News
ທຶນຮອນເພີ່ມເຕີມສຳລັບການປົກປັກຮັກສາສິ່ງແວດລ້ອມ ແລະ ຊີວະນານາພັນ
ກອງທຶນປົກປ້ອງສິ່ງແວດລ້ອມ (EPF) ຈະສະໜອງເງີນຫຼາຍກວ່າ 7,9 ຕື້ກີບ ເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ການອະນຸລັກຊີວະນາໆພັນ ແລະ ການຄຸ້ມຄອງຊັບພະຍາກອນທຳມະຊາດໃນ 6 ແຂວງເປົ້າໝາຍ. ໂຄງການຍ່ອຍ 11 ໂຄງການຈະດຳເນີນຢູ່ບັນດາແຂວງວຽງຈັນ, ໄຊຍະບູລີ, ຫົວພັນ, ຫຼວງນ້ ຳທາ ແລະ ອັດຕະປື, ແລະ ຢູ່ນະຄອນຫຼວງວຽງຈັນເຊິ່ງທັງໝົດ ມີຊັບພະຍາກອນທຳມະຊາດ ແລະ ຄວາມສາມາດໃນການປົກປັກຮັກສາສິ່ງແວດລ້ອມ.ອ່ານເພິ່ມເຕີມ ...
ເພັດໂພໄຊ ແສງປະເສີດ
ກອງທຶນປົກປັກຮັກສາສິ່ງແວດລ້ອມໃຫ້ທຶນ 32 ຕື້ກີບສຳລັບອະນຸລັກສິ່ງແວດລ້ອມ
ກອງທຶນປົກປັກຮັກສາສິ່ງແວດລ້ອມໃຫ້ທຶນຊ່ວຍເຫຼືອກວ່າ 32 ຕື້ກີບ (ຫຼື 3.8 ລ້ານໂດລາ) ຜ່ານໂຄງການຄຸ້ມຄອງສິ່ງແວດລ້ອມ ແລະ ສັງຄົມລາວ 2 (LENS2) ເພື່ອສົ່ງເສີມການອະນຸລັກສິ່ງແວດລ້ອມທາງທຳມະຊາດໃນລາວ.ໂດຍທຶນດັ່ງກ່າວແມ່ນມີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຮ່ວມກັບກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ຈັດຕັ້ງປະຕິບັດໂຄງການ.ໂຄງການດັ່ງກ່າວມີຈຸດປະສົງແນໃສ່ຫຼຸດຜ່ອນຜົນກະທົບທີ່ເປັນອັນຕະລາຍຕໍ່ສະພາບແວດລ້ອມ ແລະະ ການດຳເນີນນະໂຍບາຍຂອງລັດຖະບານໃນການອະນຸລັກ ແລະ ປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.ອ່ານຕໍ່ ...
ບັນນາທິການວຽງຈັນທາມສ໌