ວັດຖຸບູນຮານທີ່ຂຸດພົບໃນລາວ ອາດຊ່ວຍໃນການດຶງດູດນັກທ່ອງທ່ຽວ

ວຽງຈັນ (ວຽງຈັນທາມສ໌/ANN) – ການຄົ້ນພົບເໝືອງເກົ່າຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດ ອາດຊ່ວຍດຶງດູດນັກທ່ອງທ່ຽວເຂົ້າມາໃນພືນທີ່ ແລະ ຊ່ວຍສ້າງລາຍໄດ້ເສີມໃຫ້ແກ່ຊຸມຊົນທ້ອງຖິ່ນ.

ເຈົ້າໜ້າທີ່ຈາກຂະແໜງການລັດຖະບານ ແລະ ເອກະຊົນ ສະແດງຄວາມເຫັນໃນພິທີມອບຮັບວັດຖຸບູຮານທີ່ຄົ້ນພົບ ລະຫວ່າງບໍລິສັດລ້ານຊ້າງມິເນີໂຣ ຈຳກັດ ແລະ ລັດຖະບານລາວ.

ທີມນັກບູຮານຄະດີ ໄດ້ຄົ້ນພົບຫຼັກຖານຮ່ອງເໝືອງເກົ່າ 200 ກວ່າແຫ່ງຢູ່ໃນສະໜາມຂຸດຄົ້ນບໍ່ແຮ່ເຊໂປນ ໃນເດືອນມີນາປີກາຍນີ້, ເຊິ່ງຜູ້ຊ່ຽວຊານກ່າວວ່າມີອາຍຸເກົ່າແກ່ກວ່າ 3,000 ປີ.

ອ່ານຕໍ່…

ສົມໄຊ ແສງດາຣາ
http://annx.asianews.network/content/unearthed-artefacts-laos-promise-be-huge-draw-tourists-104983