News
ການຟ້ອງຮ້ອງກ່ຽວກັບການສ້າງເຂື່ອນຂອງລາວບໍ່ໄດ້ສະແດງໃຫ້ເຫັນວ່າຕ້ອງໄດ້ປັບປຸງຂໍ້ຕົກລົງຂ້າມແດນ
ວັນທີ 17 ສິງຫານີ້, ສານປົກຄອງສູງສຸດຂອງໄທ ໄດ້ຕັດສິນຍົກເລີກຄຳຟ້ອງຮ້ອງໂດຍຊາວໄທ 37 ຄົນທີ່ໄດ້ສະເໜີຕໍ່ອົງການລັດ 5 ແຫ່ງຂອງໄທ ກ່ຽວກັບບົດບາດຂອງຕົນໃນການອະນຸມັດສັນຍາຊື້ໄຟຟ້າຂອງເຂື່ອນໄຟຟ້າໄຊຍະບູລີ (PPA).ຍື່ນເມື່ອ 10 ປີກ່ອນ, ການຟ້ອງຮ້ອງຂອງປະຊາຊົນຊາວໄຊຍະບູລີ ເປັນຄະດີທຳອິດຂອງຊຸມຊົນທີ່ກ່ຽວຂ້ອງກັບການສ້າງເຂື່ອນໃສ່ແມ່ນ້ຳຂອງ, ແລະເປັນຄະດີທຳອິດກ່ຽວກັບໂຄງການຂ້າມຊາຍແດນ. ການຮ້ອງຟ້ອງດັ່ງກ່າວໄດ້ຖືກຟ້ອງຮ້ອງຕໍ່ 5 ອົງການລັດຂອງໄທ, ລວມທັງຄະນະນະໂຍບາຍພະລັງງານແຫ່ງຊາດ, ຄະນະລັດຖະບານໄທ, ແລະອົງການຜະລິດໄຟຟ້າແຫ່ງປະເທດໄທ (EGAT) ສຳລັບບົດບາດຂອງຕົນໃນການອະນຸມັດ PPA ຂອງໂຄງການ.ອ່ານເພິ່ມເຕີມ ...
ໄພລິນ ສົດໃສ
ສານໄທຕັດສີນຄະດີ 10 ປີຕ້ານເຂື່ອນໄຊຍະບູລີໃນລາວ
ສານປົກຄອງສູງສຸດຂອງໄທ ໄດ້ຍົກຟ້ອງຄະດີທີ່ແກ່ຍາວເປັນເວລາ 10 ທົດສະວັດ ຂອງນັກເຄື່ອນໄຫວ ທີ່ອ້າງການຊື້ກະແສໄຟຟ້າ ໂດຍອົງການການຜະລິດໄຟຟ້າຂອງໄທ (EGAT) ຈາກເຂື່ອນໄຊຍະບູຣີ ຂອງລາວ ໄດ້ສ້າງຄວາມເສຍຫາຍຢ່າງໃຫຍ່ຫຼວງຕໍ່ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ທີ່ອາໃສຢູ່ຕາມລຳແມ່ນ້ຳຂອງ. ໂຈດຍັງໄດ້ກ່າວໃນຄໍາຮ້ອງຟ້ອງຂອງພວກເຂົາວ່າການປະຕິບັດຄຳຮ້ອງຟ້ອງບໍ່ໄດ້ຖືກປະຕິບັດຕາມຂັ້ນຕອນການອະນຸມັດ ແລະ ທ້ອງຖິ່ນບໍ່ໄດ້ຖືກປຶກສາຫາລືເພື່ອເຂົ້າໃຈຜົນກະທົບຂອງສັນຍາອໍານາດດັ່ງກ່າວ.ອ່ານເພິ່ມເຕີມ ...
ອາມະລິຕາ ພໍ
ເຂື່ອນໄຊຍະບູລີຂອງລາວໃນສາຍແມ່ນ້ຳຂອງທີ່ເປັນທີ່ຖົກຖຽງ ເລີ່ມຕົ້ນດຳເນີນການ
ເຂື່ອນໄຊຍະບູລີ ເຂື່ອນໄຟຟ້ານ້ຳຂອງຂະໜາດໃຫຍ່ແຫ່ງທຳອິດ ໃນຈຳນວນຫ້າແຫ່ງທີ່ມີແຜນກໍ່ສ້າງໃນລາວ ໄດ້ເລີ່ມຕົ້ນການປະຕິບັດການໃນວັນອັງຄານນີ້, ເຊິ່ງເປັນການໝູນຟັນເຟືອງໃຫຍ່ອັນທຳອິດຂອງແຜນການອັນສູງສົ່ງ ແຕ່ມີຂໍ້ຂັດແຍ່ງຂອງລາວ ໃນການເປັນ “ໝໍ້ໄຟແຫ່ງອາຊີຕາເວັນອອກສຽງໃຕ້.”ເຂື່ອນດັ່ງກ່າວ ເຊິ່ງເລີ່ມຕົ້ນກໍ່ສ້າງມາແຕ່ປີ 2012 ໄດ້ເປັນສູນລວມຂອງການວິພາກວິຈານ ຈາກນັກເຄື່ອນໄຫວເພື່ອສິ່ງແວດລ້ອມ ແລະ ສິດທິມະນຸດ.ພວກເຂົາກ່າວວ່າ ໄຟຟ້າທີ່ຜະລິດຈາກເຂື່ອນຮູບແບບດັ່ງກ່າວ ຕົ້ນຕໍແມ່ນເພື່ອການສົ່ງອອກໄປຍັງບັນດາປະເທດບ້ານໃກ້ເຮືອນຄຽງ, ບໍ່ຄຸ້ມຄ່າຕໍ່ຜົນກະທົບທີ່ຮ້າຍແຮງຕໍ່ລະບົບນິເວດ ແລະ ປະຊາຊົນ ຍ້ອນການປ່ຽນແປງການໄຫຼຕາມທຳມະຊາດຂອງນ້ຳໃນແມ່ນ້ຳຂອງ.ໂຄງການພາຍໃຕ້ການສຳປະທານຂອງໄທດັ່ງກ່າວ ມີມູນຄ່າການກໍ່ສ້າງທັງໝົດ $4.47 ຕື້ໂດລາ.ອ່ານຕໍ່ ...
ໜ່ວຍຂ່າວ RFA ລາວ
