ເສດຖະກິດ ແລະ ການຄ້າ
ການລົງທຶນ
ລາວສູ້ຊົນປັບປຸງອັນດັບຄວາມສະດວກໃນການດຳເນີນທຸລະກິດ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວຫວັງວ່າອັນດັບໂລກໃນດັດຊະນີຄວາມສະດວກໃນການດຳເນີນທຸລະກິດ ຈະໄດ້ຮັບການປັບປຸງ ຫຼັງຈາກທີ່ລັດຖະບານໄດ້ອອກມາດຕະການເພື່ອຂັບເຄື່ອນເສດຖະກິດ ໂດຍການສ້າງຄວາມສະດວກໃນການດຳເນີນທຸລະກິດໃນປະເທດ.ໃນປີ 2019, ມີພຽງປະເທດມຽນມາທີ່ຢູ່ອັນດັບຕ່ຳກວ່າລາວໃນປະດາປະເທດສະມາຊິກອາຊຽນ. ລາວຕົກອັນດັບໄປ 13 ລະດັບມາຢູ່ອັນດັບທີ 154 ໃນ 190 ປະເທດທີ່ເຂົ້າຮ່ວມໃນການຈັດອັນດັບ. ສ່ວນປະເທດມຽນມາແມ່ນຢູ່ອັນດັບທີ 171.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-strives-improve-ease-doing-business-ranking-98164
ບໍລິສັດລາວ, ຈີນລົງນາມໃນຂໍ້ຕົກລົງເພື່ອການພັດທະນາຂະແໜງກະສິກຳຂອງລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດວິສາຫະກິດເພື່ອການບໍລິການດ້ານກະສິກຳ (SAS) ໄດ້ຕົກລົງຮ່ວມມືກັບບໍລິສັດວັນມາ ການຄ້າຂາເຂົ້າ ຂາອອກສາກົນຈຳກັດ ຂອງຈີນ ເພື່ອພັດທະນາການຜະລິດກະສິກຳໃນລາວເພື່ອການບໍລິໂພກພາຍໃນ ແລະ ການສົ່ງອອກ.ຂໍ້ຕົກລົງດັ່ງກ່າວໄດ້ມີການລົງນາມທີ່ນະຄອນວຽງຈັນໃນອາທິດແລ້ວນີ້ ໂດຍທ່ານ ວຽງທອງ ພົມມະຫາໄຊ ອຳນວຍການບໍລິຫານຂອງ SAS ແລະ ທ່ານ ເສີນ ຈິນການ ອຳນວຍການບໍລິສັດວັນມາ ການຄ້າຂາເຂົ້າ ຂາອອກສາກົນຈຳກັດ. ພິທີລົງນາມດັ່ງກ່າວແມ່ນຢູ່ພາຍໃຕ້ການເປັນສັກຂີພິຍານຂອງເຈົ້າໜ້າທີ່ລັດຖະບານລາວ ແລະ ຈີນ ພ້ອນດ້ວຍຜູ້ຕາງໜ້າຈາກທັງສອງຝ່າຍ.ອ່ານຕໍ່ ...
ໂຕະຂ່າວ
ລາວວາງເປົ້າໝາຍເພີ່ມເງິນກູ້ເພື່ອທຸລະກິດໃຫ້ເປັນ 55% ຂອງ GDP
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຈະເລັ່ງການໃຫ້ກູ້ຢືມຜ່ານຂະແໜງການທະນາຄານ ເພື່ອສົ່ງເສີມທຸລະກິດທ້ອງຖິ່ນ ໃຫ້ເຂົາເຈົ້າມີການແຂ່ງຂັນຫຼາຍຂຶ້ນ ແລະ ສ້າງໂອກາດໃນການສົ່ງອອກສິນຄ້າ.ອຳນາດການປົກຄອງມີແຜນເພີ່ມທະວີການເງິນກູ້ໃຫ້ເປັນປະມານ 55% ຂອງ GDP ພາຍໃນທ້າຍປີນີ້, ຊຶ່ງເພີ່ມຂຶ້ນຈາກຕົວເລກປະຈຸບັນ 46.32% (ຫຼື 76,030.60 ຕື້ກີບ).ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
http://annx.asianews.network/content/laos-aiming-raise-business-lending-55-gdp-98048
ທຸລະກິດໃນເຂດບໍ່ເຕັນກັບມາຄຶກຄັກອີກຄັ້ງ
ຫຼວງນ້ຳທາ, ລາວ (ວຽງຈັນທາມສ໌/ANN) – ໃນຊ່ວງສິບປີຫຼັງ, ເມືອງຊາຍແດນ ບໍ່ເຕັນ ແຂວງຫຼວງນ້ຳທາ ເຄີຍຄຶກຄັກໄປດ້ວຍໄຟແສງສີ, ຟົດຟື້ນໄປດ້ວຍນັກທ່ອງທ່ຽວ ແລະ ຫົວໜ່ວຍທຸລະກິດຕ່າງໆເຊິ່ງເປັນສູນກາງຂອງກາຊີໂນ ແລະ ແຫຼ່ງການພະນັນ ທີ່ດຶງດູດນັກທ່ອງທ່ຽວຈີນຫຼາຍພັນຄົນຈາກທົ່ວສາລະທິດຊາຍແດນທາງພາກເໜືອຂອງລາວໃນແຕ່ລະເດືອນ.ເມື່ອສະຖານກາຊິໂນໄດ້ມີການປິດຕົວໃນປີ 2012, ນັກທ່ອງທ່ຽວກໍຫົດຫາຍ ແລະ ທຸລະກິດຕ່າງໆໄດ້ມີການປິດກິດຈະການຢ່າງຖາວອນ. ເປັນເຫດໃຫ້ຈຳນວນປະຊາກອນຫຼຸດໜ້ອຍລົງຢ່າງຈະແຈ້ງ, ເມື່ອຂ້າພະເຈົ້າເດີນທາງໄປຢ້ຽມຢາມໃນສອງສາມປີຫຼັງ ບໍ່ເຕັນຍັງຄົງເຫຼືອແຕ່ເສດຊາກຂອງຄວາມຈະເລີນໃນເມື່ອກ່ອນ. ຫ້າງຮ້ານທີ່ເປັນໃຈກາງທຸລະກິດຖືກປົກຄຸມໄປດ້ວຍຫຍ້າ, ຄາບສີທີ່ລອກຈາກຝາ ແລະ ປ່ອງອ້ຽມແກ້ວທີ່ແຕກກະຈາຍ ແລະ ປະຊາຊົນຈຳນວນໜ້ອຍທີ່ຍັງຢູ່ອາໄສເບິ່ງຄືໄຮ້ຊີວິດຊີວາ ພາຍໃຕ້ເສດຊາກຕົວເມືອງທີ່ຢູ່ອ້ອມຮອບ.ອ່ານຕໍ່ ...
ຄອນສະຫວັນ ລາດຊະເພົາ
http://annx.asianews.network/content/feature-business-booms-again-bustling-boten-98047
ບົດລາຍງານໜ້າຂາວຂອງ ECCIL ຊ່ວຍສົ່ງເສີມການລົງທຶນໃນລາວ
ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳຢູໂຣບປະຈຳລາວ (ECCIL) ໄດ້ລິເລີ່ມໂຄງການບົດລາຍງາຍໜ້າຂາວ 2019 ເພື່ອສະໜອງຂໍ້ມູນລາຍລະອຽດກ່ຽວກັບເສດຖະກິດຂອງລາວ ເຊິ່ງຫວັງວ່າປະເທດລາວຈະສາມາດດຶງດູດການລົງທຶນຈາກ ອີຢູ ໄດ້ຫຼາຍຂຶ້ນ.ໃນກອງປະຊຸມຕໍ່ສື່ມວນຊົນໃນວັນພຸດຜ່ານມາ, ທ່ານ ດານ ຟິສ໌ແພດທຣິກ ຫົວໜ້າໂຄງການຂອງ ECCIL ກ່າວວ່າ ບົດລາຍງານໜ້າຂາວຂອງ ECCIL ຈະສະໜອງຂໍ້ມູນກ່ຽວກັບໂອກາດໃນການລົງທຶນສຳລັບໂຄງການກໍ່ສ້າງພື້ນຖານໂຄງລ່າງຕ່າງໆໃນລາວ ໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ.ອ່ານຕໍ່ ...
ໂຕະຂ່າວ
http://annx.asianews.network/content/eccil-white-paper-promotes-investment-laos-97923
ລາວຮຽກຮ້ອງການລົງທຶນທີ່ມີຄຸນນະພາບຍິ່ງຂຶ້ນ
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານຮ່ວມມືກັບຄູ່ຮ່ວມພັດທະນາ ແລະ ຜູ້ມີສ່ວນຮ່ວມ ໃນການສົ່ງເສີມການລົງທຶນທີ່ມີຄຸນນະພາບສູງກວ່າເກົ່າໃນລາວ ໂດຍຜ່ານການພັດທະນາ ແລະ ປັບປຸງກົນໄກ ແລະ ຍຸດທະສາດການປະເມີນຜົນ.ແຜນດັ່ງກ່າວໄດ້ມີການຫາລືໃນກອງປະຊຸມ ເຊິ່ງຈັດໂດຍກະຊວງແຜນການ ແລະ ການລົງທຶນ, ແລະ ອົງການສະຫະປະຊາຊາດເພື່ອການພັດທະນາ (UNDP)-ໂຄງການສະຫະປະຊາຊາດເພື່ອສິ່ງແວດລ້ອມ ທີ່ນະຄອນຫຼວງວຽງຈັນໃນວັນສຸກແລ້ວນີ້.ອ່ານຕໍ່ ...
ສົມໄຊ ແສງດາຣາ
http://annx.asianews.network/content/laos-calls-higher-quality-investments-97835
ບໍລິສັດຈີນຄົ້ນຄວ້າໂອກາດໃນການລົງທຶນດ້ານກະສິກຳຢູ່ແຂວງຜົ້ງສາລີ
ວຽງຈັນ (ວຽງຈັນທາມສ໌/ANN) – ກຸ່ມບໍລິສັດ ຢູນນານໄຮເຈັງ ອຸດສາຫະກຳຈຳກັດຂອງຈີນ ກຳລັງສຶກສາຄວາມເປັນໄປໄດ້ໃນການລົງທຶນດ້ານກະສິກຳຢູ່ແຂວງຜົ້ງສາລີ ພາຍຫຼັງທີ່ມີການລົງທຶນຢູ່ແຂວງບໍ່ແກ້ວ, ຫຼວງນ້ຳທາ ແລະ ອຸດົມໄຊ.ພາຍໃຕ້ການກະກຽມຂອງອຳນາດການປົກຄອງແຂວງຜົ້ງສາລີ, ບໍລິສັດດັ່ງກ່າວຈະໃຊ້ເວລາສອງເດືອນໃນການສຶກສາຄວາມເປັນໄປໄດ້ ກ່ອນຕັດສິນໃຈດຳເນີນໂຄງການ.ອ່ານຕໍ່ ...
ສຸກສະໄໝ ບູລົມ
http://annx.asianews.network/content/chinese-company-explores-agricultural-opportunities-phongsaly-97622
ລາວ, ຈີນລົງນາມຂໍ້ຕົກລົງການພັດທະນາທຸລະກິດໃນແຂວງພາກເໜືອ
ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (LNCCI) ແລະ ສະມາຄົມອຸດສາຫະກຳ ແລະ ການຄ້າທົ່ວປະເທດຈີນ (ACFIC) ໄດ້ລົງນາມໃນຂໍ້ຕົກລົງການຮ່ວມມື ເຊິ່ງເປັນການສ້າງສາຍພົວພັນການຮ່ວມງານອັນໃກ້ຊິດລະຫວ່າງສອງອົງກອນສູ່ອະນາຄົດ.ພາບໃຕ້ຂອບການລິເລີ່ມແລວທາງ ແລະ ຖະໜົນ, ທັງສອງຝ່າຍໄດ້ຕົກລົງປະຕິບັດວຽກງານໃຫ້ສອດຄ່ອງຕາມລະບຽບກົດໝາຍຂອງທັງຝ່າຍລາວ ແລະ ຈີນ.ອ່ານຕໍ່ ...
ບຸນແຝງ ໄພມະນີວົງ
ລັດຖະບານລາວສັນຍາຈະສືບຕໍ່ປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ
ວຽງຈັນ (ວຽງຈັນທາມສ໌/ANN) – ຄະນະລັດຖະບານສັນຍາວ່າຈະສືບຕໍ່ຄວາມພະຍາຍາມໃນການຫັນຂັ້ນຕອນການດຳເນີນງານເຂົ້າສູ່ກະແສຫຼັກ ເພື່ອປັບປຸງການອຳນວຍຄວາມສະດວກໃນການດຳເນີນທຸລະກິດ.ຄຳໝັ້ນດັ່ງກ່າວແມ່ນມີຂຶ້ນໃນການສະຫຼຸບກອງປະຊຸມປະຈຳເດືອນພຶດສະພາຂອງຄະນະລັດຖະບານ ເຊິ່ງສຳເລັດລົງໃນມື້ວານນີ້, ຕາມບົດຂ່າວຕໍ່ສື່ມວນຊົນຂອງສຳນັກງານນາຍົກລັດຖະມົນຕີ.ກອງປະຊຸມໄລຍະສອງວັນດັ່ງກ່າວໄດ້ຮັບຮອງເອົາບົດລາຍງານ ເຊິ່ງທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດຄຳສັ່ງຂອງນາຍົກລັດຖະມົນຕີເລກທີ 2 ກ່ຽວກັບການຍົກລະດັບຂັ້ນຕອນການດຳເນີນງານ ແລະ ກົນໄກການປະສານງານລະຫວ່າງພະແນກການຂອງລັດ ເພື່ອປັບປຸງສະພາບແວດລ້ອມໃນການດຳເນີນທຸລະກິດ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ລາວຈະສ້າງແຜນວາດຊ່ອງທາງສຳລັບການປະຕິຮູບການລົງທຶນ
ວຽງຈັນ (ວຽງຈັນທາມສ໌/ANN) – ແຜນວາດການປະຕິຮູບການລົງທຶນ (IRM) ແມ່ນກົນໄກສຳຄັນອັນໜຶ່ງສຳລັບການພັດທະນານະໂຍບາຍການລົງທຶນ ເພື່ອດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ສາມາດຊ່ວຍເຫຼືອປະເທດທີ່ມີຄວາມຕ້ອງການພັດທະນາ ແລະ ດຶງດູດການລົງທຶນ.ໃນພິທີເປີດກອງປະຊຸມປຶກສາຫາລື ກ່ຽວກັບຮ່າງບົດລາຍງານກ່ຽວກັບແຜນວາດການປະຕິຮູບການລົງທຶນສຳລັບປະເທດລາວຂອງກະຊວງແຜນການ ແລະ ການລົງທຶນ ໃນອາທິດແລ້ວນີ້, ທ່ານນາງ ຄຳຈັນ ວົງແສງບຸນ ຮອງລັດຖະມົນຕີ ໄດ້ກ່າວວ່າ ເປົ້າໝາຍຂອງແຜນວາດ IRM ແມ່ນການສະເໜີການຄົ້ນຄວ້າດ້ານການຄຸ້ມຄອງ ແລະ ວາງທິດທາງສຳລັບການມີສ່ວນຮ່ວມຕົວຈິງໃນການລົງທຶນ.ອ່ານຕໍ່ ...
ໂຕະຂ່າວ