ລາວ ແລະ ຫວຽດນາມຮັດແໜ້ນການຮ່ວມມືດ້ານການລົງທຶນ

ວຽງຈັນ (ວຽງຈັນທາມສ໌/ANN) – ລາວ ແລະ ຫວຽດນາມຈະຮັດແໜ້ນການຮ່ວມມືດ້ານການລົງທຶນ ລວມທັງການວາງແຜນ ແລະ ການຄຸ້ມຄອງຂອງລັດຖະບານສອງຝ່າຍ ກັບຂະແໜງເອກະຊົນ ກໍຄືການແລກປ່ຽນບົດຮຽນດ້ານການພັດທະນາເສດຖະກິດ.

ບັນຫາດັ່ງກ່າວໄດ້ມີການທົບທວນໃນກອງປະຊຸມທີ່ວຽງຈັນ ໃນວັນພະຫັດຜ່ານມານີ້ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ປອ ກິແກ້ວ ຈັນທະບູລີ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຂອງລາວ ແລະ ທ່ານ ຫງຽວນວັນທຸຼງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຂອງຫວຽດນາມ ແລະ ມີເຂົ້າຮ່ວມຂອງເຈົ້າໜ້າທີ່ສອງປະເທດ.

ອ່ານຕໍ່…

ສຸກສະໄໝ ບູລົມ