12,000 ຄອບຄົວຕ້ອງຍ້າຍພູມລຳເນົາຍ້ອນໂຄງການເຂື່ອນໄຟຟ້າ
ວຽງຈັນ (ວຽງຈັນທາມສ໌/ANN) – ການຍ້າຍຖິ່ນຖານພູມລຳເນົາຂອງປະຊາຊົນ 60,000 ຄົນຈາກ 12,000 ຄອບຄົວໃນ 200 ບ້ານທົ່ວປະເທດລາວ ໄດ້ນຳໃຊ້ງົບປະມານກວ່າ US$500 ລ້ານໂດລາ ເພື່ອດຳເນີນໂຄງການເຂື່ອນໄຟຟ້າ, ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ກ່າວ.
ທ່ານ (ປອ) ຄຳມະນີ ອິນທິລາດ ລາຍງານຕົວເລກດັ່ງກ່າວໃນກອງປະຊຸມຄັ້ງທີສີ່ວ່າດ້ວຍການຖອດຖອນບົດຮຽນ ແລະ ແລກປ່ຽນປະສົບການກ່ຽວກັບການຍ້າຍພູມລຳເນົາ, ການຈ່າຍຄ່າຊົດເຊີຍ ແລະ ການຟື້ນຟູຊີວິດການເປັນຢູ່ຂອງປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໂຄງການເຂື່ອນໄຟຟ້າໃນແຂວງຄຳມ່ວນໃນໄລຍະຜ່ານມາ.
![](https://laos.opendevelopmentmekong.net/wp-content/uploads/sites/3/2019/03/55680064_2472807692737808_2284479274947706880_n.jpg)
ແຫຼ່ງທີ່ມາ: LIWG
ໂຕະຂ່າວ