Site updates

Open Development Laos ໄດ້ປັບປຸງບົດຄວາມກ່ຽວກັບ #ຊົນເຜົ່າ

ODL ໄດ້ປັບປຸງບົດຄວາມກ່ຽວກັບ #ຊົນເຜົ່າ, ເຊິ່ງລວມມີຂໍ້ມູນກ່ຽວກັບປະຫວັດການຈັດແບ່ງຊົນເຜົ່າ, ແບບແຜນການດຳລົງຊີວິດ ແລະ ສິ່ງທ້າທາຍຕ່າງໆທີ່ຊົນເຜົ່າຍັງຄົງຜະເຊີນໃນປະຈຸບັນ. ເພີ່ມເຕີມກ່ຽວກັບຊົນເຜົ່າໃນລາວ ສາມາດອ່ານໄດ້ທີ່ນີ້. ...

Open Development Laos ເຜີຍແຜ່ບົດຄວາມໃໝ່ກ່ຽວກັບ SDG 1 ລຶບລ້າງຄວາມທຸກຍາກ

Open Development Laos (ODL) ເຜີຍແຜ່ບົດຄວາມໃໝ່ກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງ (SDG) ທີ 1 ກ່ຽວກັບການລຶບລ້າງຄວາມທຸກຍາກ, ບົດຄວາມມີທັງເປັນພາສາລາວ ແລະ ອັງກິດ. ບົດຄວາມເວົ້າເຖິງການຫັນເປົ້າໝາຍການພັດທະນາດັ່ງກ່າວເຂົ້າສູ່ແຜນນະໂຍບາຍ ແລະ ການຈັດຕັ້ງປະຕິບັດ ທັງມີການຍົກຄວາມຄືບໜ້າ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດຂອງລັດຖະບານ.ອ່ານບົດຄວາມໄດ້ທີ່ນີ້. ...

Open Development Laos ປັບປຸງໜ້າບົດຄວາມ ‘ປ່າໄມ້ ແລະ ວຽກງານດ້ານປ່າໄມ້’

Open Development Laos ປັບປຸງໜ້າບົດຄວາມ ‘ປ່າໄມ້ ແລະ ວຽກງານດ້ານປ່າໄມ້’ ໃນເດືອນຕຸລາ 2018. ...

Open Development Laos ເຜີຍແຜ່ບົດຄວາມໃໝ່ກ່ຽວກັບ ‘ການພັດທະນາດ້ານສັງຄົມ’

ການພັດທະນາດ້ານສັງຄົມສະເໜີບັນຫາດ້ານສັງຄົມທີ່ພົ້ນເດັ່ນ ໂດຍສະເພາະບັນຫາຄວາມທຸກຍາກ,​ ການຫວ່າງງານ, ການແບ່ງແຍກທາງສັງຄົມ, ແລະ ຄົ້ນຄວ້າການແກ້ໄຂຄວາມທຸກຍາກໃນຂອບເຂດບັນຫາທາງສັງຄົມ ແລະ ໂຄງສ້າງຕ່າງໆ ທີ່ບໍ່ແມ່ນສະເພາະແຕ່ກ່ຽວກັບດ້ານລະດັບລາຍຮັບ. ບົດຄວາມນີ້ ສ່ອງແສງກ່ຽວກັບຜົນສຳເລັດ ແລະ ສິ່ງທ້າທາຍໃນການພັດທະນາທາງດ້ານສັງຄົມໃນລາວ, ມີທັງເປັນພາສາລາວ ແລະ ອັງກິດ.ອ່ານໜ້າບົດຄວາມໄດ້ທີ່ນີ້. ...

Open Development Laos ເຜີຍແຜ່ບົດຄວາມໃໝ່ກ່ຽວກັບ "ແຮງງານ"

Open Development Laos (ODL) ເຜີຍແຜ່ໜ້າບົດຄວາມໃໝ່ກ່ຽວກັບ “ແຮງງານ” ເປັນພາສາລາວ ແລະ ອັງກິດ. ປະເທດລາວມີ “ທຶນມະນຸດ” ທີ່ຂ້ອນຂາງຕ່ຳ ເຊິ່ງເຫັນໄດ້ຈາກຈຳນວນ ແລະ ທັກສະຂອງແຮງງານທ້ອງຖິ່ນ. ແຮງງານສ່ວນໃຫຍ່ແມ່ນຢູ່ໃນຂະແໜງການກະສິກຳ. ເຖິງຢ່າງໃດກໍຕາມ ລາວກໍມີໂຄງສ້າງທາງກົດໝາຍສຳລັບຄຸ້ມຄອງຜູ້ອອກແຮງງານ ແຕ່ວ່າຜູ້ທີ່ໄດ້ຮັບຜົນປະໂຫຍດຈາກລະບຽບກົດໝາຍດັ່ງກ່າວແມ່ນສະເພາະແຮງງານໃນລະບົບເທົ່ານັ້ນອ່ານບົດຄວາມໄດ້ທີ່ໜ້າ: ແຮງງານ. ...

Open Development Laos ເຜີຍແຜ່ສອງບົດຄວາມໃໝ່ກ່ຽວກັບ "SDG 15 ສິ່ງທີ່ມີຊີວິດເທິງໜ້າດິນ" ແລະ "ຊົນເຜົ່າ ແລະ ຊົນກຸ່ມນ້ອຍ"

Open Development Laos (ODL) ເຜີຍແຜ່ສອງບົດຄວາມໃໝ່ກ່ຽວກັບ “SDG 15 ສິ່ງທີ່ມີຊີວິດເທິງໜ້າດິນ” ແລະ “ຊົນເຜົ່າ ແລະ ຊົນກຸ່ມນ້ອຍ”, ເຊິ່ງມີທັງເປັນພາສາລາວ ແລະ ອັງກິດ. ບົດຄວາມເວົ້າເຖິງການຫັນເປົ້າໝາຍການພັດທະນາ SDG 15 ເຂົ້າສູ່ແຜນນະໂຍບາຍ ແລະ ການຈັດຕັ້ງປະຕິບັດພາຍໃນປະເທດຂອງລັດຖະບານ ແລະ ບັນດາຜູ້ມີສ່ວນຮ່ວມ. ສ່ວນອີກບົດຄວາມໜຶ່ງແມ່ນອະທິບາຍພາບລວມກ່ຽວກັບຊົນເຜົ່າໃນລາວ ແລະ ຫາລືບັນຫາຊົນເຜົ່າ ລວມເຖິງແນວທາງນະໂຍບາຍ ແລະ ມາດຕະການຕ່າງໆໃນການຈັດການກັບບັນຫາກ່ຽວກັບຊົນເຜົ່າ.ອ່ານບົດຄວາມໄດ້ທີ່: SDG 15 ສິ່ງທີ່ມີຊີວິດເທິງໜ້າດິນ ແລະ ຊົນເຜົ່າ ແລະ ຊົນກຸ່ມນ້ອຍ ...

Open Development Laos ເຜີຍແຜ່ບົດຄວາມໃໝ່ກ່ຽວກັບ SDG 5 ຄວາມສະເໝີພາບລະຫວ່າງຍິງຊາຍ

Open Development Laos (ODL) ເຜີຍແຜ່ບົດຄວາມໃໝ່ກ່ຽວກັບເປົ້າໝາຍການພັດທະນາແບບຍືນຍົງ (SDG) ທີ 5 ວ່າດ້ວຍຄວາມສະເໝີພາບລະຫວ່າງຍິງຊາຍ, ບົດຄວາມມີທັງເປັນພາສາລາວ ແລະ ອັງກິດ. ບົດຄວາມເວົ້າເຖິງການຫັນເປົ້າໝາຍການພັດທະນາດັ່ງກ່າວເຂົ້າສູ່ແຜນນະໂຍບາຍ ແລະ ການຈັດຕັ້ງປະຕິບັດ ທັງມີການຍົກຄວາມຄືບໜ້າ ແລະ ສິ່ງທ້າທາຍໃນການຈັດຕັ້ງປະຕິບັດຂອງລັດຖະບານ.ອ່ານບົດຄວາມໄດ້ທີ່ນີ້. ...

Open Development Laos ເຜີຍແຜ່ບົດຄວາມໃໝ່ກ່ຽວກັບການຄ້າມະນຸດ

Open Development Laos (ODL) ເຜີຍແຜ່ບົດຄວາມໃໝ່ກ່ຽວກັບການຄ້າມະນຸດໃນລາວ ເປັນພາສາລາວ ແລະ ອັງກິດ. ສປປ ລາວ ບໍ່ພຽງເປັນປະເທດຫຼັກແຫຼ່ງ, ແຕ່ຍັງເປັນທາງຜ່ານ ແລະ ຈຸດໝາຍສຳລັບການຄ້າແມ່ຍິງ, ເດັກນ້ອຍ ແລະ ຜູ້ຊາຍ. ຂະບວນການຄ້າມະນຸດມີຜູ້ສົມຮູ້ຮ່ວມຄິດທີ່ກ່ຽວຂ້ອງຫຼາຍພາກສ່ວນ, ການແກ້ໄຂບັນຫາອາດສະຍາກຳດັ່ງກ່າວຈຶ່ງມີຄວາມຫຍຸ້ງຍາກທີ່ສຸດ.ອ່ານບົດຄວາມໄດ້ທີ່ນີ້. ...

Open Development Laos ເຜີຍແຜ່ບົດຄວາມໃໝ່ກ່ຽວກັບການສຳຫຼວດພົນລະເມືອງ ແລະ ປະຊາກອນ

Open Development Laos (ODL) ເຜີຍແຜ່ບົດຄວາມໃໝ່ກ່ຽວກັບການສຳຫຼວດພົນລະເມືອງ ແລະ ປະຊາກອນ ເຊິ່ງຂໍ້ມູນສ່ວນໃຫຍ່ແມ່ນມາຈາກຜົນການສຳຫຼວດພົນລະເມືອງ ແລະ ປະຊາກອນ ຄັ້ງທີ 4  ປີ 2015 ຂອງ ສປປ ລາວ. ບົດຄວາມມີທັງເປັນພາສາລາວ ແລະ ອັງກິດ.ເບິ່ງບົດຄວາມໄດ້ທີ່ນີ້. ...

Open Development Laos ເຜີຍແຜ່ບົດຄວາມໃໝ່ກ່ຽວກັບພະລັງງານໃນລາວ

Open Development Laos (ODL) ເຜີຍແຜ່ບົດຄວາມໃໝ່ກ່ຽວກັບພະລັງງານ ເຊິ່ງອະທິບາຍພາບລວມດ້ານພະລັງງານໃນ ສປປ ລາວ. ບົດຄວາມມີທັງເປັນພາສາລາວ ແລະ ອັງກິດ.ເບິ່ງບົດຄວາມໄດ້ທີ່ນີ້.  ...

ຕິດຕໍ່ພວກເຮົາ

ຕິດຕໍ່ພວກເຮົາ

Do you have questions on the content published by Open Development Laos? We will gladly help you.

Have you found a technical problem or issue on the Open Development Laos website?

Tell us how we're doing.

Do you have resources that could help expand the Open Development Laos website? We will review any map data, laws, articles, and documents that we do not yet have and see if we can implement them into our site. Please make sure the resources are in the public domain or fall under a Creative Commons license.

ເອກະສານຖືກລຶບແລ້ວ
ຜິດພາດ!

Disclaimer: Open Development Laos will thoroughly review all submitted resources for integrity and relevancy before the resources are hosted. All hosted resources will be in the public domain, or licensed under Creative Commons. We thank you for your support.

F2jMw
* ກ່ອງສະແດງຄວາມຄິດເຫັນບໍ່ສາມາດຖືກປະໃຫ້ວ່າງເປົ່າໄດ້! ມີບາງຢ່າງຜິດພາດ, ກະລຸນາສົ່ງຟອມໃໝ່! ກະລຸນາເພີ່ມລະຫັດກ່ອນຫນ້າທໍາອິດ.

ຂອບໃຈທີ່ເສຍສະຫຼະເວລາຕິດຕໍ່ພວກເຮົາ!