ລາວຕ້ອງການຄວາມຊ່ວຍເຫຼືອໃນໄລຍະຂ້າມຜ່ານອອກຈາກສະຖານະປະເທດດ້ອຍພັດທະນາ: ເຈົ້າໜ້າທີ່ UNCTAD

ວຽງຈັນ (ວຽງຈັນທາມສ໌/ANN) – ສະພາການຄ້າ ແລະ ການພັດທະນາ ສະຫະປະຊາຊາດ (UNCTAD) ຈະຊຸກຍູ້ໃຫ້ບັນດາຄູ່ຮ່ວມພັດທະນາ ສືບຕໍ່ຊ່ວຍເຫຼືອປະເທດລາວໄປອີກໄລຍະໜຶ່ງ ພາຍຫຼັງທີ່ປະເທດສຳເລັດການຫຼຸດພົ້ນຈາກສະຖານະດ້ອຍພັດທະນາ.

“ຄວາມຈິງແລ້ວ ສິ່ງໜຶ່ງທີ່ພວກເຮົາກຳລັງປະຕິບັດ ກໍຄືການສົ່ງເສີມໃຫ້ບັນດາຄູ່ຮ່ວມພັດທະນາ ບໍ່ຫຼຸດຜ່ອນການຊ່ວຍເຫຼືອບັນດາປະເທດ ທັນທີທີ່ເຂົາເຈົ້າຫຼຸດພົ້ນ [ຈາກສະຖານະດັ່ງກ່າວ]”, ທ່ານ ແພັດທຼິກ ໂອແຊັກເວ ຫົວໜ້າຝ່າຍການຄ້າ ແລະ ຄວາມທຸກຍາກຂອງ UNCTAD ກ່າວຕໍ່ສຳນັກຂ່າວວຽງຈັນທາມສ໌.

ອ່ານຕໍ່…

ເອກະພອນ ພູທອນສີ