12,000 ຄອບຄົວຕ້ອງຍ້າຍພູມລຳເນົາຍ້ອນໂຄງການເຂື່ອນໄຟຟ້າ

ວຽງຈັນ (ວຽງຈັນທາມສ໌/ANN) – ການຍ້າຍຖິ່ນຖານພູມລຳເນົາຂອງປະຊາຊົນ 60,000 ຄົນຈາກ 12,000 ຄອບຄົວໃນ 200 ບ້ານທົ່ວປະເທດລາວ ໄດ້ນຳໃຊ້ງົບປະມານກວ່າ US$500 ລ້ານໂດລາ ເພື່ອດຳເນີນໂຄງການເຂື່ອນໄຟຟ້າ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ກ່າວ.

ທ່ານ (ປອ) ຄຳມະນີ ອິນທິລາດ ລາຍງານຕົວເລກດັ່ງກ່າວໃນກອງປະຊຸມຄັ້ງທີສີ່ວ່າດ້ວຍການຖອດຖອນບົດຮຽນ ແລະ ແລກປ່ຽນປະສົບການກ່ຽວກັບການຍ້າຍພູມລຳເນົາ, ການຈ່າຍຄ່າຊົດເຊີຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້າໃນແຂວງຄຳມ່ວນໃນໄລຍະຜ່ານມາ.

ອ່ານຕໍ່…

ແຫຼ່ງທີ່ມາ: LIWG

ໂຕະຂ່າວ