ໄພພິບັດ
ໄພນ້ຳຖ້ວມ
ບ້ານໃນແຂວງຄຳມ່ວນສ່ຽງຕໍ່ໄພນ້ຳຖ້ວມອີກຄັ້ງ
ບ້ານທີ່ຢູ່ລຽບຕາມແມ່ນ້ຳເຊບັ້ງໄຟແຂວງຄຳມ່ວນ ອາດປະສົບກັບໄພນ້ຳຖ້ວມຕື່ມອີກ ຫຼັງນ້ຳໃນແມ່ນ້ຳຂຶ້ນສູງເຖິງລະດັບອັນຕະລາຍ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ບັນດາຄອບຄົວທີ່ສູນເສຍທີ່ຢູ່ອາໄສປະສົບໄພນ້ຳຖ້ວມຮອບສອງ
ເມືອງສະໜາມໄຊ ແຂວງອັດຕະປື: ປະຊາຊົນປະມານ 1,000 ຄົນທີ່ປະຈຸບັນພັກຢູ່ທີ່ອາຄານສອງຊັ້ນຂອງໂຮງຮຽນມັດທະຍົມປາຍສະໜາມໄຊ ຫຼັງຈາກທີ່ເຂົາເຈົ້າໄດ້ສູນເສຍທີ່ຢູ່ອາໄສ ຍ້ອນເຫດໄພພິບັດນ້ຳຖ້ວມໃນເດືອນແລ້ວນີ້ ອາດຈະຕ້ອງຍ້າຍອອກໄປຢູ່ທີ່ພັກຊົ່ວຄາວໃໝ່ ເນື່ອງຈາກປະຈຸບັນມີຝົນຕົກໜັກເຮັດໃຫ້ເກີດນ້ຳຖ້ວມຮອບໃໝ່.ອ່ານຕໍ່ ...
ຄອນສະຫວັນ ລາດຊະເພົາ
ນ້ຳຖ້ວມຕື່ມທີ່ແຂວງອັດຕະປືຫຼັງຈາກຝົນຕົກໜັກ
ເມືອງສະໜາມໄຊ ແຂວງອັດຕະປື: ບັນດາບ້ານທີ່ປະສົບໄພນ້ຳນ້ຳຖ້ວມຫາກໍ່ແຫ້ງຈາກນ້ຳຂີ້ຕົມ ຖືກນ້ຳຍຶ່ງຖ້ວມຊ້ຳອີກ ຫຼັງຈາກມີຝົນຕົນໜັກຕໍ່ເນື່ອງຫຼາຍວັນ.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ອຳນາດການປົກຄອງກຽມກໍ່ສ້າງເຮືອນໃໝ່ສຳລັບຜູ້ປະສົບໄພນ້ຳຖ້ວມພາຍຫຼັງສຳເລັດການເກັບກູ້ລະເບີດ
ເມືອງສະໜາມໄຊ, ແຂວງອັດຕະປື: ທີມງານເກັບກູ້ລະເບີດກວ່າ 100 ຄົນຈາກອົງການເກັບກູ້ລະເບີດລາວ (UXO Lao) ໄດ້ກວດ ແລະ ເກັບກູ້ລະເບີດທີ່ຍັງບໍ່ທັນແຕກ (UXO) ອອກຈາກພື້ນທີ່ ເຮັດໃຫ້ສາມາດເລີ່ມລົງມືກໍ່ສ້າງເຮືອນພັກສຳລັບຜູ້ປະສົບໄພນ້ຳຖ້ວມ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ມູນຄ່າຄວາມເສຍຫາຍຈາກໄພນ້ຳຖ້ວມພື້ນທີ່ກະສິກຳມີສູງເກີນ 125 ຕື້ກີບ
ຜົນກະທົບຈາກໄພນ້ຳຖ້ວມໃນໄລຍະຜ່ານມາໄດ້ສ້າງຄວາມເສຍຫາຍຕໍ່ຂະແໜງການກະສິກຳ ເປັນມູນຄ່າປະມານ 127 ຕື້ກີບ ຕາມການລາຍງານເບື້ອງຕົ້ນຂອງກະຊວງກະສິກຳ ແລະ ປ່າໄມ້.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ທີມກູ້ໄພຈາກສິງກະໂປເດີນທາງມາຮອດລາວເພື່ອຊ່ວຍເຫຼືອພາລະກິດກູ້ໄພທີ່ອັດຕະປື
ທີມກູ້ໄພພົນລະເຮືອນສະເພາະກິດ ເຊິ່ງປະກອບດ້ວຍເຈົ້າໜ້າທີ່ຈາກກອງຕຳຫຼວດສິງກະໂປ 14 ຄົນ, ໝາກູ້ໄພຈາກໜ່ວຍ SPF K9 3 ຕົວ ແລະ ເຈົ້າໜ້າທີ່ກອງປ້ອງກັນພົນລະເຮືອນສິງກະໂປຈຳນວນ 18 ຄົນໄດ້ເດີນທາງມາເຖິງປະເທດລາວຕັ້ງແຕ່ວັນຈັນຜ່ານມາ ດ້ວຍຍົນຂົນສົ່ງ C-130 ຂອງກອງທັບອາກາດສາທາລະນະລັດສິງກະໂປ (RSAF) ເພື່ອຊ່ວຍເຫຼືອພາລະກິດກູ້ໄພທີ່ແຂວງອັດຕະປື.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ບັນດາອົງການສະຫະປະຊາຊາດສືບຕໍ່ຊ່ວຍເຫຼືອຮັບມືຕໍ່ໄພພິບັດທີ່ອັດຕະປື
ບັນດາອົງການສະຫະປະຊາຊາດເຮັດວຽກຢ່າງໃກ້ຊິດກັບລັດຖະບານ ແລະ ຄູ່ຮ່ວມງານເພື່ອມະນຸດສະທຳ ເພື່ອຊ່ວຍເຫຼືອດ້ານນ້ຳສະອາດ, ອາຫານ, ທີ່ພັກ ແລະ ສຸຂະພາບໃຫ້ແກ່ປະຊາຊົນ 13,000 ຄົນທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມທີ່ແຂວງອັດຕະປື.ອ່ານຕໍ່ ...
ນັກຂ່າວວຽງຈັນທາມສ໌
ໂຮງໝໍໃນອັດຕະປືປິ່ນປົວ 221 ຜູ້ປະສົບເຄາະນ້ຳຖ້ວມທີ່ໄດ້ຮັບບາດເຈັບ
ເມືອງສະໜາມໄຊ, ແຂວງອັດຕະປື: ຜູ້ປະສົບໄພຈຳນວນ 149 ຄົນທີ່ໄດ້ຮັບບາດເຈັບຈາກເຫດນ້ຳພັດເຂົ້າຖ້ວມພື້ນທີ່ ໄດ້ຮັບການປິ່ນປົວທີ່ໂຮງໝໍເມືອງ, ສ່ວນອີກ 72 ຄົນທີ່ໄດ້ຮັບບາດເຈັບຮ້າຍແຮງໄດ້ຮັບການປິ່ນປົວທີ່ໂຮງໝໍແຂວງອັດຕະປື.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ອັດຕະປືຢືນຢັນພົບຜູ້ເສຍຊີວິດແລ້ວ 36 ຄົນ ແລະ 98 ຄົນຍັງສູນຫາຍ
ເມືອງສະໜາມໄຊ, ແຂວງອັດຕະປື: ເຈົ້າໜ້າທີ່ທະຫານ ແລະ ທີມກູ້ໄພຈາກສິງກະໂປ ຍັງຄົງສືບຕໍ່ການຄົ້ນຫາຜູ້ສູນຫາຍ 98 ຄົນ ຈາກເຫດໄພພິບັດເຂື່ອນແຕກ, ເຊິ່ງມີຈຳນວນຍອດຜູ້ເສຍຊີວິດຢູ່ທີ່ 36 ຄົນ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
ຜູ້ປະສົບໄພນ້ຳຖ້ວມທີ່ແຂວງອັດຕະປືວອນຂໍເຂົ້າ ແລະ ອຸປະກອນແຕ່ງກິນເພີ່ມເຕີມ
ເມືອງສະໜາມໄຊ, ແຂວງອັດຕະປື: ຜູ້ປະສົບໄພຈຳນວນຫຼາຍທີ່ພັກຢູ່ຕາມແຄ້ມ ຍັງຕ້ອງການເຂົ້າ, ຊີ້ນ, ປາ, ເຕົາໄຟ, ແລະ ອຸປະກອນແຕ່ງກິນ ເພື່ອແຕ່ງກິນເອງຫຼັງຈາກໄພພິບັດນ໊ຳຖ້ວມ.ອ່ານຕໍ່ ...
ພົມພົງ ເຫຼົາອິນ