News
ຈຳນວນກໍລະນີມີເຊື້ອໄຂ້ຍຸງ ເພິ່ມຂື້ນສູງເຖິງ 7,928 ກໍລະນີໃນລາວ, 12 ຄົນເສຍຊີວິດ
ຂ່າວສານຊິນຮົວ – ບັນດາກໍລະນີຖືເຊື້ອໃຂ້ຍຸງໃນ ສປປ ລາວ ເພິ່ມສູງຂື້ນເຖິງ 7,928 ຄົນ, ຊຶ່ງນັບແຕ່ເດືອນມັງກອນເປັນຕົ້ນມາ, ໃນນັ້ນມີ 12 ຄົນເສຍຊີວິດ, ອີງຕາມຂໍ້ມູນຈາກກະຊວງສາທາລະນະສຸກ. ອີງຕາມການລາຍງານຈາກສູນຂໍ້ມູນຂ່າວສານ ແລະ ການສຶກສາດ້ານສາທາລະນະສຸກລາຍງານໃນວັນພະຫັດທີ່ຜ່ານມານີ້ວ່າໃນນັ້ນຕົວເລກສູງສຸດຂອງຜູ້ປ່ວຍເຊື້ອພະຍາດໄຂ້ຍຸງແມ່ນມີໃນນະຄອນຫຼວງວຽງຈັນເຖິງ 1823 ກໍລະນີ. ອ່ານເພິ່ມເຕີມ. ...
huaxia
ລາວມີຕົວເລກຜູ້ຕິດເຊື້ອໄຂ້ຍຸງກວ່າ 28,300 ກໍລະນີ
(ຂປລ) ນັບແຕ່ຕົ້ນປີ 2019 ປະເທດລາວມີຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກເພີ່ມຂຶ້ນເຖິງ 28,371 ກໍລະນີ ໃນນັ້ນມີຜູ້ເສຍຊີວິດ 60 ກໍລະນີ, ຕາມການລາຍງານຂອງກະຊວງສາທາລະນະສຸກ.ສະຖິຕິການຕິດເຊື້ອພະຍາດດັ່ງກ່າວແມ່ນສູງກວ່າຕົວເລກໃນໄລຍະດຽວກັນຂອງປີຜ່ານມາເຖິງຫ້າເທົ່າ, ເຊິ່ງມີຜູ້ຕິດເຊື້ອພຽງແຕ່ປະມານ 4,600 ກໍລະນີ ແລະ ມີຜູ້ເສຍຊີວິດ 14 ກໍລະນີ.ຍອດຕົວເລກຜູ້ເສຍຊີວິດຢູ່ແຂວງສະຫວັນນະເຂດຍັງຄົງສູງກວ່າຢູ່ແຂວງອື່ນ.ອ່ານຕໍ່ ...
ໂຕະຂ່າວ ຂປລ
http://kpl.gov.la/En/Detail.aspx?id=47906