Open Development Laos ເຜີຍແຜ່ສອງບົດຄວາມໃໝ່ກ່ຽວກັບ “SDG 15 ສິ່ງທີ່ມີຊີວິດເທິງໜ້າດິນ” ແລະ “ຊົນເຜົ່າ ແລະ ຊົນກຸ່ມນ້ອຍ”

Open Development Laos (ODL) ເຜີຍແຜ່ສອງບົດຄວາມໃໝ່ກ່ຽວກັບ “SDG 15 ສິ່ງທີ່ມີຊີວິດເທິງໜ້າດິນ” ແລະ “ຊົນເຜົ່າ ແລະ ຊົນກຸ່ມນ້ອຍ”, ເຊິ່ງມີທັງເປັນພາສາລາວ ແລະ ອັງກິດ. ບົດຄວາມເວົ້າເຖິງການຫັນເປົ້າໝາຍການພັດທະນາ SDG 15 ເຂົ້າສູ່ແຜນນະໂຍບາຍ ແລະ ການຈັດຕັ້ງປະຕິບັດພາຍໃນປະເທດຂອງລັດຖະບານ ແລະ ບັນດາຜູ້ມີສ່ວນຮ່ວມ. ສ່ວນອີກບົດຄວາມໜຶ່ງແມ່ນອະທິບາຍພາບລວມກ່ຽວກັບຊົນເຜົ່າໃນລາວ ແລະ ຫາລືບັນຫາຊົນເຜົ່າ ລວມເຖິງແນວທາງນະໂຍບາຍ ແລະ ມາດຕະການຕ່າງໆໃນການຈັດການກັບບັນຫາກ່ຽວກັບຊົນເຜົ່າ.

ອ່ານບົດຄວາມໄດ້ທີ່: SDG 15 ສິ່ງທີ່ມີຊີວິດເທິງໜ້າດິນ ແລະ ຊົນເຜົ່າ ແລະ ຊົນກຸ່ມນ້ອຍ