News
ຄ່າສາຍເຊື່ອມຕໍ່: ລາວມີຄ່າບໍລິການເຊື່ອມຕໍ່ອິນເຕີເນັດທີ່ສູງ ຖືກຈັດຢູ່ໃນປະເທດທີ່ມີອັນດັບການນຳໃຊ້ຕ່ຳ
ອິນເຕີເນັດ ເປັນສິ່ງທີ່ຈຳເປັນໃນສັງຄົມປະຈຸບັນ; ຍິ່ງອິນເຕີເນັດມີຄວາມໄວສູງ ແລະ ລາຄາຖືກຍິ່ງເປັນການດີ.ເຖິງວ່າການເຊື່ອມຕໍ່ທາງໂທລະສັບມືຖືຈະກ້າວໄປໄກ, ແຕ່ວ່າການເຊື່ອມຕໍ່ຜ່ານລະບົບສາຍໃຍແກ້ວຍັງຄົງຄອງອັນດັບຄວາມໄວສູງສຸດ.ຜົນສຳຫຼວດຄ່າບໍລິການອິນເຕີເນັດ broadband ໃນປະຈຸບັນຈາກເວັບໄຊ cable.co.uk ຂອງອັງກິດ ສະແດງໃຫ້ເຫັນວ່າ ມູນຄ່າການເຊື່ອນຕໍ່ອິນເຕີເນັດໃນປະເທດລາວແມ່ນສູງທີ່ສຸດໃນໂລກ. ຫ້າອັນດັບຊຸດບໍລິການອິນເຕີເນັດທີ່ແພງທີ່ສຸດໃນໂລກ“ຫ້າອັນດັບການໃຫ້ບໍລິການອິນເຕີເນັດ broadband ທີ່ແພງທີ່ສຸດໃນໂລກໄດ້ແກ່ ປະເທດເບີກີນາ ຟາໂຊ ($651.72), ລາວ ($818.13), ນາມິເບຍ ($1117.87), ມໍຣິຕາເນຍ ($1368.72) ແລະ ປາປົວນິວກິເນຍ ($1849.09)”, ຕາມຜົນການສຳຫຼວດດັ່ງກ່າວ.ອ່ານຕໍ່ ...
ບັນນາທິການລາວທຽນທາມສ໌
