ກະສິກຳ

ນະໂຍບາຍ ແລະ ການຄຸ້ມຄອງດ້ານກະສິກຳ

ກະຊວງທົບທວນຫ້າປີທີ່ເຫຼືອຂອງຍຸດທະສາດກະສິກຳຫ້າປີ ເຖິງປີ 2025

ວຽງຈັນ (ວຽງຈັນທາມສ໌/ANN) – ກະຊວງກະສິກຳ ແລະ ປ່າໄມ້ໄດ້ຮ່າງແຜນການເພື່ອຮັບປະກັນການປະຕິບັດທີ່ຖືກຕ້ອງຕາມແຜນການເພື່ອບັນລຸເປົ້າໝາຍໃນຍຸດທະສາດການພັດທະນາຂະແໜງກະສິກຳເຖິງປີ 2025.ໃນບົດລາຍງານແຜນພັດທະນາຫ້າປີເຖິງປີ 2025 ກ່າວວ່າ ເປົ້າໝາຍຂອງກະຊວງແມ່ນການຂະຫຍາຍຕົວຂອງລວມຍອດຜະລິດຕະພັນພາຍໃນຂອງຂະແໜງກະສິກຳ ແລະ ປ່າໄມ້ໃນອັດຕາສະເລ່ຍ 3.4%. ນີ້ໝາຍເຖິງຂະແໜງການຈະປະກອບສ່ວນ 19% ຕໍ່ເສດຖະກິດແຫ່ງຊາດ.ອ່ານຕໍ່ ...

ອຸ່ນຄຳ ພິມມະຕະ

ຊາວກະສິກອນຮຽກຮ້ອງໃຫ້ເລັ່ງປະຕິບັດແຜນການຫຼຸດຄ່າໄຟ

ວຽງຈັນ (ວຽງຈັນທາມສ໌/ANN) – ຊາວກະສິກອນຮຽກຮ້ອງໃຫ້ຂະແໜງພະລັງງານເລັ່ງມືໃນການຈັດຕັ້ງປະຕິບັດແຜນການຫຼຸດຄ່າໄຟ ເພື່ອສົ່ງເສີມການຜະລິດກະສິກຳໃນທົ່ວປະເທດ.ອຳນາດການປົກຄອງໄດ້ມີການເປີດເຜີຍແຜນການຫຼຸດຄ່າໄຟແບບສະເພາະ ໃນກອງປະຊຸມສະໄໝສາມັນຂອງສະພາແຫ່ງຊາດໃນເດືອນພະຈິກປີກາຍນີ້.ອ່ານຕໍ່  ...

ໂຕະຂ່າວ

ນາຍົກລາວເນັ້ນຄວາມຈຳເປັນໃນການຍົກສູງມາດຕະຖານການຜະລິດກາເຟ

ວຽງຈັນ (ວຽງຈັນທາມສ໌/ANN) – ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ຊຸກຍູ້ໃຫ້ບັນດາສະມາຊິກສະມາຄົມກາເຟລາວ ຈົ່ງເຂັ້ມງວດໃນການຮັກສາຄຸນນະພາບການຜະລິດກາເຟທ້ອງຖິ່ນ ຕາມຄຳແນະນຳຈາກຊ່ຽວຊານມາດຕະຖານກະສິກຳປອດສານພິດ.ທ່ານນາຍົກໄດ້ແນະນຳວ່າການຮັກສາມາດຕະຖານດ້ານຄຸນນະພາບຈະເຮັດໃຫ້ຜູ້ຜະລິດໄດ້ລາຄາທີ່ສູງ ອີກທັງກາເຟປອດສານພິດຍັງເປັນທີ່ຕ້ອງການສູງໃນກຸ່ມລູກຄ້າ.ອ່ານຕໍ່  ...

ສຸກສະໄໝ ບູລົມ

ຈີນສະໜັບສະໜູນສູນເຝົ້າລະວັງເພື່ອຄວບຄຸມການແຜ່ລະບາດຂອງພະຍາດໃນສັດ

ລັດຖະບານຈີນໃຫ້ທຶນຊ່ວຍເຫຼືອລ້າຈຳນວນ 47 ຕື້ກີບ (39,060,000 ຢວນ) ເພື່ອປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໃນສັດໃນລາວ,​ ໂດຍສະເພາະໃນພື້ນທີ່ລຽບຊາຍແດນລາວ-ຈີນ.ໂຄງການດັ່ງກ່າວ ຈະມີການຈັດຕັ້ງສູນເຝົ້າລະວັງພະຍາດສັດຂຶ້ນທີ່ບ້ານຈັນສະຫວ່າງ ເມືອງສີໂຄດຕະບອງ ນະຄອນວຽງຈັນ ກໍຄືສ້າງສະຖານນີເຝົ້າລະວັງທີ່ແຂວງຫຼວງນ້ຳທາ ແລະ ຜົ້ງສາລີ.ອ່ານຕໍ່ ...

ບັນນາທິການວຽງຈັນທາມສ໌

ການຄຸ້ມຄອງຜົນກະທົບຈາກປະກົດການ ເອວນິໂຢ ແລະ ລານິຢາ ໃນຂະແໜງກະສິກຳຂອງລາວ

(ຂປລ) ຕັ້ງແຕ່ປີ 1966, 70 ເປີເຊັນຂອງໄພນ້ຳຖ້ວມໃນລາວແມ່ນເກີດຂຶ້ນໃນຊຸມປີທີ່ມີປະກົດການເອວນິໂຢ ແລະ ລານິຢາ ເຊິ່ງໄດ້ສົ່ງຜົນກະທົບຢ່າງໃຫຍ່ຫຼວງຕໍ່ຂະແໜງການກະສິກຳ ແລະ ເສດຖະກິດຂອງຊາດໂດຍລວມ, ຕາມການລາຍງານຂອງທະນາຄານໂລກ ທີ່ນະຄອນວຽງຈັນ ໃນວັນທີ 19 ຕຸລາຜ່ານມາ.ອ່ານຕໍ່ ...

ຂປລ

ລາວລະງັບການນຳເຂົ້າໝູ ແລະ ຜະລິດຕະພັນຊີ້ນໝູຈາກຈີນ

ວຽງຈັນ — ການນຳເຂົ້າຜະລິດຕະພັນຊີ້ນໝູທຸກຊະນິດຈາກຈີນ ກໍຄື ໝູ ແລະ ລູກໝູເປັນ ໄດ້ມີການລະງັບຊົ່ວຄາວຫຼັງຈາກມີການລະບາດຂອງເຊື້ອໄວຣັສ໌ອະຫິວາໝູອາຟຣິກາ ທີ່ແຂວງຫຼຽວໜິງ ທາງພາກຕາເວັນອອກສຽງເໜືອຂອງຈີນ. ກະຊວງກະສິກຳ ແລະ ປ່າໄມ້ລາວໄດ້ອອກແຈ້ງການອາທິດແລ້ວນີ້ ໃນການຫ້າມການນຳເຂົ້າຜະລິດຕະພັນໝູ, ລູກໝູ ແລະ ແມ່ພັນໝູ ເພື່ອປ້ອງກັນການແຜ່ລະບາດຂອງເຊື້ອພະຍາດທີ່ອາດເກີດຂຶ້ນໃນລາວ ແລະ ທັງເປັນການປົກປ້ອງຜູ້ບໍລິໂພກຈາກການເຈັບປ່ວຍ.ອ່ານຕໍ່ ...

ວຽງຈັນທາມສ໌/ເຄືອຂ່າຍຂ່າວເອເຊຍ

ລັດຖະບານຕັ້ງເປົ້າໝາຍການສ້າງຄວາມດຸ່ນດ່ຽງໃນການຜະລິດກະສິກຳຕໍ່ກັບການບໍລິໂພກ

ລາວວາງຄາດໝາຍໃນການເພີ່ມທະວີການຜະລິດກະສິກຳເພື່ອຕອບສະໜອງຕໍ່ການບໍລິໂພກທີ່ເພີ່ມຂຶ້ນ, ແລະ ຮັບປະກັນການພັດທະນາປະເທດຊາດແບບຍືນຍົງໃນອະນາຄົດ. ຊ່ຽວຊານຈາກກົມແຜນການ ກະຊວງແຜນການ ແລະ ການລົງທຶນລາຍງານໃນກອງປະຊຸມທີ່ນະຄອນວຽງຈັນວ່າດ້ວຍເປົ້າໝາຍການພັດທະນາແບບຍືນຍົງ (SDG) ກ່ຽວກັບການຜະລິດ ແລະ ການບໍລິໂພກແບບຍືນຍົງ (SDG12) ວ່າ ປະຈຸບັນປະເທດລາວມີການນຳເຂົ້າສິນຄ້າຫຼາຍກວ່າການຜະລິດພາຍໃນ.ອ່ານຕໍ່ ...

ນັກຂ່າວວຽງຈັນທາມສ໌

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

rhm5F
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!