Announcements
ງານກິດຈະກຳ 'ງາມແທ້ໂອຫຼວງພະບາງ' ເພື່ອດຶງດູດນັກທ່ອງທ່ຽວ

ອຳນາດການປົກຄອງແຂວງຫຼວງພະບາງຈະຈັດງານກິດຈະກຳ ງາມແທ້ໂອ ຫຼວງພະບາງ (Oh Luang Prabang, You’re Simply Beautiful) ແຕ່ວັນທີ 4-7 ກໍລະກົດນີ້ ທີ່ເມືອງມໍລະດົກໂລກ.ອ່ານຕໍ່ ...
ວຽງຈັນທາມສ໌
ປື້ມແຜນທີ່ກະສິກຳຂອງລາວຈະຊ່ວຍໃນການຕັດສິນໃຈ ເພື່ອກ້າວໄປສູ່ເປົ້າໝາຍການພັດທະນາແບບຍືນຍົງ

ປື້ມແຜນທີ່ກະສິກຳໃໝ່ເຫຼັ້ມທຳອິດຂອງລາວ ທີ່ໃຫ້ຂໍ້ມູນລາຍລະອຽດກ່ຽວກັບການປ່ຽນແປງໃນການຜະລິດກະສິກຳທົ່ວປະເທດ ໄດ້ມີການເປີດຕົວຢູ່ວຽງຈັນ ໃນວັນພະຫັດທີ່ຜ່ານມາ. ປື້ມແຜນທີ່ກະສິກຳຂອງ ສປປ ລາວ -ຮູບແບບ ແລະ ການປ່ຽນແປງລະຫວ່າງປີ 1999 ແລະ 2011 ແມ່ນແນໃສ່ຮັບໃຊ້ການວາງແຜນ, ການຕັດສິນໃຈ, ການວາງນະໂຍບາຍ ແລະ ການຈັດຕັ້ງປະຕິບັດການພັດທະນາຊົນນະບົດ ແລະ ການກະສິກຳແບບຍືນຍົງ.ອ່ານຕໍ່ ...
ວຽງຈັນທາມສ໌
ໂຍທາຫ້າມຂຸດດິນ ແລະ ຂົນສົ່ງດິນໃນວຽງຈັນໃນຊ່ວງລະດູຝົນ

ພະແນກໂຍທາທິການ ແລະ ຂົນສົ່ງນະຄອນຫຼວງໄດ້ອອກແຈ້ງການຫ້າມການຂຸດດິນ ແລະ ຂົນສ່ົງດິນ ແລະ ຊາຍຊົ່ວຄາວໃນນະຄອນຫຼວງວຽງຈັນຕະຫຼອດລະດູຝົນນີ້ ນັບແຕ່ວັນທີ 15 ມິຖຸນາ ຫາ 15 ຕຸລາ 2018.ອ່ານຕໍ່ ...
ເດິລາວທຽນທາມສ໌
ທຫລ ເຕືອນວ່າ: ມີເງິນໂດລາປອມຈຳນວນຫຼາຍ ທີ່ຈໍລະຈອນຢູ່ບັນດາແຂວງພາກເໜືອ
ທະນາຄານ ແຫ່ງ ສປປ ລາວ (ທຫລ) ໄດ້ອອກແຈ້ງການເລກທີ 245/ຫກ ລົງວັນທີ 21 ມິຖຸນາ 2018 ເລື່ອງໃຫ້ເພີ່ມສະຕິລະວັງຕົວກ່ຽວກັບການນຳໃຊ້ເງິນຕາຕ່າງປະເທດເຂົ້າໃນການຊຳລະ ເຊິ່ງອິງຕາມແຫຼ່ງຂ່າວຂອງເຈົ້າໜ້າທີ່ໄດ້ລາຍງານໃຫ້ຮູ້ວ່າ: ປັດຈຸບັນ ໄດ້ມີບຸກຄົນບໍ່ດີຊາວຕ່າງປະເທດນຳເງິນໂດລາປອມ ເຂົ້າມາຈໍລະຈອນຢູ່ບັນດາແຂວງພາກເໜືອ ເປັນຈຳນວນຫຼາຍສົມຄວນ.ອ່ານຕໍ່ ...
ລາວອີໂກໂນມິກເດລີ
ຂ່າວຫຼ້າສຸດກ່ຽວກັບບຸນມະໂຫລານຮູບເງົາຫຼວງພະບາງ 2018

ຄະນະຮັບຜິດຊອບບຸນມະໂຫລານຮູບເງົາຫຼວງພະບາງໄດ້ແຈ້ງການກ່ຽວກັບງານກິດຈະກຳຮູບເງົາປະຈຳປີ ຄັ້ງທີເກົ້າ ທີ່ຈະຈັດຂຶ້ນໃນວັນທີ 7-12 ທັນວາ 2018. ບຸນດັ່ງກ່າວ ເຊິ່ງຈັດຂຶ້ນເພື່ອສະເຫຼີມສະຫຼອງການສາຍຮູບເງົາອາຊີຕາເວັນອອກສຽງໃຕ້ ໃນເດືອນທັນວາຂອງແຕ່ລະປີ ທີ່ນະຄອນຫຼວງພະບາງເມືອງມໍລະດົກໂລກຂອງອົງການຢູເນັສໂກ ຈະມີການສະແດງສາຍຮູບເງົາປະເພດຕ່າງໆ, ຮູບເງົາສັ້ນ, ການສົນທະນາກ່ຽວກັບຮູບເງົາ ແລະ ກິດຈະກຳຕ່າງໆ.ອ່ານຕໍ່ ...
ເດິລາວທຽນທາມສ໌
ໂຄງການຄ້າຍຮູບເງົາເພື່ອສິ່ງແວດລ້ອມ

ວັນທີ 21 ມິຖຸນາ ຫາ 1 ກໍລະກົດ2018. ສະໝັກໄດ້ທຸກຄົນປິດຮັບສະໝັກ 17 ມິຖຸນາ 2018ໂຄງການຄ້າຍຮູບເງົາເພື່ອສິ່ງແວດລ້ອມ ຈັດ10ມື້ ທີ່ ຄສປ.ມຊ. ແລະ ເຮືອນດິນ ບ້ານນາຫອຍ ເມືອງສັງທອງ ນະຄອນຫຼວງ. ຮັບໄວໜຸ່ມຈຳນວນ 18 ຄົນ ເພື່ອມາ ຮຽນຮູ້ເລື່ອງຮູບເງົາ ແລະ ຜະລິດຮູບເງົາສັ້ນ ກ່ຽວກັບການອານຸລັກສິ່ງແວດລ້ອມ ຈຳນວນ 6 ເລື່ອງ. ດ້ວຍການນຳພາຂອງຄູເຝິກ.ອ່ານຕໍ່ ...
ສະຖາບັນຮູບເງົາລາວ
ໂອກາດສຳລັບຄົນລາວທີ່ຕ້ອງການໄປເຮັດວຽກທີ່ປະເທດຍີ່ປຸ່ນ
ສູນບໍລິການແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມຂອງລາວ ໄດ້ອອກແຈ້ງການໃນອາທິດນີ້ກ່ຽວກັບການຄັດເລືອກເອົາຊາວໜຸ່ມຜູ້ອອກແຮງງານຄົນລາວ ເພື່ອໄປເຮັດວຽກໃນຕະຫຼາດແຮງງານກະສິກຳຢູ່ຍີ່ປຸ່ນ. ທ່ານຄຳແສນ ໄຊຍະວົງ ອຳນວຍການສູນບໍລິການແຮງງານ ໄດ້ແຈ້ງເງື່ອນໄຂຂອງໂຄງການນີ້ວ່າ ຜູ້ສະໝັກບໍ່ຈຳເປັນຕ້ອງມີຄວາມສາມາດປາກເວົ້າພາສາຍີ່ປຸ່ນ.ອ່ານຕໍ່ ...
ເພັດໂພໄຊ ແສງປະເສີດ
ເຊີນຮ່ວມກິດຈະກຳ 'ເຈົ້າຖີບລົດ = ກົກໄມ້ຖືກປູກ'

ເພື່ອເປັນການຕ້ອນຮັບ ສັບປະດາປ່ຽນແປງດິນຟ້າອາກາດ ປະຈຳປີ 2018 (18-24 ມິຖຸນາ), ຂໍເຊີນທ່ານມາຮ່ວມງານ ‘ເຈົ້າຖີບລົດ = ກົກໄມ້ຖືກປູກ’ ທຸກໆ 5 ຄົນທີ່ເຂົ້າຮ່ວມ, ສະຫະພາບ ເອີຣົບ ປະຈຳລາວ ຈະ ບໍລິຈາກກົກໄມ້ ໜຶ່ງກົກ!ໂດຍການຮ່ວມມືກັບ ຄະນະວິທະຍາສາດປ່າໄມ້, ມະຫາວິທະຍາໄລແຫ່ງຊາດລາວ, ກົກໄມ້ເຫຼົ່ານີ້ຈະຖືກນຳໄປປູກທີ່ ໂຮງຮຽນອ້ອມແອ້ມ ນະຄອນຫຼວງວຽງຈັນ ເພື່ອຕົວເມືອງທີ່ຂຽວກວ່າເກົ່າ ແລະ ອາກາດທີ່ສະອາດຂື້ນ! ສະນັ້ນ, ທ່ານມາຮ່ວມຖີບລົດຖີບຫຼາຍເທົ່າໃດ, ກົກໄມ້ຍິ່ງຈະຖືກປູກຫຼາຍເທົ່ານັ້ນ! ລາຍລະອຽດເພີ່ມເຕີມ ...
ປະກາດ
ນາຍົກອອກຄຳສັ່ງ ຫ້າມລ່າ, ຄ້າ-ຂາຍສັດປ່າຫວງຫ້າມ
ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ອອກຄຳສັ່ງ ວ່າດ້ວຍການເພີ່ມທະວີຄວາມເຂັ້ມງວດໃນການລ່າ, ຄ້າ-ຂາຍສັດປ່າ. ຜູ້ລະເມີດໃຫ້ຈັບກຸມ ໜ່ວຍງານໃດປ່ອຍປະປົດຈະຖືກປົດຕຳແໜ່ງ ແລະ ດຳເນີນຄະດີ.ອ່ານຕໍ່ ...
ເດິລາວທຽນທາມສ໌
ເຊີນເຂົ້າຮ່ວມຝຶກອົບຮົມຫຼັກສູດ “ນັກພັດທະນາຊຸມຊົນເພື່ອການພັດທະນາແບບຍືນຍົງ”

ປະກາດຮັບສະໝັກນັກຮຽນຮູ້ ເຂົ້າຮ່ວມຝຶກອົບຮົມຫຼັກສູດ “ນັກພັດທະນາຊຸມຊົນເພື່ອການພັດທະນາແບບຍືນຍົງ”. ເບິ່ງລາຍລະອຽດການສະໝັກໄດ້ທີ່ນີ້. ...
ເຄືອຂ່າຍໄວໜຸ່ມລາວ