ຊ່ຽວຊານສະຫະປະຊາຊາດກ່າວວ່ານະໂຍບາຍຂອງລັດຖະບານ ບໍ່ຊ່ວຍແກ້ໄຂຊີວິດການເປັນຢູ່ໃຫ້ແກ່ຄົນທຸກຍາກ ແລະ ດ້ອຍໂອກາດ

ນະໂຍບານທາງດ້ານເສດຖະກິດຂອງລັດຖະບານເຮັດໃຫ້ສະພາບຊີວິດການເປັນຢູ່ຂອງຄົນທຸກຍາກ ແລະ ດ້ອຍໂອກາດ ຮ້າຍແຮງລົງກວ່າເດີມ, ໃນຂະນະດຽວກັນກໍເພີ່ມຊ່ອງຫວ່າງລະຫວ່າງຄົນທຸກ ແລະ ຄົນຮັ່ງ, ຊ່ຽວຊານດ້ານສິດທິມະນຸດຂອງສະຫະປະຊາຊາດກ່າວໃນວັນພະຫັດຜ່ານມາ ເນື່ອງໃນໂອກາດສິ້ນສຸດການຢ້ຽມຢາມປະເທດລາວໄລຍະ 11​ ວັນ ຢ່າງເປັນທາງການ.

ໃນບົດລາຍງານໃນຕອນທ້າຍຂອງການຢ້ຽມຢາມ ແຕ່ວັນທີ 18-28 ມີນານີ້, ທ່ານ ຟິລິບ ອາວສ໌ຕັນ, ທູດພິເສດຂອງສະຫະປະຊາຊາດກ່ຽວກັບຄວາມທຸກຍາກ ແລະ ສິດທິມະນຸດ, ໄດ້ກ່າວວ່າ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວທີ່ທຸກຍາກທີ່ສຸດ ບໍ່ໄປຄຽງຄູ່ກັບການພັດທະນາເສດຖະກິດຂອງປະເທດ.

ອ່ານຕໍ່…

RFA's services