News
ຊາວປະມົງຮຽກຮ້ອງໃຫ້ແກ້ໄຂບັນຫາມົນລະພິດທາງນ້ຳ
ບັນດາສະມາຊິກຂອງຊຸມຊົນຊາວປະມົງຢູ່ບ້ານນາຊັບ, ເມືອງນາຊາຍທອງ, ແຂວງວຽງຈັນ ໄດ້ຮຽກຮ້ອງໃຫ້ອຳນາດການປົກຄອງ ແກ້ໄຂບັນຫາການຖິ້ມຂີ້ເຫຍື່ອມູນສັດໃນແມ່ນ້ຳຄອນ ເຊິ່ງເປັນສາເຫດເປັນໄພຂົ່ມຂູ່ຕໍ່ການຫາປາ. ແມ່ນ້ຳທີ່ເປັນມົນລະພິດ ໄດ້ສົ່ງຜົນກະທົບຕໍ່ປະຊາຊົນ ຈຳນວນ 1,648 ຄົນ ທີ່ອາໃສການຫາປາເພື່ອລ້ຽງຊີບ ແລະ ຍັງເປັນໄພຂົ່ມຂູ່ຕໍ່ການຈະເລີນເຕີບໂຕຂອງປາບາງປະເພດ. ບັນດາຕົວແທນຂອງໝູ່ບ້ານນັ້ນ ເວົ້າວ່າກິ່ນ ແລະ ສິ່ງເປິເປື້ອນດັ່ງກ່າວ ໄດ້ເລີ່ມຕົ້ນໃນປີ 2019 ແລະ ຮ້າຍແຮງຂື້ນໃນປີນີ້. Read more. ...
ຜູ້ລາຍງານຂ່າວທາມສ
ສານເຄມີທີ່ປ່ອຍລົງສູ່ແມ່ນ້ຳໃນລາວເຮັດໃຫ້ປາຕາຍ
ສານເຄມີທີ່ປ່ອຍລົງສູ່ແມ່ນ້ຳຈາກສວນກ້ວຍຈີນ ໃນຊານເມືອງຂອງນະຄອນຫຼວງວຽງຈັນ ເຮັດໃຫ້ປາຕາຍກວ່າ 300 ກິໂລກຣາມໃນເດືອນພະຈິກນີ້, ເຮັດໃຫ້ເຈົ້າໜ້າທີ່ຕ້ອງອອກແຈ້ງເຕືອນບໍ່ໃຫ້ປະຊາຊົນລົງອາບນ້ຳໃນແມ່ນ້ຳ ຫຼື ນຳເອົາປາທີ່ຕາຍຍ້ອນມົນລະພິດໃນແມ່ນ້ຳມາກິນ, ຕາມແຫຼ່ງຂ່າວພາຍໃນປະເທດ.ແຫຼ່ງຂ່າວຍັງໃຫ້ຮູ້ວ່າ ການປ່ອຍສານເຄມີ ໃນລະຫວ່າງວັນທີ 7 ແລະ 9 ພະຈິກນີ້ ໄດ້ສົ່ງຜົນກະທົບຕໍ່ບ້ານເຕົາໃຫ, ບ້ານໃຫຍ່-ນາຈະເລີນ ແລະ ບ້ານກົ້ວ ທີ່ຕັ້ງຢູ່ໃກ້ກັບນ້ຳຕອນ ເມືອງສັງທອງ ນະຄອນວຽງຈັນ.ອ່ານຕໍ່ ...
ພູວົງ