News
ສປ.ຈີນ ໃຫ້ການຊ່ວຍເຫຼືອສ້າງສູນກິດຈະກຳຊາວໜຸ່ມລາວ
ພິທີເປີດສູນກິດຈະກຳຂອງສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ກຳເນີນຂື້ນທີ່ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການຊ່ວຍເຫຼືອຂອງລັດຖະບານ ສປ.ຈີນ. ພິທີວາງສີລາລຶກຂອງງານດັ່ງກ່າວ ໄດ້ໄຂຂື້ນໃນວັນຈັນ ຊຶ່ງທ່ານ ອາລຸນໄຊ ສູນນະລາດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ໄດ້ກ່າວວ່າ ໂຄງການດັ່ງກ່າວຈະເປັນການອຳນວຍດ້ານສະຖານທີ່ ໃຫ້ຊາວໜຸ່ມລາວຈາກທຸກຊົນເຜົ່າໃນລາວ ພ້ອມອຸປະກອນທີ່ທັນສະໄໝ ເພື່ອສົ່ງເສີມຄວາມຮຸ້ດ້ານວິທະຍາສາດ ແລະ ປັບປຸງທັກສະໃນດ້ານຕ່າງໆ. ອ່ານຕໍ່ ...
ຫົວເຊຍ
ສູນກາງຊາວໜຸ່ມຝຶກອົບຮົມເຕັກໂນໂລຊີການຜະລິດລາຍການ
ພະນັກງານສູນກາງຊາວໜຸ່ມເຂົ້າຮ່ວມຫຼັກສູດຝຶກອົບຮົມກ່ຽວກັບຫ້ອງຜະລິດລາຍການໂທລະທັດ ທີ່ຈັດຂຶ້ນຢູ່ວຽງຈັນ ເຊິ່ງເປັນສ່ວນໜຶ່ງຂອງໂຄງການສ້າງຄວາມສາມາດດ້ານເຕັກໂນໂລຊີຂໍ້ມູນຂ່າວສານ. ຫຼັກສູກອົບຮົມໄລຍະສອງອາທິດດັ່ງກ່າວ ແມ່ນຈັດແຕ່ວັນທີ 11-23 ມິຖຸນາ, ເປັນສ່ວນໜຶ່ງຂອງໂຄງການເຕັກໂນໂລຊີຂໍ້ມູນຂ່າວສານ ທີ່ສະໜັບສະໜູນໂດຍອົງການຮ່ວມມືສາກົນເກົາຫຼີ (KOICA).ອ່ານຕໍ່ ...
ວຽງຈັນທາມສ໌