News
ບັນດາໝູ່ບ້ານຖືກນໍ້າຖ້ວມສາເຫດຍ້ອນຝົນຕົກໜັກຢູ່ສອງແຂວງ
ລະດັບແມ່ນ້ຳໄດ້ເພິ່ມຂື້ນ ແລະ ຖ້ວມບັນດາຜົນລະປູກ, ທົ່ງນາ, ສວນ, ໜອງປາ ແລະ ເຮືືອນປະຊາຊົນ ພາຍຫຼັງຝົນຕົກໜັກເປັນເວລາສາມວັນຢູ່ບັນດາສອງແຂວງທາງພາກເໜືອ. ສອງຕົວເມືອງ ແລະ ເຂດເສດຖະກິດພິເສດບໍເຕັນ ແຂວງຫຼວງນ້ຳທາແມ່ນເຂດທີ່ໄດ້ຮັບຜົນກະທົບໜັກກ່ວາໝູ່. ອ່ານເພິ່ມເຕີມ ...
ຜູ້ລາຍງານຂ່າວທາມສ໌
ເຄື່ອງຊ່ວຍເຫຼືອໄພນ້ຳຖ້ວມຈາກສາກົນຊຸດທຳອິດມາຮອດລາວແລ້ວ

ວຽງຈັນ (ວຽງຈັນທາມສ໌/ANN) – ເຄື່ອງຊ່ວຍເຫຼືອຈາກສາກົນຊຸດທຳອິດ ຈາກສູນປະສານງານຊ່ວຍເຫຼືອເພື່ອມະນຸດສະທຳ ດ້ານການຄຸ້ມຄອງໄພພິບັດ ອາຊຽນ (ສູນ AHA) ເດີນທາງມາເຖິງສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ ວານນີ້ ເພື່ອນຳໄປແຈກຢາຍໃຫ້ແກ່ຜູ້ປະສົບໄພນ້ຳຖ້ວມ ໃນຫົກແຂວງພາກໃຕ້ຂອງລາວ.ເຄື່ອງຊ່ວຍເຫຼືອດັ່ງກ່າວແມ່ນອີງຕາມການຮ້ອງຂໍ ຂອງອົງການຄຸ້ມຄອງໄພພິບັດແຫ່ງຊາດລາວ ໃນວັນທີ 7 ກັນຍາ ແລະ ສູນ AHA ໄດ້ຕົກລົງໃຫ້ການຊ່ວຍເຫຼືອເພື່ອມະນຸດສະທຳສຳລັບຜູ້ປະສົບໄພນ້ຳຖ້ວມໃນລາວ.ອ່ານຕໍ່ ...
ພົມພົງ ເຫຼົາອິນ
http://annx.asianews.network/content/first-int%E2%80%99l-aid-shipment-arrives-assist-lao-flood-recovery-effort-104046