ວິທີງ່າຍໆໃນການອະນຸລັກປະເພນີການຫາປາແບບລາວ

ວຽງຈັນ (ວຽງຈັນທາມສ໌/ANN) – ປະຈຸບັນ ຫຼາຍພື້ນທີ່ຂອງລາວກຳລັງປະສົບກັບໄພນ້ຳຖ້ວມ ຫຼັງຈາກມີຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍວັນ ເຮັດໃຫ້ປະຊາຊົນຫຼາຍຄົວເຮືອນໃນທົ່ວປະເທດ ໄດ້ຮັບຜົນກະທົບ.

ປະຊາຊົນຈຳນວນຫຼາຍຕ້ອງສູນເສຍພືດຜົນການຜະລິດ, ວັດຖຸສິ່ງຂອງ ແລະ ສັດລ້ຽງຂອງຕົນ.

ເຖິງຢ່າງໃດກໍຕາມ ບາງເຂດກໍ່ບໍ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ແລະ ຊາວບ້ານກໍຍັງສືບຕໍ່ກິດຈະກຳການຫາປາໃນເຂດທີ່ລະດັບນ້ຳບໍ່ຂຶ້ນສູງເກີນໄປ.

ບ້ານໂນນ ເຊິ່ງຕັ້ງຢູ່ລຽບແຄມນ້ຳງື່ມ ເມືອງປາກງື່ມ ເຊິ່ງຕັ້ງຢູ່ຫ່າງຈາກໃຈກາງນະຄອນຫຼວງວຽງຈັນປະມານ 80 ກມ, ຊາວບ້ານຍັງຄົງອາໄສສະພາບແວດລ້ອມແມ່ນ້ຳໃນການດຳລົງຊີວິດ ທັງໃນລະດູແລ້ງ ແລະ ລະດູຝົນ.

ເມື່ອນ້ຳຂຶ້ນ, ປະຊາຊົນບາງພ່ອງກໍໃຊ້ເວລາໝົດມື້ ໃນການຫາປາຕາມປະເພນີ ເຊິ່ງສາມາດຕອບສະໜອງແຫຼ່ງປາໄດ້ກຸ້ມທັງຄອບຄົວ.

ອ່ານຕໍ່…

ປະຕິທິນ ເພັດເມືອງພວນ
http://annx.asianews.network/content/feature-simple-methods-keep-lao-fishing-traditions-alive-103708