ສະຖາບັນຂົງຈື້ໃໝ່ຈະສົ່ງເສີມຄວາມເຂົ້າໃຈລະຫວ່າງລາວ-ຈີນ

ວຽງຈັນ (ວຽງຈັນທາມສ໌/ANN) – ສາຍສຳພັນລະຫວ່າງລາວ ແລະ ຈີນຄາດວ່າຈະເພີ່ມທະວີຄວາມເຂັ້ມແຂງຂຶ້ນ ພາຍໃຕ້ພິທີມອບຮັບສະຖາບັນຂົງຈື້ໃໝ່ ທີ່ມະຫາວິທະຍາໄລແຫ່ງຊາດລາວ ທີ່ວຽງຈັນ ໃນວັນພຸດຜ່ານມາ.

ສະຖາບັນຂົງຈື້ດັ່ງກ່າວຈະເປັນໂຄງການແບບຢ່າງໃນການສົ່ງເສີມການແລກປ່ຽນຄວາມຮູ້ຈາກຄົນສູ່ຄົນ ລະຫວ່າງລາວ ແລະ ຈີນ ແລະ ສົ່ງເສີມຄົນລາວໃນການຮ່ຳຮຽນພາສາຈີນ ແລະ ຮຽນຮູ້ເທັກໂນໂລຢີ ເພື່ອເພີ່ມທະວີຄວາມເຂົ້າໃຈຕໍ່ປະເທດເພື່ອບ້ານທາງເໜືອ, ກໍຄືປະກອບສ່ວນຕໍ່ການພັດທະນາເສດຖະກິດ-ສັງຄົມຂອງປະເທດຊາດ.

ອ່ານຕໍ່…

ພົມພົງ ເຫຼົາອິນ
http://annx.asianews.network/content/new-confucius-institute-elevate-laos-china-understanding-99225