ເຂື່ອນໄຟຟ້າໄຊຍະບູລີ ມີແຜນເລີ່ມປະຕິບັດການເພື່ອການຄ້າພາຍໃນທ້າຍປີນີ້

ວຽງຈັນ (ວຽງຈັນທາມສ໌/ANN) – ໂຮງງານຜະລິດໄຟຟ້າແຂວງໄຊຍະບູລີ ໄດ້ເລີ່ມທົດລອງການປະຕິບັດການຂອງຈັກປັ່ນໄຟໝາຍເລກຫ້າໃນມື້ວານນີ້, ເຊິ່ງຄາດວ່າເຂື່ອນນ້ຳຂອງແຫ່ງທຳອິດໃນເຂດລຸ່ມແມ່ນ້ຳຂອງດັ່ງກ່າວ ຈະສາມາດເລີ່ມການປະຕິບັດການເພື່ອການຄ້າພາຍໃນທ້າຍປີນີ້.  

ເຈົ້າໜ້າທີ່ການນຳພະແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບູລີ ກ່າວວ່າ ການທົດລອງການຜະລິດຂອງຈັກປັ່ນໄຟໝາຍເລກຫ້າຂອງເຂື່ອນດັ່ງກ່າວ ໄດ້ເລີ່ມຂຶ້ນໃນວັນທີ 17 ກໍລະກົດທີ່ຜ່ານມາ.

ການທົດລອງຈັກປັ່ນໄຟໂຕອື່ນໄດ້ມີຂຶ້ນໃນຊ່ວງຕົ້ນປີນີ້ ເຊິ່ງເປັນສ່ວນໜຶ່ງຂອງການກະກຽມການປະຕິບັດການເພື່ອການຄ້າຢ່າງເຕັມຮູບແບບ. ເຂື່ອນດັ່ງກ່າວມີຈັກປັ່ນໄຟທັງໝົດແປດເຄື່ອງ.

ອ່ານຕໍ່…

ເອກະພອນ ພູທອນສີ
http://annx.asianews.network/content/xayaboury-dam-track-start-commercial-operation-year%E2%80%99s-end-100344