ທູດພິເສດ UN ຈະຢ້ຽມຢາມລາວເພື່ອກວດກາບັນຫາຄວາມທຸກຍາກ ແລະ ສິດທິມະນຸດ

ລາວມີຄວາມຄືບໜ້າທີ່ດີກ່ຽວກັບການຫຼຸດຜ່ອນຄວາມທຸກຍາກ, ແຕ່ກໍຍັງຕ້ອງເດີນໜ້າໃນການພັດທະນາ, ເນື່ອງຈາກປະຊາຊົນໜຶ່ງໃນສີ່ຍັງຄົງດຳລົງຊີວິດຢູ່ຫຼຸດຂີດມາດຕະຖານຄວາມທຸກຍາກ, ຕາມເຈົ້າໜ້າທີ່ UN ທີ່ຈະເດີນທາງຢ້ຽມຢາມປະເທດໃນອາຊີຕາເວັນອອກສຽງໃຕ້ໃນເດືອນນີ້.

ໃນການສຳພາດຕໍ່ໜ່ວຍຂ່າວ RFA ລາວ ທີ່ບາງກອກໃນວັນອາທິດນີ້, ທ່ານ ຟີລິບ ອາວສ໌ຕັນ ທູດພິເສດສະຫະປະຊາຊາດວ່າດ້ວຍບັນຫາຄວາມທຸກຍາກ ແລະ ສິດທິມະນຸດ ກ່າວວ່າ ໃນການເດີນທາງຢ້ຽມຢາມໄລຍະ 10 ວັນນີ້ ທ່ານຫວັງວ່າຈະໄດ້ຮຽນຮູ້ວ່າດ້ວຍສາເຫດອັນໃດຄົນລາວຈຳນວນໜຶ່ງຈຶ່ງບໍ່ເຂົ້າເຖິງການສຶກສາ, ນ້ຳສະອາດ ຫຼື ການຮັກສາສຸຂະພາບທີ່ດີ ທັງໆທີ່ເສດຖະກິດຂອງປະເທດກໍມີການຂະຫຍາຍຕົວ ແລະ ຄວາມທຸກຍາກກໍໄດ້ຮັບການຫຼຸດຜ່ອນ.

ອ່ານຕໍ່… 

ໜ່ວຍຂ່າວ RFA ລາວ