍເຖິງວ່າມີການຫຼຸດຜ່ອນການນຳເຂົ້າລົດຈັກໃນລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ພາກລັດກ່າວວ່າຈະບໍ່ມີການປ່ຽນແປງທາງດ້ານນະໂຍບາຍໃດໆກ່ຽວກັບການນຳເຂົ້າລົດຈັກ ລວມເຖິງອັດຕາອາກອນ ເຖິງວ່າຈະມີການຮຽກຮ້ອງໃຫ້ມີການປ່ຽນແປງເນື່ອງຈາກຍອດຂາຍລົດຈັກຫຼຸດຜ່ອນລົງ.“ນະໂຍບາຍການນຳເຂົ້າລົດຈັກຈະບໍ່ມີການປ່ຽນແປງໃນປີນີ້. ອາກອນນຳເຂົ້າ ລວມເຖິງຂັ້ນຕອນ ແລະ ນະໂຍບາຍຕ່າງໆຍັງຄົງປະຕິບັດໃນລັກສະນະດຽວກັບປີຜ່ານມາ.”ອ່ານຕໍ່  ...

ສຸກສະໄໝ ບູລົມ

ລາວຈະນຳໃຊ້ລະບົບປະຕູດຽວສຳລັບການຄຸ້ມຄອງການນຳເຂົ້າຍານພາຫະນະ

ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານກຳລັງຈະນຳໃຊ້ລະບົບປະຕູດຽວແຫ່ງຊາດລາວ (LNSW) ເພື່ອຄຸ້ມຄອງການນຳເຂົ້າຍານພາຫະນະ ຜ່ານຂົວມິດຕະພາບລາວ-ໄທໜຶ່ງ ນະຄອນວຽງຈັນ.ລະບົບດັ່ງກ່າວແມ່ນສ່ວນໜຶ່ງຂອງຄວາມພະຍາຍາມໃນການຄຸ້ມຄອງຂະບວນການນຳເຂົ້າ ແລະ ສົ່ງອອກສິນຄ້າ ແລະ ສ້າງຄວາມສະດວກໃຫ້ແກ່ຂັ້ນຕອນການດຳເນີນທຸລະກິດ.ອ່ານຕໍ່ ...

ໂຕະຂ່າວ

ຈີນເລີ່ມສົ່ງອອກນຳມັນໃຫ້ລາວ

ບໍ່ເຕັນມ ລາວ, 31 ຕຸລາ (ຊິນຫົວ) — ການສົ່ງອອກນ້ຳມັນກັ່ນຂອງຈີນສູ່ຕະຫຼາດລາວຄັ້ງປະຖົມມະເລີກ ໄດ້ມີການສົ່ງມອບນ້ຳມັນກາຊວນຈຳນວນ 64 ໂຕນ ຈາກບໍລິສັດປີໂຕຣໄຊນາໃຫ້ກັບບໍລິສັດໃນລາວ ທີ່ຊາຍແດນລາວ-ຈີນ ໃນວັນພຸດທີ່ຜ່ານມານີ້.ບໍລິສັດປີໂຕຣໄຊນາສາກົນ (ຢຸນນານ) ຈຳກັດ, ສາຂາບໍລິສັດປີໂຕຣໄຊນາກຣຸບ, ໄດ້ທຳການສຶກສາ ແລະ ກະກຽມເປັນເວລາສອງປີນັບແຕ່ປີ 2016 ໃນການເຂົ້າເຖິງຕະຫຼາດນ້ຳມັນລາວ.ອ່ານຕໍ່ ...

ຢາງ ຢີ້

ລັດຖະບານຍົກເລີກຂັ້ນຕອນການຂໍໃບອະນຸຍາດໃນການນຳເຂົ້າເຫຼັກ ແລະ ຊີມັງ

ນັບແຕ່ປີໜ້າເປັນຕົ້ນໄປ ຜູ້ນຳເຂົ້າເຫຼັກ ແລະ ຊີມັງໃນລາວບໍ່ຈຳເປັນຕ້ອງຂໍໃບອະນຸຍາດໃນການນຳເຂົ້າ ຫຼັງຈາກທີ່ລັດຖະບານອອກຄຳສັ່ງຍົກເລີກຂັ້ນຕອນໃນການຂໍໃບອະນຸຍາດ.ກະຊວງອຸດສາຫະກຳ ແລະ ການຄ້າໄດ້ຊີ້ນຳໃຫ້ບັນດາພະແນກອຸດສະຫະກຳ ແລະ ການຄ້າໃນທົ່ວປະເທດ ໃນການຢຸດຕິການອອກໃບອະນຸຍາດໃນການນຳເຂົ້າເຫຼັກ ແລະ ຊີມັງ.ໃນອະນາຄົດ, ການນຳເຂົ້າຜະລິດຕະພັນເຫຼັກ ແລະ ຊີມັງຈະຢູ່ພາຍໃຕ້ຄວາມຮັບຜິດຊອບຂອງເຈົ້າໜ້າທີ່ພາສີທີ່ປະຈຳຢູ່ດ່ານຊາຍແດນປະເທດ ຕາມລະບຽບການ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ແຂວງບໍລິຄຳໄຊເດີນໜ້າຈັດການລົດນຳເຂົ້າຜິດກົດໝາຍ

ຕາມການລາຍງານຂອງຄະນະຮັບຜິດຊອບ, ເຖິງວ່າຈະມີຂັ້ນຕອນທີ່ຫຍຸ້ງຍາກສົມຄວນ, ລົດ 600 ກວ່າຄັນທີ່ນຳເຂົ້າມາແຂວງບໍລິຄຳໄຊແບບບໍ່ຖືກກົດໝາຍນັ້ນ ປະຈຸບັນ ແມ່ນໄດ້ຮັບການຂຶ້ນທະບຽນຕາມກົດໝາຍແລ້ວ. ທ່ານຄຳແຫວນ ປັນຍะນຸວົງ ຫົວໜ້າຄະນະຮັບຜິດຊອບ ໄດ້ກ່າວແຈ້ງກັບນັກຂ່າວວຽງຈັນທາມສ໌ ໃນວັນສຸກຜ່ານມານີ້ວ່າ ປະຈຸບັນຍັງເຫຼືອລົດຈຳນວນ 100 ຄັນເທົ່ານັ້ນທີ່ຕ້ອງຂຶ້ນທະບຽນເພີ່ມເຕີມ.ອ່ານຕໍ່ ...

ວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

4pJvt
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!