ການຊ່ວຍເຫຼືອ ແລະ ການພັດທະນາ
ນະໂຍບາຍ ແລະ ການຄຸ້ມຄອງດ້ານການພັດທະນາ
ກອງປະຊຸມຢູ່ວຽງຈັນແນໃສ່ການສ້າງຄວາມສະຫຼາດໃນການພັດທະນາແຂວງ
ຜູ້ຕາງຈາກບັນດາຄູ່ຮ່ວມພັດທະນາ ແລະ ຖັນແຖວກົມກອງຂອງກະຊວງວິທະຍາສາດ ແລະ ເທັກໂນໂລຢີ ໄດ້ປະຊຸມຢູ່ນະຄອນຫຼວງວຽງຈັນໃນອາທິດແລ້ວນີ້ ເພື່ອເສີມຂະຫຍາຍຄວາມເຂົ້າໃຈກ່ຽວກັບການພັດທະນາແຂວງແບບສະຫຼາດ.ການພັດທະນາແຂວງແບບສະຫຼາດແມ່ນນະໂຍບາຍການພັດທະນາຊຸມຊົນອັນໜຶ່ງ ທີ່ສຸມໃສ່ລະບົບການພັດທະນາໂດຍນຳໃຊ້ວິທະຍາສາດ ແລະ ເທັກໂນໂລຢີ ເຊັ່ນ ການຮັກສາສິ່ງແວດລ້ອມ, ເທັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ ແລະ ການພັດທະນາພື້ນຖານໂຄງລ່າງ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ລາວຈະຮັກສາພູພຽງບໍລະເວນໃຫ້ເປັນເຂດພັດທະນາສີຂຽວ
ວຽງຈັນ (ວຽງຈັນທາມສ໌) – ລັດຖະບານມີແຜນຮັບປະກັນໃຫ້ພູພຽງບໍລະເວນແຂວງຈຳປາສັກທາງພາກໃຕ້ຂອງລາວ ຄົງໄວ້ເຊິ່ງພື້ນທີ່ກະສິກຳສະອາດ ແລະ ຮັກສາມູນເຊື້ອວັດທະນະທຳສີຂຽວ ແລະ ແຫຼ່ງທ່ອງທ່ຽວພາຍໃຕ້ໄພຮຸກຮານຂອງການພັດທະນາ.ຕາມການເປີດເຜີຍຕໍ່ສື່ມວນຊົນຂອງລັດຖະບານໃນວັນພຸດຜ່ານມາ, ກອງປະຊຸມຂອງຄະນະລັດຖະບານພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ແນະນຳໃຫ້ສະຖາບັັນຄົ້ນຄວ້າເສດຖະກິດ ເຊິ່ງຮັບຜິດຊອງກ່ຽວກັບແຜນລວມໃນການພັດທະນາພູພຽງບໍລະເວນ, ເພື່ອປັບປຸງຮ່າງແຜນການກ່ອນຍື່ນຄືນຕໍ່ລັດຖະບານ.ອ່ານຕໍ່ ...
ເອກະພອນ ພູທອນສີ
http://annx.asianews.network/content/laos-preserve-bolaven-plateau-green-development-zone-102508
ລັດຖະບານ, ຂະແໜງເອກະຊົນຮ່ວມມືກ່ຽວກັບການຂະຫຍາຍຕົວສີຂຽວ
ວຽງຈັນ (ວຽງຈັນທາມສ໌/ANN) – ເຈົ້າໜ້າທີ່ລັດຖະບານ ແລະ ຕາງໜ້າຂະແໜງເອກະຊົນໄດ້ປະຊຸມກັນຢູ່ນະຄອນຫຼວງວຽງຈັນວານນີ້ ເພື່ອຫາລືກ່ຽວກັບສິ່ງທ້າທາຍ ແລະ ໂອກາດສຳລັບການມີສ່ວນຮ່ວມຂອງພາກສ່ວນເອກະຊົນໃນການພັດທະນາສີຂຽວ ແລະ ການປ່ຽນແປງຂອງສະພາບອາກາດໃນລາວ.ກອງປະຊຸມດັ່ງກ່າວ ພາຍໃຕ້ຫົວຂໍ້ “ການມີສ່ວນຮ່ວມຂອງຂະແໜງເອກະຊົນໃນການປ່ຽນແປງຂອງສະພາບອາກາດ ແລະ ການຂະຫຍາຍຕົວສີຂຽວ” ແມ່ນສ່ວນໜຶ່ງຂອງການສົ່ງເສີມຄວາມສາມາດ ພາຍໃຕ້ໂຄງການພັດທະນາຕົວເມືອງສີຂຽວ.ອ່ານຕໍ່ ...
ສີລັດດາ ສຸລິຍົງ
http://annx.asianews.network/content/govt-private-sector-collaborate-green-growth-laos-101332
ລາວຈະແກ້ໄຂແປດບັນຫາພົ້ນເດັ່ນທີ່ເປັນອຸປະສັກຕໍ່ການພັດທະນາ
ລັດຖະບານລາວໄດ້ຕົກລົງດຳເນີນບາດກ້າວ ໃນການແກ້ໄຂແປດບັນຫາເພື່ອເດີນໜ້າແຜນການຂັບເຂື່ອນການພັດທະນາປະເທດຊາດ. ບາດກ້າວດັ່ງກ່າວໄດ້ມີການຕົກລົງໃນກອງປະຊຸມໄລຍະສາມວັນລະຫວ່າງຄະນະລັດຖະບານ, ເຈົ້າແຂວງ ແລະ ເຈົ້າຄອງນະຄອນຫຼວງ ທີ່ວຽງຈັນ ເຊິ່ງໄດ້ອັດລົງໃນວັນສຸກແລ້ວນີ້.ອ່ານຕໍ່ ...
ສົມສັກ ພົງຂາວ
http://annx.asianews.network/content/laos-tackles-eight-pressing-issues-spur-development-99323
ນັກວາງນະໂຍບາຍຝຶກອົບຮົມກ່ຽວກັບການປະເມີນຜົນກະທົບໃນການຄຸ້ມຄອງ
ລັດຖະບານໄດ້ຈັດການຝຶກອົບຮົມກ່ຽວກັບການປະເມີນຜົນກະທົບໃນການຄຸ້ມຄອງ (RIA) ສຳລັບນັກວາງນະໂຍບາຍຂັ້ນສູນກາງ ແລະ ແຂວງ. ງານຝຶກອົບຮົມດັ່ງກ່າວໄດ້ຈັດຂຶ້ນທີ່ນະຄອນຫຼວງວຽງຈັນ ໃນວັນທີ 13-15 ມີນາ. ເຊິ່ງມີເປົ້າໝາຍເພື່ອຮັບປະກັນວ່າ ລາວຈະສາມາດພັດທະນາລະບົບການຄຸ້ມຄອງການປະຕິບັດງານທີ່ດີ ເພື່ອປົກປ້ອງຊຸມຊົນ ແລະ ສິ່ງແວດລ້ອມ ແລະ ສົ່ງເສີມການພັດທະນາດ້ານເສດຖະກິດ ແລະ ສັງຄົມ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌
ການທົບທວນກອງປະຊຸມໂຕະມົນຫາລືການຈັດຕັ້ງປະຕິບັດຄຳແນະນຳ 2018 ສຳລັບປະເທດລາວ
ລັດຖະບານ ແລະ ຄູ່ຮ່ວມພັດທະນາ ໄດ້ປະຊຸມກັນທີ່ວຽງຈັນ ໃນວັນສຸກຜ່ານມາ ເພື່ອຫາລືລາຍລະອຽດຄຳແນະນຳຈາກກອງປະຊຸມໂຕະມົນປີ 2018 ເພື່ອຜັນຂະຫຍາຍການປະຕິບັດການຕິດຕາມຢ່າງເປັນຮູບປະທຳ.ກອງປະຊຸມທົບທວນປະຈຳປີ ເພື່ອກະກຽມສຳລັບກອງປະຊຸມໂຕະມົນ 2019 ເຊິ່ງໄດ້ມີການຫາລືແນວທາງສູ່ການຈັດຕັ້ງປະຕິບັດກອງປະຊຸມໂຕະມົນ 2019 ເຊິ່ງຈະຈັດຂຶ້ນໃນທ້າຍປີ ມີການເຂົ້າຮ່ວມຂອງທ່ານ ປອ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ, ທ່ານນາງ ຄາຣິນາ ອິມໂມເນັນ ຜູ້ປະສານງານປະຈຳອົງການສະຫະປະຊາຊາດ ແລະ ຜູ້ຕາງໜ້າປະຈຳອົງການ UNDP, ພ້ອມດ້ວຍຕາງໜ້າຈາກຂະແໜງເອກະຊົນ ແລະ ອົງການຈັດຕັ້ງສັງຄົມສົງເຄາະ.ອ່ານຕໍ່ ...
ບັນນາລັກວຽງຈັນທາມສ໌
ລາວເຜີຍວິໄສທັດການພັດທະນາໃໝ່
ວຽງຈັນ (ວຽງຈັນທາມສ໌/ANN) – ລັດຖະບານໄດ້ເຜີຍວິໄສທັດການພັດທະນາປະເທດຊຸດໃໝ່ ເຊິ່ງມີແຜນບຸກທະລຸແຕ່ປີ 2021-2025.ຕາມແນວທາງຂອງລັດຖະບານໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 2019 ເຊິ່ງມີການເຜີຍແຜ່ໃນກອງປະຊຸມຂອງຂະແໜງແຜນການ ແລະ ການເງິນທີ່ຜ່ານມາ, ລັດຖະບານໄດ້ເປີດເຜີຍວິໄສທັດການພັດທະນາແຫ່ງຊາດຊຸດໃໝ່.ອ່ານຕໍ່ ...
ເອກະພອນ ພູທອນສີ
ລັດຖະບານກວດສອບບັນດາໂຄງການຂອງວຽງຈັນທີ່ບໍ່ໄດ້ຮັບການອະນຸມັດ
ຄະນະປົກຄອງນະຄອນວຽງຈັນຮຽກຮ້ອງໃຫ້ລັດຖະບານພິຈາລະນາ ແລະ ສົ່ງເສີມບັນດາໂຄງການພັດທະນາພື້ນຖານໂຄງລ່າງ ທີ່ບໍ່ໄດ້ຮັບການອະນຸມັດໃນໄລຍະຜ່ານມາ ເຊິ່ງມີການນຳສະເໜີນັບແຕ່ປີ 2005 ເປັນຕົ້ນມາ.ໃນຊຸມປີຜ່ານມາ ມີຫຼາຍກົມກອງ ແລະ ແຂວງ ທີ່ດຳເນີນໂຄງການໂດຍບໍ່ໄດ້ຮັບການອະນຸມັດຈາກລັດຖະບານ ຫຼື ສະພາແຫ່ງຊາດ.ອ່ານຕໍ່ ...
ສຸກສາຄອນ ແຫວນແກ້ວ
ຖ່າຍທອດສົດ: ກອງປະຊຸມໂຕະມົນທົບທວນການພັດທະນາໃນລາວອອກອາກາດທາງ ຢູທູບ (Youtube)
ເສັ້ນທາງອັນຍາວໄກໃນການພັດທະນາເສດຖະກິດສັງຄົມທີ່ເລິກເຊິ່ງເຖິງຖອງ ເພື່ອຜົນປະໂຫຍດຂອງປະຊາຊົນລາວທຸກຖ້ວນໜ້າຜ່ານຜ່າມາໄດ້ອີກໜຶ່ງໄລຍະ ຜ່ານການຈັດກອງປະຊຸມໂຕະມົນປະຈຳປີ 2018 ຂອງບັນດານັກສ້າງນະໂຍບາຍ, ຜູ້ມີສ່ວນຮ່ວມ ແລະ ຄູ່ຮ່ວມພັດທະນາເຊັ່ນອົງການສະຫະປະຊາຊາດ ໃນມື້ວານນີ້ ເຊິ່ງມີການຖ່າຍທອດຜ່ານທາງ ຢູທູບ YouTube.ອ່ານຕໍ່ ...
The Laotian Times
ລາວ ແລະ ຄູ່ຮ່ວມພັດທະນາສາກົນຫາລືກ່ຽວກັບການຮ່ວມມືດ້ານການພັດທະນາ
ບັນຫາທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ລວມທັງບັນຫາກ່ຽວເນື່ອງອື່ນໆກ່ຽວກັບການຈັດການ ແມ່ນຈຸດຫຼັກໃນການຫາລືລະຫວ່າງລັດຖະບານ ແລະ ບັນດາຄູ່ຮ່ວມພັດທະນາໃນກອງປະຊຸມໂຕະມົນ ໄລຍະສອງວັນ ທີ່ຈະສືບຕໍ່ໃນມື້ນີ້.ປະທານຮ່ວມໃນກອງປະຊຸມດັ່ງກ່າວມີທ່ານ ປອ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານນາງ ຄາລີນາ ອິມໂມເນັນ ຜູ້ຕາງໜ້າອົງການ ຢູເອັນດີພີ ປະຈຳລາວ.ອ່ານຕໍ່ ...
ສົມໄຊ ແສງດາຣາ